ວັນສຸກ, 29/03/2024

.

ຜະລິດຕະພັນ LVB DigiBank

ຜະລິດຕະພັນ LVB DIGIBANK

 LVB DigiBank ແມ່ນ ທະນາຄານ ດິຈິຕ້ອນ ຂອງ ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ. LVB DigiBank ອະນຸຍາດໃຫ້ລູກຄ້າບຸກຄົນ ແລະ ລູກຄ້າອົງການຈັດຕັ້ງ, ບໍລິສັດນຳໃຊ້ໂທລະສັບ, ແທັບເລັດ, ເດັສທັອບ ແລະ ແລັບທັອບ ເພື່ອເຮັດທຸລະກໍາທະນາຄານຕ່າງໆຜ່ານແອັບ LVB DigiBank ແລະ ຜ່ານເວັບໄຊທ໌ www.laovietbank.com.la

ລູກຄ້າທີ່ສາມາດນຳໃຊ້ LVB DigiBank

    • ລູກຄ້າບຸກຄົນ ທີ່ມີບັນຊີເງິນຝາກບໍ່ມີກຳນົດຢູ່ LaoVietBank.
    • ລູກຄ້າທີ່ເປັນ ອົງການຈັດຕັ້ງ ແລະ ບໍລິສັດ ທີ່ມີບັນຊີເງິນຝາກບໍ່ມີກຳນົດຢູ່ LaoVietBank.

ຂອບເຂດຂອງການນຳໃຊ້

    • ລູກຄ້າສາມາດເຂົ້າລະບົບປະຕິບັດທຸລະກຳຕະຫຼອດ 24 ຊົ່ວໂມງ ໄດ້ທຸກທີ່ ທີ່ມີການເຊື່ອມຕໍ່ internet.
    • ສະ​ກຸນ​ເງິນ​ນຳ​ໃຊ້: ກີບ, ບາດ,​ໂດລາ ແລະ ດົງ.

ຄຸນປະໂຫຍດຂອງການບໍລິການ

LVB DigiBank ສະ​ໜອງ​ບັນ​ດາ​ບໍ​ລິ​ການ​ທີ່​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ລູກ​ຄ້າ ຄື​ດັ່ງ​ນີ້:

    • 1 LVB DigiBank ສໍາລັບລູກຄ້າບຸກຄົນ ແລະ ບໍລິສັດ.
    • 1 ຢູເຊີ້ ທີ່ໃຊ້ສຳລັບທຸກອຸປະກອນທີ່ເຊື່ອມຕໍ່ກັບອິນເຕີເນັດ.
    • ຄຸ້ມຄອງການເງິນໃຫ້ກັບລູກຄ້າ.
    • ຊຳລະຄ່າບໍລິການພາຍໃນປະເທດ (ບັນດາໃບບິນຄ່າໄຟ, ຄ່ານ້ຳປະປາ, ພາສີ-ອາກອນ, ຄ່າໂທລະສັບ...).
    • ໂອນເງິນໄປຫາບັນດາທະນາຄານຢູ່ລາວ (ຜ່ານລະບົບ Interbank).
    • ໂອນເງິນແບບ 24/7 ໄປຫາທະນາຄານອື່ນໃນລາວຜ່ານລະບົບ LapNet.
    • ໂອນເງິນໄປຕ່າງປະເທດ (ສຳລັບລູກຄ້າບຸກຄົນ).
    • ຝາກເງິນມີກຳນົດອອນລາຍ.
    • ເກັບຊ່ວຍຄ່າທຳນຽມໃຫ້ກັບບັນດາຄູ່ຮ່ວມທຸລະກິດ: ຄ່າເຊົ່າສິນເຊື່ອ, ຄ່າປະກັນໄພ...
    • ຮັບແລກສະກຸນເງິນຕາກັບລູກຄ້າ.
    • ບໍລິການເສີມບັດ: ນຳໃຊ້ເພື່ອຖອນເງິນໂດຍບໍ່ໃຊ້ບັດ.
    • ຊຳລະຄິວອາເພ ແລະ ຄຸ້ມຄອງຫົວໜ່ວຍທີ່ຮອງຮັບການຊຳລະດ້ວຍ ຄິວອາເພ.
    • ຮອງຮັບການປ້ອງກັນທຸລະກຳດ້ວຍການນຳໃຊ້ຄຸນລັກສະນະ OTP, Smart OTP, ສະແກນລາຍນິ້ວມື, ສະແກນໃບຫນ້າ.
    • ສ້າງຄວາມແຕກຕ້າງໃຫ້ກັບລູກຄ້າ: ດ້ວຍການຕັ້ງຫນ້າຕ່າງຫຼັກ,​ ປ່ຽນສີພື້ນ, ປ່ຽນຮູບໂປຣຟາຍ, ປ່ຽນຮູບ Avatar...
    • ຄຸ້ມຄອງຄະແນນຊິງລາງວັນ ແລະ ນະໂຍບາຍສຳລັບລູກຄ້າ.
    • ແລະ ຫຼາຍຄຸນລັກສະນະພິເສດອື່ນໆ.

