ວັນສຸກ, 19/04/2024

.

LaoVietBank ໄດ້ຮັບລາງວັນ 02 ລາງວັນອັນຊົງກຽດ ກ່ຽວກັບ ເຕັກໂນໂລຊີ ຂໍ້ມູນ-ຂ່າວສານ ຂອງ ນິຕະຍະສານ Asian Banking & Finance ປີ 2017.

 ງານມອບລາງວັນ ໄດ້ຈັດຂຶ້ນ ໃນ ຄ່ຳຄືນຂອງ ວັນທີ່ 13/07/2017 ທີ່ໂຮງແຮມ Shangri - la, Singapore,  ທ່ານ ວຽງວິໄລ ແສງຄຳຢອງ - ຮອງຜູ້ອຳນວຍການໃຫ່ຍ ທະນາຄານລາວຫວຽດ ພ້ອມດ້ວຍ ທ່ານ ຫງວຽນ ຫວຽດ ຝູ - ຫົວໜ້າພະແນກ ເຕັກໂນໂລຊີຂໍ້ມູນ-ຂ່າວສານ, ທ່ານ ຫງວຽນ ຈ້ຽວ ນາມ - ຮອງຫົວໜ້າພະແນກ ເຕັກໂນໂລຊີຂໍ້ມູນ-ຂ່າວສານ ໄດ້ຕາງໜ້າ ໃຫ້ ທະນາຄານລາວຫວຽດ ເຂົ້າຮ່ວມຮັບລາງວັນອັນຊົງກຽດ ຈາກ ທ່ານ Tim Charlton – ບັນນາທິການ ນິຕະຍະສານ Asian Banking and Finnace.

ນິຕະຍະສານ Asian Banking and Finance ແມ່ນ ໜຶ່ງໃນບັນດານິຕະຍະສານ ທີ່ມີຊື່ສຽງຊັ້ນນຳຂອງ ອາຊີ. ນັບຕັ້ງແຕ່ ປີ 2006, ນິຕະຍະສານໄດ້ຈັດຕັ້ງການເລືອກເຟັ້ນເອົາ ເພື່ອເປັນກຽດໃຫ້ແກ່ ບັນດາ ອົງການຈັດຕັ້ງການເງິນທີ່ເດັ່ນທີ່ໂດດເດັ່ນຂອງປີ ຕາມ 15 ລາຍການ ໃຫ້ແກ່ ທະນາຄານຂາຍຍ່ອຍ ແລະ 05 ລາຍການໃຫ້ແກ່ທະນາຄານຂາຍສົ່ງ ໃນຂອບເຂດອາຊີ. ຄະນະກວດສອບຂອງບັນດາລາງວັນນີ້ ໄດ້ມີທັງ ສາສະດາຈານ ຊັ້ນນຳ ໃນແວດວົງ ການເງິນການທະນາຄານ ຈົນເຖິງບັນດາຄະນະກວດສອບ ທີມີຊື່ສຽງຊັ້ນນຳໃນໂລກ ກໍຄື Deloitte, Ernst and Young, KPMG ແລະ PricewaterhouseCoopers.

ກ່ຽວກັບວຽກພັດທະນາ ໃນຂອບເຂດ ເຕັກໂນໂລຊີ ຂໍ້ມູນ-ຂ່າວສານ, ສະໜັບສະໜຸນອັດຕະໂນມັດ ໃນການເຄື່ອນໄຫວວຽກງານ, ຄວາມຫລາກຫລາຍ ບັນດາຊ່ອງທາງການແຜ່ກະຈາຍ, ພັດທະນາບັນດາ ຜະລິດຕະພັນບໍລິການທະນາຄານ ທະນາຄານ ທີ່ທັນສະໄຫມ ຕາມແນວທາງການພັດທະນາ ທະນາຄານຂາຍຍ່ອຍ. ປີ 2017 ທະນາຄານລາວຫວຽດ ໄດ້ດີເດັ່ນ ຍາດເອົາຊະນະ 02 ລາງວັນຄື:

  • ທະນາຄານທີ່ມີ ເຕັກໂນໂລຊີ ແລະ ການດຳເນີນງານທີ່ດີທີ່ສຸດ ໃນລາວ (Laos Domestic Technology & Operations Bank of the Year) ນອນຢູ່ໃນ ສາຂາ ລາງວັນກ່ຽວກັບ ທະນາຄານຂາຍສົ່ງ.
  • ການສ້າງສັນ ທະນາຄານດິຈິຕ້ອລ ຍອດຍ່ຽມ ແຫ່ງປີ (Digital Banking Initiative of the Year – Laos) ນອນຢູ່ໃນສາຂາ ລາງວັນກ່ຽວກັບ ທະນາຄານຂາຍຍ່ອຍ.

ນີ້ແມ່ນສືບຕໍ່ເປັນປີທີ່ 03 ທີ່ ທະນາຄານລາວຫວຽດ ໄດ້ເປັນກຽດຮັບລາງວັນ ທະນາຄານທີ່ມີ ເຕັກໂນໂລຊີ ແລະ ການດຳເນີນງານທີ່ດີທີ່ສຸດ, ພິດເສດແມ່ນທະນາຄານແຫ່ງທຳອິດຂອງລາວ ທີ່ໄດ້ຮັບລາງວັນ ສາຂາ  ການສ້າງສັນ ທະນາຄານດິຈິຕ້ອລ ຍອດຍ່ຽມ ແຫ່ງປີ ໂດຍ ນິຕະຍາສານພາຍໃຕ້ ອາຊີ ໃນພື້ນທີ່ ການເງິນການທະນາຄານ ເປັນກຽດມອບ.

