ວັນອັງຄານ, 16/04/2024

.

MOBILE BANKPLUS

I. ແນະນໍາກ່ຽວກັບການບໍລິການ MOBILE BANKPLUS ຂອງ LAOVIETBANK:

Mobile BankPlus ແມ່ນຜະລິດຕະພັນບໍລິການທີ່ນຳໃຊ້ເຕັກໂນໂລຊີ USSD (Unstructured Supplementary Service Data) ຢູ່ໃນໂທລະສັບມືຖື, ແມ່ນຮູບແບບການສົ່ງຕອບລະຫວ່າງຜູ້ນຳໃຊ້ ແລະ ອຸປະກນການໃຊ້ງານໂດຍຜ່ານເຄື່ອຂ່າຍໂທລະສັບມືຖື GSM.

  • ຄຸນລັກສະນະຂອງຜະລິດຕະພັນ:
            - ນຳໃຊ້ເພື່ອໂອນເງິນຜ່ານບັນຊີພາຍໃນລະບົບ  LaoVietBank, ກວດຍອດບັນຊີິ, ກວດກາທຸລະກຳຍ້ອນຫລັງ ແລະ ຊຳລະຄ່າໂທລະສັບ, ອິນເຕີເນັດ.
  • ນຳໃຊ້ສະເພາະລູກຄ້າບຸກຄົນທີ່ມີເລກບັນຊີເງິນກີບ ແລະນຳໃຊ້ເບີໂທລະສັບຂອງເຄື່ອຂ່າຍໂທລະຄົມ Unitel.
  • ເປົ້າໝາຍໃນການນຳໃຊ້ບໍລິການ Mobile Banplus: ລູກຄ້າທີ່ລົງທະບຽນນຳໃຊ້ບໍລິການ Mobile Bankplus ແມ່ນລູກຄ້າບຸກຄົນຂອງ  LaoVietBank ແລະ ນຳໃຊ້ເບີໂທລະສັບມືຖືຂອງເຄື່ອຂ່າຍຢູ່ Unitel ແລະ ມີບັນຊີເງິນຝາກຊຳລະ ແລະ ເງິນຝາກປະຫຍັດບໍ່ມີກຳນົດສະກຸນເງິນກີບ,
  • ບັນດາບໍລິການທີ່ Mobile Bankplus ສະໜອງ:

         Mobile Bankplus ສະໜອງໃຫ້ກັບລູກຄ້າບັນດາ ບໍລິການດັ່ງລຸ່ມນີ້:

      -   ກວດເບິ່ງກ່ຽວກັບຂໍ້ມູນຂອງບັນຊີ (ຍອດເຫຼືອ, ປະຫວັດການເຄື່ອນໄຫວທຸລະກຳ)

- ທຸລະກໍາທາງການເງິນ: ການໂອນເງິນລະ ຫວ່າງບັນຊີພາຍໃນລະບົບຂອງ LaoVietBank ຫຼື ເບີໂທ ລະສັບຂອງເຄື່ອຂ່າຍ Unitel ທີ່ໄດ້ລົງທະບຽນນຳໃຊ້ບໍລິການ Mobile Bankplus.

  • ຮູບແບບການຈ່າຍຄ່າທຳນຽມ:
  • ຄ່າທຳນຽມບໍລິການແມ່ນຄ່າທຳນຽມເກັບຈາກການໂອນເງິນລະຫວ່າງບັນຊີພາຍໃນລະບົບ LaoVietBank ຂອງລູກຄ້າ,
  • ຄ່າທຳນຽມປະຈຳເດືອນແມ່ນເກັບການບໍລິການເປັນທຸກໆເດືອນ.
  • ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບໃນການນຳໃຊ້ບໍລິການ Mobile Bankplus ຂອງ LaoVietBank:

- ລູກຄ້າສາມາດປະຕິບັດທຸລະກຳໂອນເງິນພາຍໃນລະບົບ LaoVietBank ແລະຊຳລະຄ່າໂທລະສັບ, ອິນເຕີເນັດ ໄດ້ທຸກບ່ອນ, ທຸກເວລາໂດຍທີ່ ລູກຄ້າບໍ່ຈຳເປັນ ເຂົ້າມາ ທະນາຄານ.

- ລູກຄ້າສາມາດຄຸ້ມຄອງບັນດາບັນຊີຂອງ ຕົນ ດ້ວຍວິທີການທີ່ມີໝາກຜົນສຸດ.

- ເອກະສານການລົງທະບຽນງ່າຍດາຍ.

- ປອດໄພໃນເວລາປະຕິບັດທຸລະກຳໂອນເງິນ ພາຍໃນລະບົບຜ່ານລະຫັດທຸລະກຳ (số PIN) ຂອງລູກຄ້າ,

  • ເອກະສານການລົງທະບຽນ:
              - ເອກະສານການລົງທະບຽນນຳໃຊ້ບໍລິການ Mobile Bankplus ຂອງ LaoVietBank ຕາມ ແບບຟອມ 1

- ບັດປະຊາຊົນຂອງລູກຄ້າ
     - ເອກະສານຢັ້ງຢືນທາງດ້ານກົດໝາຍຂອງເຈົ້າ ຂອງ ບັນຊີ/ຫຼືຜູ້ຕາງໜ້າທີ່ຖືກຕ້ອງຕາມກົດໝາຍຂອງເຈົ້າ ຂອງບັນຊີ.

 

 

 

 

 

  • ຈຳນວນຂອບເຂດມູນຄ່າຂອງທຸລະກຳ:

ລດ

ປະເພດທຸລະກຳ

ຂອບເຂດ

1

ຂອບເຂດມູນຄ່າ ຂອງທຸລະກຳ 1 ຄັ້ງ

Min: 1 LAK

Max: 2.000.000 LAK

2

ຂອບເຂດມູນຄ່າ ຂອງທຸລະກຳສູງສຸດ/1 ມື້

10.000.000 LAK

 

 

 

II. Phí dịch vụ Mobile Bankplus của LaoVietBank

 

TT

Phí

Mức phí

1

Phí đăng ký sử dụng dịch vụ

Không thu

2

Phí thương niên

5,000 LAK/tháng

3

Phí dịch vụ chuyển khoản

2,000 LAK/giao dịch

4

Phí dịch vụ vấn tín 05 giao dịch

Miễn phí

5

Phí vấn tín số dư

Miễn phí