LaoVietBank ມອບລາງວັນໃຫ້ແກ່ຜູ້ໂຊກດີລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2016 ຄັ້ງທີ 2
LaoVietBank ມອບລາງວັນໃຫ້ແກ່ຜູ້ໂຊກດີລາຍການເງິນຝາກລຸ້ນຊັບຮັບໂຊກ ປີ 2016 ຄັ້ງທີ 2
ໃນຕອນເຊົ້າວັນທີ 28/02/2017, ຢູ່ທີ່ສຳນັກງານໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ອາຄານເລກທີ 44 ຖະໜົນລ້ານຊ້າງ, ບ້ານຫັດສະດີ, ເມືອງຈັນທະບູລີ ໄດ້ຈັດພິທີມອບລາງວັນລາຍການ “ເງິນຝາກລຸ້ນຊັບຮັບໂຊກປີ 2016” ຄັ້ງທີ 2 ຂຶ້ນ ໂດຍການເຂົ້າຮ່ວມພິທີລວມມີ: ຕາງໜ້າພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸດຕິທຳ, ປກສ ເມືອງຈັນທະບູລີ ພ້ອມດ້ວຍ ບັນດາສື່ມວນຊົນ, ລູກຄ້າຜູ້ຖືກລາງວັນ ແລະ ບັນດາ ຄະນະນຳ, ພະນັກງານທະນາຄານຮ່ວມທຸລະກິດລາວຫວຽດ.
(ທ່ານ ຫງວຽນ ວັນ ບິງ – ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ມອບລາງວັນທີ 1 ໃຫ້ແກ່ ທ່ານ ອາຊ່າງ ຟູ ລູກຄ້າຜູ້ໂຊກດີ ໄດ້ຮັບ ລົດ All New Toyota Fortuner)
ຈຳນວນຂອງລາງວັນທັງໝົດຂອງລາຍການ “ເງິນຝາກລຸ້ນຊັບຮັບໂຊກປີ 2016 ຄັ້ງທີ 2 ລວມມີ 39 ລາງວັນ, ລວມມູນຄ່າ 730 ລ້ານກີບ. ໃນນັ້ນ, ມູນຄ່າລາງວັນສູງທີ່ສຸດໃນຄັ້ງນີ້ແມ່ນ ລົດໃຫຍ່ ໂຕໂຢຕ້າ ຟໍຈູນເນີ້ ຈຳນວນ 1 ລາງວັນ ມູນຄ່າຫຼາຍກວ່າ 400 ລ້ານກີບ ເຊິ່ງເປັນຂອງລູກຄ້າຜູ້ໂຊກດີ ຊື່ ທ່ານ ອາຊ່າງ ຟູ ທີ່ມີຕົວເລກຊີງລາງວັນເງິນຝາກແມ່ນ AE030326, ມູນຄ່າລາງວັນຮອງລົງມາແມ່ນ ລົດຈັກ Honda Click i ຈຳນວນ ມູນຄ່າຫຼາຍກວ່າ 17,6 ລ້ານກີບ 03 ລາງວັນ ເຊິ່ງເປັນຂອງລູກຄ້າຜູ້ໂຊກດີ ຊື່ ທ່ານ ສັນຕິ ແສງດາລາ, ທ່ານ ນ ດາວອນ ແສງສຸລິພົນ ແລະ ທ່ານ ນ ດາວນ້ອຍ ສອນບຸດຕະ ແລະ ຍັງມີລາງວັນອື່ນໆ ອີກທີ່ມອບໃຫ້ລູກຄ້າ ຄື:
- ລາງວັນທີ 5 ມີ 20 ລາງວັນ - ບັນຊີເງິນຝາກມູນຄ່າ 3 ລ້ານກີບ.
- ລາງວັນທີ 4 ມີ 10 ລາງວັນ - ໂທລະສັບ Iphone 7 ມູນຄ່າ 7 ລ້ານກີບ.
- ລາງວັນທີ 3 ມີ 5 ລາງວັນ - ໂທລະພາບສີ 55 ນິ້ວ ມູນຄ່າ 7,7 ລ້ານກີບ.
- ລາງວັນທີ 2 ມີ 3 ລາງວັນ - ລົດຈັກ Honda click i ມູນຄ່າ 17,6 ລ້ານກີບ.
(ບັນດາລູກຄ້າຜູ້ໂຊກດີຮ່ວມຖ່າຍຮູບກັບ LaoVietBank)
ທະນາຄານຮ່ວມທຸລະກິດລາວຫວຽດ ຂໍສະແດງຄວາມຂອບໃຈມາຍັງບັນດາລູກຄ້າທີ່ໄດ້ໃຫ້ການເອົາໃຈໃສ່, ສະໜັບສະໜູນ ແລະ ເຂົ້າຮ່ວມລາຍການເງິນຝາກລຸ້ນຊັບຮັບໂຊກຂອງ LaoVietBank ທີ່ໄດ້ຈັດຂຶ້ນໃນໄລຍະທີ່ຜ່ານມາ.
ເພື່ອສືບຕໍ່ລາຍການເງິນຝາກລຸ້ນຊັບຮັບໂຊກຂອງປີ2017 LaoVietBank ຈະສືບຕໍ່ຜັນຂະຫຍາຍລາຍການ ເງິນຝາກລຸ້ນຊັບໂຊກປີ 2017 ຄັ້ງທີ 1, ເຊິ່ງຄາດຄະເນຈະເລີ່ມຜັນຂະຫຍາຍໃນທ້າຍເດືອນ 3 ປີ 2017 ນີ້ພ້ອມກັບບັນດາຂອງລາງວັນທີ່ໜ້າສົນໃຈກ່ວາເກົ່າ. ທະນາຄານຮ່ວມທຸລະກິດລາວຫວຽດ ຫວັງຢ່າງຍິ່ງວ່າຈະໄດ້ຮັບການສະໜັບສະໜູນຈາກບັນດາລູກຄ້າຂອງ LaoVietBank ຫຼາຍຂຶ້ນຕື່ມໃນຕໍ່ໜ້າ.