ວັນສຸກ, 29/03/2024

.

ນັບແຕ່ວັນທີ 24/7/2017 LaoVietBank ໄດ້ເປີດບໍລິການຊຳລະໃບບິນຄ່ານໍ້າປະປາຜ່ານຊ່ອງທາງການຊຳລະຂອງ LaoVietBank 

ບໍລິການຊຳລະໃບບິນຄ່ານໍ້າປະປາ

ບໍລິການຊຳລະໃບບິນຄ່ານໍ້າ ແມ່ນການບໍລິການເຊິ່ງລູກຄ້າສາມາດປະຕິບັດການຊຳລະໃບບິນຄ່ານໍ້າຂອງຕົນຜ່ານຊ່ອງທາງການຊຳລະຂອງ LaoVietBank ເຊັ່ນ: ປ່ອງບໍລິການ ແລະ Smart Banking (LaoVietBank Application).

 

  • ເປົ້າໝາຍນຳໃຊ້ຊຳລະໃບບິນຄ່ານໍ້າ: ລູກຄ້າທີ່ມີບັນຊີຢູ່ກັບ LaoVietBank.

  • ຂອບເຂດການນຳໃຊ້:
  • ລູກຄ້າທີ່ຊຳລະຢູ່ປ່ອງບໍລິການແມ່ນສາມາດຊຳລະໄດ້ໃນໂມງບໍລິການຂອງ LaoVietBank (8:30 ໂມງ - 16:00 ໂມງ)
  • ລູກຄ້າສາມາດເຂົ້າລະບົບ Smart Banking ເພື່ອຊຳລະແມ່ນສາມາດປະຕິບັດໄດ້ຕະຫຼອດ 24/24 ຊົ່ວໂມງ.

 

  • ຜົນປະໂຫຍດຂອງການບໍລິການ: ລູກຄ້າສາມາດປະຕິບັດການຊຳລະທັງໝົດ ຫຼື ບາງສ່ວນຈໍານວນໜີ້ທັງໝົດໃນໃບບິນ.
  • ຜົນປະໂຫຍດສຳລັບລູກຄ້າໃນເວລານຳໃຊ້ບໍລິການ:
  • ເອກະສານໃນການຊຳລະງ່າຍດາຍ
  • ຂັ້ນຕອນການຊຳລະງ່າຍດາຍ.
  • ຊຳລະຢ່າງວ່ອງໄວຜ່ານຊ່ອງທາງ MobileBanking
  • ປອດໄພໃນເວລາປະຕິບັດທຸລະກຳ.
  • ລູກຄ້າບໍ່ຕ້ອງເສຍຄ່າທຳນຽມ
  • ເວລາໃນການຜັນຂະຫຍາຍເປີດບໍລິການ: ເລີ່ມແຕ່ວັນທີ 24/07/2017

ເອົາໃຈໃສ່: ການເປີດບໍລິການຄັ້ງນີ້ແມ່ນຊຳລະໄດ້ພຽງແຕ່ໃບບິນຄ່ານໍ້າປະປາພາຍໃນນະຄອນຫລວງວຽງຈັນ