(ທ່ານ ວຽງວິໄລ ແສງຄຳຢອງ - ຮອງຜູ້ອຳນວຍການໃຫ່ຍ ທະນາຄານລາວຫວຽດ ຂຶ້ນກ່າວຄຳປາໄສໃນງານມອບລາງວັນ)

ຂຶ້ນປາໄສ ຕໍ່ຫນ້າແຂກ ກວ່າ 260 ທ່ານ ຂອງທະນາຄານຊັ້ນນຳຂອງ ອາຊີ ຜູ້ຊະນະລາງວັນ ປີ 2017 ທີ່ມາຈາກ 30 ປະເທດທີ່ເຂົ້າຮ່ວມພິທີມອບລາງວັນ,  ຮອງຜູ້ອຳນວຍການໃຫ່ຍ ວຽງວິໄລ ແສງຄຳຢອງ ໄດ້ເນັ້ນໜັກບົດບາດສຳຄັນຂອງ ເຕັກໂນໂລຊີ ຂໍ້ມູນ-ຂ່າວສານ ສຳລັບການດຳເນີນງານຂອງທະນາຄານ, ພິເສດ ແມ່ນການພັດທະນາຜະລິດຕະພັນບໍລິການ ສົ່ງເສີມການ ທະນາຄານຂາຍຍ່ອຍ ແລະ ຝາກຄຳຂອບໃຈ ເຖິງບັນດາ ພະນັກງານທັງຫມົດ ຂອງ ທະນາຄານລາວຫວຽດ ທີ່ໄດ້ ພະຍາຍາມ ແລະ ທຸ້ມເທເຫື່ອແຮງ ເພື່ອສຳເລັດໜ້າທີ່ ດີເດັ່ນ ໃນວຽກງານທີໄດ້ຮັບ, ພິເສດແມ່ນ ຄວາມພະຍາຍາມ, ເຫື່ອແຮງການສ້າງສັນພັດທະນາທີ່ບໍຢຸດຢັ້ງ ຂອງ ພະນັກງານ ເຕັກໂນໂລຊີ ຂໍ້ມູນຂ່າວສານ LaoVietBank ໄດ້ນຳມາເຖິງຫມາກຜົົນ ອັນເປັນທີ່ຍອມຮັບ. ພ້ອມກັນນັ້ນ ຮອງຜູ້ອຳນວຍການໃຫ່ຍ ວຽງວິໄລ ແສງຄຳຢອງ ກໍໄດ້ ສະແດງຄວາມຂອບໃຈ ເຖິງບັນດາຄະນະອົງການຈັດຕັ້ງ ລາງວັນ Asian Banking and Finance ໄດ້ສ້າງເງື່ອນໄຂໃຫ້ບັນດາ ທະນາຄານ ໄດ້ພົບປະແລກປ່ຽນປະສົບການ ໃນຄ່ຳຄືນ Gala ມອບລາງວັນ.

ຂຶ້ນກ່າວຄຳປາໄສໃນງານມອບລາງວັນ, ທ່ານ ຫງວຽນ ຫວຽດ ຝູ - ຫົວໜ້າພະແນກ ເຕັກໂນໂລຊີຂໍ້ມູນ-ຂ່າວສານ ກໍໄດ້ ຢັ້ງຢືນວ່າ ຈະມຸ່ງເນັ້ນ ຄວາມຮູ້ ເຕັກໂນໂລຊີ ຂໍ້ມູນ-ຂ່າວສານ ເພື່ອສືບຕໍ່ພັດທະນາ ຜະລິດຕະພັນບໍລິການທະນາຄານ ທີທັນສະໄຫມ, ໃຫ້ໄດ້ ຜະລິດຕະພັນບໍລິການ, ທີ່ສະດວກສະບາຍ ທີ່ສຸດ ໃຫ້ແກ່ລູກຄ້າ.

ໃນພິທີມອບລາງວັນ, LaoVietBank ໄດ້ມີໂອກາດໄດ້ເຂົ້າພົບປະ, ສົນທະນາແລກປ່ຽນປະສົບການພັດທະນາຜະລິດຕະພັນບໍລິການທະນາຄານທີທັນສະໄຫມ, ວາງແນວທາງການພັດທະນາທະນາຄານໃນອານາຄົດ ກັບບັນດາທະນາຄານໃຫ່ຍໆ ໃນພື້ນທີ່.

ຂໍ້ມູນໃນຄ່ຳຄືນ Gala ມອບລາງວັນ ABF Awards ປີ 2017 ໄດ້ນຳຂຶ້ນສູ່ Website ຫລັກ ຂອງ ນິຕະຍາສານ Asian Banking and Finance ໃນທີ່ຢູ່ Website ດັ່ງນີ້: http://asianbankingandfinance.net/retail-banking/exclusive/asian-banking-and-finance-awards-2017-recognises-record-number-winners