ວັນພຸດ, 24/04/2024

.

ບໍ​ລິ​ການໂອນເງິນ

Domestic Funds Transfer


ແມ່ນໜ້າທີ່ຂອງ ທລວ ໃນການດຳເນີນການໂອນເງິນ ຂອງລູກຄ້າໄປຍັ່ງຜູ້ຮັບ​ເງິນພາຍໃນ ປະເທດ ແລະ ຮັບ​ເງິນ​ໂອນ​ມາ​ໃຫ້​ລູກ​ຄ້າ​ ດ້ວຍ​ວິທີ​ການ​ຈົດ​ມີ​ໃສ່​ບັນຊີ ໃນກໍລະນີ້ທີຜູ້ຮັບເງິນມີ ບັນຊີກັບ ທລວ, ​ເບີກ​ຈ່າຍ​​ເປັນ​ເງິນສົດ ຫຼື ໂອນ​ໄປ​ທະນາຄານ​ອື່ນ​ຕໍ່ ໃນກໍລະນີທີ່ລູກຄ້າ ບໍ່ມີບັນຊີໃນ ທລວ.

        ຜົນປະໂຫຍດທີ່ລູກຄ້າຈະໄດ້ຮັບ

         -      ປອດໄພ,ວອງໄວ,ຂັ້ນຕອນງ່າຍດາຍ;

         -      ລູກຄ້າສາມາດໂອນເງິນຕາມ​ໄປ​ຕາມ​ຄວາມ​ຕ້ອງການ;

         -      ຫຼີກລ້ຽງຄວາມສ່ຽງໃນການນຳ​ໃຊ້ເງິນສົດ;

         -      ຂັ້ນຕອນທີ່ງ່າຍດາຍ ແລະ ສະດວກສະບາຍ;

         -      ການໂອນເງິນຜ່ານທະນາຄານຈະວ່ອງໄວ ແລະ ຊັດ​ເຈນ;

         -      ຄ່າ​ບໍລິການ​ເໝາະ​ສົມ;

         -      ໄດ້ຮັບຄຳແນະນຳຈາກທະນາຄານກ່ຽວກັບ ການສຳລະເງິນເໝາະສົມຕາມຄວາມຕ້ອງການ;

         -      ​ໄດ້​ຮັບອັດຕາດອກເບ້ຍ ຕາມ​ຍອດ​ເງິນ​ໃນ​ບັນຊີ​ເງິນ​ຝາກ;

         -      ໄດ້ໃຊ້ຫຼາກຫຼາຍການບໍລິການ;

         -      ເຄື່ອຄ່າຍບໍລິການ 05 ສາຂາ ແລະ 03 ໜ່ວຍບໍລິການທົ່ວປະເທດ, ທລວ ຈະດຳເນີນການ ໂອນເງິນດ້ວຍຄວາມໄວສູງ.

        ຄຸນຫຼັກສະນະຂອງຜະລິດຕະພັນ

        -      ບໍລິການໂອນເງິນພາຍໃນປະເທດ ຈະຊ່ວຍໃຫ້ລູກຄ້າໂອນເງິນ ໄປ​ໃຫ້ຜູ້ຮັບທີ່ມີບັນຊີ ຫຼື ບໍ່ມີບັນຊີກັບ ທລວ ແລະ ທະນາຄານອຶ່ນພາຍໃນປະເທດ,

​         ເຂົ້າ​ຮ່ວມ​​ໃນ​ລະບົບ​ການ​ຊຳລະ​ສະ​ສາງ;

         -     ລູກຄ້າຕ້ອງ​ສະໜອງ​ ຂໍ້​ມູນ​ກ່ຽວ​ກັບ​ຜູ້​ຮັບ​ເງິນ: ຊື່, ເລກບັນຊີ ແລະ ຊື່ທະນາຄານທີ່ຈະຮັບ. ໃນກໍລະ ນີຜູ້ຮັບເງິນບໍ່ມີບັນຊີໃນທະນາຄານ ລູກຄ້າ
         ຕ້ອງ​ສະໜອງແຈ້ງຊື່, ເລກບັດປະຈຳ ຕົວ/ປັດ​ສະປໍ/ ສຳມະ​ໂນ​ຄົວ, ທີ່ຢູ່, ເບີໂທຕິດຕໍ່ (ຖ້າມີ);

        -      ການໂອນເງິນ​ທີ​ມີ​ບັນຊີ​ຢູ່ໃນ ທລວ ນຳ​ກັນ, ຫຼັງຈາກຂັ້ນຕອນການໂອນສຳ​ເລັດແລ້ວ ຜູ້ຮັບ ສາມາດຮັບເງິນໄດ້ທັນທີ.