ລູກຄ້າບໍລິສັດ ແລະ ອົງການຈັດຕັ້ງ ຍັງສາມາດ:

    • ຊຳລະເງິນເດືອນ.
    • ບັນດາຄຸນລັກສະນະໃນການແບ່ງສິດໃນການຄຸ້ມຄອງການເງິນ.
    • ບັນດາຄຸນປະໂຫຍດອື່ນໆ.

ປະໂຫຍດຂລູກຄ້າ ເມື່ອໃຊ້ບໍລິການ LVB DigiBank:

    • ທຸກການບໍລິການທະນາຄານທີ່ຫຼາກຫລາຍສາມາດປະຕິບັດໄດ້ໂດຍຜ່ານ LVB DigiBank ດ້ວຍຕົວລູກຄ້າເອງ. ບັນດາການບໍລິການທີ່ລູກຄ້າມັກໃຊ້ເຊັ່ນ: ການຊຳລະໃບບິນ, ການໂອນເງິນພາຍໃນ ແລະ ຕ່າງປະເທດ, ການຄຸ້ມຄອງການເງິນ, ການແລກປ່ຽນສະກຸນເງິນຕາ, ​ການຝາກເງິນມີກຳນົດ...ທີ່ສາມາດປະຕິບັດໄດ້​ດ້ວຍ LVB DigiBank ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງມາທະນາຄານ.
    • ພຽງແຕ່ນຳໃຊ້ 01 ຢູເຊີ້, ທີ່້ລົງທະບຽນພຽງຄັ້ງດຽວ, ລູກຄ້າສາມາດລົງຊື່ເຂົ້າໃຊ້ LVB DigiBank ເທິງບັນດາອຸປະກອນ ທີ່ສາມາດເຊື່ອມຕໍ່ກັບອິນເຕີເນັດ ໂດຍທີ່ບໍ່ຈຳເປັນຕ້ອງຈື່ຫລາຍຢູເຊີ້, ຫຼາຍລະຫັດ.
    • LVB DigiBank ແມ່ນທະນາຄານດິຈີຕ້ອນ ທີ່ຄວບຄຸມທຸກຢ່າງສໍາລັບລູກຄ້າບຸກຄົນ, ບໍລິສັດ ແລະ ອົງການຈັດຕັ້ງອື່ນໆ. ລູກຄ້າບໍ່ຈໍາເປັນຕ້ອງໄດ້ດາວໂຫລດຫລາຍແອັບພລິເຄຊັ້ນ.​
    • ນຳໃຊ້ການຢັ້ງຢືນທຸລະກຳແບບອັດສະລິຍະ,​ ວ່ອງໄວ ແລະ ປອດໄພ ດ້ວຍລະຫັດ OTP, Smart OTP, ສາມາດເຂົ້າໃຊ້ ແລະ ຢັ້ງຢືນທຸລະກຳດ້ວຍການສະແກນໃບຫນ້າ, ສະແກນລາຍນິ້ວມື ເພື່ອໃຫ້ການດໍາລົງຊີວິດນັບມື້ນັບສະດວກສະບາຍຍິ່ງຂຶ້ນ.

ເອກສານການລົງທະບຽນ

  • ຟອມ​ລົງ​ທະ​ບຽນ​ນຳ​ໃຊ້​ບໍ​ລິ​ການ (ຮັບ​ຢູ່​ປ່ອງ​ບໍ​ລິ​ການ ຫຼື ດາວ​ໂຫຼດໄຟ​ລ໌​ຢູ່​ດ້ານ​ລຸ່ມ).
    • ບັດ​ປະ​ຈຳ​ຕົວ ຫຼື ພາດສປອດ ​ຂອງ ​ລູກ​ຄ້າ.
    • ເອ​ກະ​ສານສະ​ແດງ​ສະ​ຖາ​ນະ​ພາບ​ຂອງ​ເຈົ້າ​ຂອງ​ບັນ​ຊີ/ຫຼື ຜູ້ຕາງ​ໜ້າເຈົ້າ​ຂອງ​ບັນ​ຊີທີ່​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​.

ຂັ້ນຕອນໃນການລົງທະບຽນ

ລູກຄ້າສາມາດລົງທະບຽນນຳໃຊ້ຕາມຂັ້ນຕອນດັ່ງນີ້:

ຂັ້ນຕອນ 1: ລົງທະບຽນນຳໃຊ້ການບໍລິການໄດ້ທີ່ປ່ອງບໍລິການ ຂອງ LaoVietBank ທົ່ວທຸກສາຂາ.

ຂັ້ນຕອນ 2: ນໍາໃຊ້ບໍລິການດ້ວຍການເຂົ້າໜ້າຕ່າງ Internet ຫຼື ແອັບພລິເຄຊັ້ນ LVB DigiBank ຜ່ານບັນດາອຸປະກອນທີ່ເຊື່ອມຕໍ່ດ້ວຍອິນເຕີເນັດ ໂດຍກົດເຂົ້າໄປທີ່ລິ້ງ https://digi.laovietbank.com.la/ ເພື່ອດາວໂຫຼດແອັບ ຫຼື ເຂົ້າສູ່ລະບົບໄດ້ໃນທັນທີ.