ວັນພຸດ, 24/04/2024

.

ບໍລິການແລກປ່ຽນເງິນຕາ

ແມ່ນການບໍລິການ ຊື້ຂາຍເງິນຕາຕ່າງປະເທດ ຕາມອັດຕາແລກປ່ຽນທີ່ໄດ້ກຳນົດນົດໃນ ແຕ່ລະມື້ຂອງການບໍລິການ.

ຜົນປະໂຫຍດທີ່ລູກຄ້າ​ໄດ້​ຮັບ

-      ສະດວກສະບາຍໃນການດຳເນີນການ;

-      ຮັບປະກັນຄວາມປອດໄພດ້ານຊັບສິນ, ລຸດຜ່ອນຄວາມສ່ຽງການນັບເງິນ ແລະ ເງິນປອມ;

-      ບໍລິການວ່ອງໄວ, ອັດຕາແລກປ່ຽນແຂ່ງຂັນ ແລະ ຈຳນວນເງິນຊື້ຂາຍຫຼາຍ.

ຈຸດ​ດີ​ຂອງຂອງທລວ

-      ເປັນທະນາຄານທີ່ມີສາຂາ ​ແຈກ​ຍາຍຢູ່ຕົວເມືອງໃຫ່ຍ ຂອງປະເທດລາວ;

-      ເປັນທະນາຄານຊັ້ນນຳ ໃນດ້ານການ​ຊື້ຂາຍເງິນຕາ, ມີຄວາມເຂັ້ມແຂງໃນດ້ານເງິນຕາ ຕ່າງປະເທດ ​ແລະ ມີປະສົບການ​ຫຼາຍ​ປີ​ໃນ​ຂະ​ແໜ່​ງທຸລະ​ກິດ​ນີ້.

ປະເພດເງິນຊື້-ຂາຍ

ເງິນທີ່ທະນາຄານຮັບຊື້: USD, THB, VND, EUR, GBP, AUD, CHF, GPY, CAD, CNY, SGD;

ເງິນທີ່ທະນາຄານຂາຍອອກ: USD, THB, VND,…

ອັດຕາແລກປ່ຽນ

 ຕາມກະດານອັດຕາແລກປ່ຽນ ຂອງ ທລວ ທຸກໆມື້ ຫຼື ຕາມອັດຕາທີ່ລູກຄ້າ ແລະ ທະນາຄານ ໄດ້ຕົກລົງກັນ.

ຂັ້ນຕອນ

-      ສັນຍາຊື້ຂາຍເງິນຕາ;

-      ລູກຄ້າຊື້ເງິນຕາຕ່າງປະເທດ ຕ້ອງປະກອບເອກະສານ: ບັດປະຈຳຕົວ, ເອກະສານຢັ້ງຢືນ ເປົ້າໝາຍການຊື້ເງິນຕາ ຕາມຂໍ້ກຳນົດການຄຸ້ມຄອງ ເງິນຕາຕ່າງປະເທດ.