        ເງື່ອນໄຂການລົງທະບຽນ

        -      ລູກຄ້າບຸກຄົນທີ່ຢູ່ພາຍໃນ ແລະ ຕ່າງປະເທດ;

        -      ກໍລະນີລູກຄ້າບໍ່ແມ່ນຄົນລາວ ແລະ ລູກຄ້າຈະໂອນເງິນຕາຕ່າງປະເທດ ຕ້ອງປະຕິບັດຕາມ ຂໍ້ກຳນົດ ກ່ຽວກັບການຄຸ້ມຄອງ ເງິນຕາຕ່າງປະເທດ.

        ເອກະສານການລົງທະບຽນ

        -      ກໍລະນີບໍ່ມີບັນຊີຕ້ອງຂຽນ​ໃບ​ມອບ​ເງິນ​ພ້ອມ​ສັ່ງ​ຈ່າຍ;
        -      ຖ້າມີບັນຊີໃນ ທລວ, ລູກຄ້າຕ້ອງສະ​ແດງບັດປະຈຳຕົວ ທີ່​ຍັງ​ບໍ່​ໝົດ​ອາຍຸ ​ແລະ ຂຽນ​ໃສ່​ໃບ​ສັ່ງ​ຈ່າຍ.


International Funds Transfer


ແມ່ນການໂອນເງິນ​ໄປຕ່າງປະເທດ ຫຼື ຮັບເງິນຈາກຕ່າງປະເທດ​ໂອນ​ມາ ​ດ້ວຍຈຸດປະສົງ ຂອງການຖ່າຍໂອນທາງດຽວ ໃນການເຮັດທຸລະກຳ,ການ​ໂອນ​ທຶນ​ແມ່ນ​ຕ້ອງ ປະຕິບັດຕາມ ຂໍ້ກຳນົດຄວບຄຸມການ ແລກປ່ຽນເງິນຕາຕ່າງປະເທດຂອງລາວ.

ປະ​​ໂຫຍດທີ່ລູກຄ້າຈະໄດ້ຮັບ

-      ​ວ່ອງ​ໄວ, ປອດ​ໄພ, ຊັດ​ເຈນ, ປິດ​ລັບ​ເພາະວ່າ ທລວ ນຳ​ໃຊ້​ເທັກ​​ໂນ​ໂລ​ຢີ ທີ່ທັນ​ສະ​ໄໝທີ່​ສຸດ;

-      ​ຄ່າ​ທຳນຽມ​ເໝາະ​ສົມ;

-      ຂັ້ນ​ຕອນ​ການ​ດຳ​ເນີນ​ການ​ງ່າຍດາຍ, ກະທັດ​ຫັດ;

-      ຕອບ​ສະໜອງ​ຄວາມ​ຕ້ອງການ​ໂອນ ​ທີ່​ມີຫຼາຍສະ​ກຸນ​ເງິນຕາ​ຄື: USD, GBP, EUR, THB;

-      ພະນັກງານ​ມີ​ຄວາມ​ຊຳນິ​ຊຳນານ​ ວິຊາ​ສະ​ເພາະ ຄອຍແນະນຳວິທີ​ ການ​ໂອນ​ເງິນ​ທີ່​ມີ​ປະສິດທິ​ຜົນ​ສູງ​ສຸດ;

-      ​ເຄືອ​ຂ່າຍ​ການບໍລິການ​ກວ້າງຂວາງ.

ຄຸນລັກສະນະຂອງຜະລິດຕະພັນ

-      ລູກ​ຄ້າ​ສາມາດ​ເລືອກ​ການ​ໂອນ​ເງິນ​ຜ່ານ​ລະບົບ SWIFT. INTERNAL ຫຼື ຜ່ານ​ລະບົບ Western Union;

-      ຈຸດປະສົງສຳລັບ​ບຸກຄົນ​ທີ່​ເປັນ​ຄົນ​ລາວ​​ໂອນ​ເງິນ​ໄປ​ຕ່າງປະ​ເທດ​ແມ່ນ​ມີ​ ​ດັ່ງ​ຕໍ່​ໄປ​ນີ້: ​

+ ໄປ​ເຮັດ​ວຽກ, ທ່ອງ​ທ່ຽວ ຫຼື ​ໄປ​ຢ້ຽມຢາມ​ຍາດຕິ​ພີ່ນ້ອງ​ທີ່ຢູ່​ຕ່າງ​ປະ​ເທດ;

+ ໄປ​ສຶກສາ​ຕໍ່​, ປີ່​ນປົວ​ພະຍາດທີ່​ຕ່າງປະ​ເທດ;

+ ຊຳລະ​ຄ່າ​ທຳນຽມ​ໃຫ້​ຕ່າງ​ຊາດ;

+ ເງິນ​ອຸດໜູນ​​ໃຫ້​ແກ່​ຍາດ​ພີ່ນ້ອງ​ທີ່ຢູ່​ຕ່າງ​ປະ​ເທດ;

+ ໂອນ​ເງິນ​ທີ່​ເປັນ​ມູນ​ມໍລະດົກ​ໃຫ້​ຍາດ​ພີ່ນ້ອງ​ຢູ່​ຕ່າງປະ​ເທດ;

+ ການ​ໂອນ​ເງິນ​ໃນ​ກໍລະນີຍົກຍ້າຍ​ຖິ່ນ​ຖານ​ຢູ່​​ໄປ​ຢູ່ຕ່າງປະ​ເທດ.

