ວັນພະຫັດ, 28/03/2024

.

LaoVietBank ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ນັກຮຽນ ແລະ ປະຊາຊົນ ທີ່ບ້ານນາຂວາງ, ເມືອງວັງວຽງ, ແຂວງວຽງຈັນ

ວັນທີ 01/04/2017, ຄະນະອາສາສະໝັກ ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ແລະ ສະໂມສອນລາວ off road ໄດ້ປະສານສົມທົບມອບເຄື່ອງຊ່ວຍເຫຼືອສັງຄົມໃຫ້ແກ່ນັກຮຽນ, ປະຊາຊົນ ທີ່ບ້ານນາຂວາງ, ເມືອງວັງວຽງ, ແຂວງວຽງຈັນ.

ໃນການຊ່ວຍເຫຼືອສັງຄົມໃນຄັ້ງນີ້, LaoVietBank ໄດ້ມອບເຄື່ອງຫຼາຍກ່ວາ 350 ຊຸດລວມມີ: ເຄື່ອງນຸ່ງຫົ່ມ, ອຸປະກອນການສຶກສາ, ນໍ້າດື່ມ, ສິ່ງຈຳເປັນທີ່ໃຊ້ໃນຊີວິດປະຈຳວັນ. ໂດຍສະເພາະແມ່ນການມອບດິນຈີ່ ຈຳນວນ 5000 ກ້ອນ ແລະ ສີມັງ 5 ໂຕນ ເພື່ອຊ່ວຍເຫຼືອໃນການສ້າງຫ້ອງຮຽນໃໝ່. ແຫຼ່ງລາຍຈ່າຍທັງໝົດແມ່ນ LaoVietBank ເປັນຜູ້ສະໜັບສະໜູນ ແລະ ສ່ວນໜຶ່ງມາຈາກການຮ່ວມສົມທົບທຶນຈາກບັນດາອົງການຈັດຕັ້ງມະຫາຊົນ ແລະ ບັນດາພະນັກງານຂອງ LaoVietBank.

ຕັ້ງແຕ່ຕອນເຊົ້າວັນເສົາ, ວັນທີ 01/04/2017 ຄະນະອາສາສະໝັກ LaoVietBank ແລະ ສະໂມສອນລາວ off road ໄດ້ເຕົ້າລວມກັນທີ່ສຳນັກງານໃຫຍ່ຂອງ LaoVietBank ເພື່ອຂົນເຄື່ອງບໍລິຈາກຂຶ້ນລົດຈຳນວນ 17 ຄັນ, ທ່າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມມ່ວນຊື່ນ,​ ຄວາມປິິຕິຍິນດີ, ຄວາມມີນ້ຳໃຈຂອງບັນດາພະນັກງານ LaoVietBank ແລະ ບັນດາສະມາຊິກສະໂມສອນລາວ off road.

(ຄະນະອາສາສະໝັກໄດ້ອອກເດີ່ນທາງຕັ້ງແຕ່ເວລາ 7ໂມງ30, ພ້ອມດ້ວຍລົດຫຼາຍກວ່າ 17ຄັນ).

ທ່າມກາງສາຍຝົນທີ່ຕົກລິນ, ຄະນະອາສາສະໝັກໄດ້ເດີ່ນທາງມາເຖິງບ້ານນາຂວາງ ເວລາ 14ໂມງ30 ໄດ້ເຫັນໂຮງຮຽນຫຼັງນ້ອຍໆເກົ່າໆຂອງນັກຮຽນ, ໂຕະຕັ່ງຮຽນໜັງສືທີ່ປະຊາຊົນໄດ້ເຮັດຂຶ້ນເອງເພື່ອໃຫ້ນັກຮຽນໄດ້ນັ່ງຮຽນໜັງສືໄດ້ເກົ່າຫຼາຍແລ້ວ, ເດີ່ນໂຮງຮຽນກໍ່ຍັງເປັນເດີ່ນດິນແດງເຊິ່ງອາຈານ ແລະ ປະຊາຊົນພາຍໃນບ້ານໄດ້ເຮັດໃຫ້ເປັນເດີ່ນພຽງເພື່ອໃຫ້ນັກຮຽນໄດ້ແລ່ນຫຼິ້ນ... ຄະນະຂອງພວກເຮົາໄດ້ຮັບການຕ້ອນຮັບຈາກບັນດານ້ອງນ້ອຍນັກຮຽນທີ່ໜ້າຮັກ, ບັນດາຄູອາຈານ ແລະ ປະຊາຊົນບ້ານນາຂວາງກໍ່ຢືນຕ້ອນຮັບດ້ວຍຮອຍຍິ້ມທີ່ສົດໃສ... ທ່ານ ບຸຍ ແທງ ຮວາຍ - ຮອງອຳນວຍການໃຫຍ່ LaoVietBank ໄດ້ແບ່ງປັນຄວາມຮູ້ສຶກໃນການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້: “ຂ້າພະເຈົ້າມີຄວາປະທັບໃຈ ແລະ ພາກພູມໃຈກັບນັບດາຄະນະອາສາສະໝັກຂອງພວກເຮົາ, ບັນດານ້ຳໃຈຂອງປະຊາຊົນ, ຂອງບັນດານ້ອງນັກຮຽນ ແລະ ຂອງບັນດາອຳນາດການປົກຄອງທ້ອງຖິ່ນ ບ້ານນາຂວາງ ນີ້ຈະເປັນຄວາມຊົງຈຳທີ່ບໍ່ມີວັນລືມຂອງຂ້າພະເຈົ້າເວົ້າສະເພາະ ແລະຂອງພະນັກງານ LaoVietBank ເວົ້າລວມ”.

ບັນຍາກາດປີໃໝ່ລາວ ພ.ສ 2560 ໄດ້ມາເຖິງບ້ານນາຂວາງ ໄວກ່ອນແຕ່ລະປີ, ໃນເວລາທີ່ໄດ້ມອບເຄື່ອງໃຫ້ເຖິງມືບັນດາຄູອາຈານ, ແລະ ນັກຮຽນຫຼາຍກ່ວາ 350ຄົນ ພ້ອມທັງປະຊາຊົນບ້ານນາຂວາງ. ນ້ອງນັກຮຽນເກັ່ງ ຫ້ອງປໍ4 ຕາງໜ້າໃຫ້ນັກຮຽນທັງໝົດກ່າວຄຳຂອບໃຈ: “ຫຼານດີໃຈຫຼາຍທີ່ບັນດາອາວອາຂອງຄະນະອາສາສະໝັກມອບເຄື່ອງໃຫ້ຫຼານ ແລະ ບັນດາໝູ່ເພື່ອນໃນໂຮງຮຽນແຫ່ງນີ້ ຫຼານຂໍຂອບໃຈບັນດາອາວອາທຸກຄົນໃນຄະນະເປັນຢ່າງສູງ".