+ ບັນດາຈຸດປະສົງໃນການໂອນເງິນທີ່ເໝາະສົມອື່ນໆ;

+ ບຸກ​ຄົນ​ທີ່​ພັກ​ເຊົາ​ຢູ່​ປະ​ເທດ​ລາວ, ຜູ້​ພັກ​ເຊົາຄົນ​ຕ່າງ​ຊາດ: ສາມາດ​ໂອນ​ຍອດ​ເງິນ ​ໃນ​ບັນຊີ​ເງິນ​ຝາກ​ທີ່​ມີ​ຢູ່​ລາວ ຫລື ບັນດາ​ແຫ​ລ່ງລາຍ​ຮັບ​ອື່ນ ​ທີ​ຖືກຕ້ອງ​ຕາມ​ກົດໝາຍ​ໄປ​ຕ່າງປະ​ເທດ​ຕາມ​ຄວາມ​ຕ້ອງການ, ບົນ​ພື້ນຖານ​ປະຕິບັດ​ຕາມ ​ຂໍ້​ກຳນົດ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ກ່ຽວ​ກັບ​ການ​ຄຸ້ມ​ຄອງ​ເງິນຕາ.

-      ​​ເວລາ​ໂອນ​ເງິນ​​ໄປ, ລູກ​ຄ້າ​ຕ້ອງ​ສະໜອງ​ຂໍ້​ມູນກ່ຽວ​ກັບ​ຜູ້​ຮັບ​ເງິນ​ໃຫ້​ຄົບ​ຖ້ວນ​: ຂໍ້​ມູນ​ລະອຽດ​ຂອງ​ຜູ້​ຮັບ​ເງິນ(ຊື່ ​ແລະ ນາມ​ສະກຸນ, ​ເລກ​ບັນຊີ ຫລື ບັດປະ​ຈຳ​ຕົວ, ຊື່​ທະນາຄານ, ລະ​ຫັດ​ປະ​ເທດ, ລະຫັດ​ຂອງ​ທະນາຄານ...);

-      ຈຳນວນ​ເງິນທີ​ລູກ​ຄ້າ​ໄດ້ຮັບອະນຸມັດໂອນ ​ແມ່ນ​ຂື້ນກັບຈຸດປະສົງ​ການໂອນຂອງ​ລູກ​ຄ້າ ​ແລະ ຕາມ​ລະບຽບ​ການ​ຄຸ້ມ​ຄອງ​ເງິນຕາ ​ຂອງ​ທະນາຄານ​ແຫ່ງ ສປປ ລາວ ​ແລະ ຂອງ ທລວ ​ວາງ​ອອກແຕ່ລະ​ໄລຍະ.

ເງື່ອນໄຂການລົງທະບຽນ

-      ລູກ​ຄ້າ​ທີ່​ໃຊ້​ບໍລິການ ​ແມ່ນ​ບຸກຄົນ​ທີ່​ດຳລົງ​ຊີວິດ​ຢູ່​ລາວ,  ຜູ້​ພັກ​ເຊົາ​ຢູ່​ລາວ, ​ຄົນ​ຕ່າງ​ຊາດ​ທີ່​ຕັດ​ສັນ ຊາດ​ມາ​ດຳລົງ​ຊີວິດ​ຢູ່​ໃນ​ລາວ.

ເອກະສານລົງທະບຽນ

-      ສຳລັບ​ບຸກຄົນ​ທີ່​ດຳລົງ​ຊີວິດ​ຢູ່​ໃນ​ລາວ:

+     ບັດປະຈຳຕົວ ຫຼື ໜັງສື​ເດີນທາງ (PASSPORT);

+     ​ເອກະສານ​ຕ່າງ​ໆ​ ຕາມ​ຂໍ້​ກຳນົດ​ຂອງ​ທະນາຄານ​ກາງ ​ແລະ ທລວ ​ວາງ​ອອກໃນ​ແຕ່ລະ​ໄລຍະ​ເວລາ.

-      ສຳລັບ​ບຸກຄົນ​ທີ່​ດຳລົງ​ຊີວິດ ​ຢູ່​ໃນລາວທີ່ເປັນ​ຄົນ​ຕ່າງ​ຊາດ ແລະ ບຸກຄົນ​ທີ່​ບໍ່ໄດ້ອາໄສ ຢູ່ລາວ:

+     ໜັງສື​ເດີນທາງ, Visa ທີ່​ຍັງ​ບໍ່​ທັນ​ໝົດ​ກຳນົດ.