ວັນສຸກ, 29/03/2024

.

ບໍລິການໂອນເງິນລະຫວ່າງທະນາຄານຜ່ານ MOBILE BANKING

ບໍລິການໂອນເງິນລະຫວ່າງທະນາຄານຜ່ານ MOBILE BANKING

 

ບໍລິການໂອນເງິນລະຫວ່າງທະນາຄານຜ່ານ Mobile Banking ແມ່ນກາານບໍລິການທີ່ອະນຸຍາດໃຫ້ລູກຄ້າສາມາດປະຕິບັດທຸລະກຳໂອນເງິນ ສະກຸນເງິນ ກີບ ໄປທະນາຄານອື່ນໄດ້ເຖິງ 29 ທະນາຄານ ແລະ ສະກຸນເງິນ ໂດລາ (ໂອນໄດ້ສະເພາະແຕ່ທະນາຄານ BCEL) ໂດຍຜ່ານ Smart Banking (LaoVietBank Application).

  • ເປົ້້າໝາຍນຳໃຊ້ບໍລິການໂອນເງິນລະຫວ່າງທະນາຄານ: ລູກຄ້າທີ່ມີບັນຊີຢູ່ກັບ LaoVietBank.

 

  • ຂອບເຂດການນຳໃຊ້:
  • ສະກຸນເງິນນຳໃຊ້ໂອນ: LAK, USD, THB
  • ວົງເງິນໃນການໂອນ: 30,000,000 LAK/ມື້ (10,000,000 LAK/ທຸລະກຳ)
  •  ຄ່າທຳນຽມ: 10,000 LAK, 40 THB, 1 USD/ທຸລະກຳ
  • ເວລາໃນການປະຕິບັດທຸລະກຳ: ແຕ່ວັນຈັນ - ວັນສຸກ

 ສະກຸນເງິນ LAK          : ແຕ່ 9:00 ໂມງ ຮອດ 15:10 ໂມງ

ສະກຸນເງິນ USD, THB: ແຕ່ 9:00 ໂມງ ຮອດ 15:25 ໂມງ

  • ຊ່ອງທາງປະຕິບັດ: ຜ່ານຊ່ອງທາງ MobileBanking (SmartBanking) ເຊິ່ງລູກຄ້າສາມາດເຂົ້າລະບົບ MobileBanking ແລະ ເຂົ້້າ icon ໂອນເງິນໄປທະນາຄານອື່ນ, ປ້ອນເລກບັນຊີ, ຊື່ຜູ້ຮັບເງິນ ແລະ ທະນາຄານຮັກສາບັນຊີຂອງຜູ້ຮັບ, ປ້ອນຈຳນວນເງິນ ແລະ ປະຕິບັດການໂອນໄປ.
  • ຜົນປະໂຫຍດຂອງການບໍລິການ: ລູກຄ້າສາມາດປະຕິບັດໂອນເງິນໄປທະນາຄານອື່ນໂດຍທີ່ລູກຄ້າບໍ່ຕ້ອງເຂົ້າມາທະນາຄານ.
  • ຜົນປະໂຫຍດສຳລັບລູກຄ້າໃນເວລານຳໃຊ້ບໍລິການ:
  • ຂັ້ນຕອນການປະຕິບັດງ່າຍດາຍ
  • ໂອນເງິນວ່ອງໄວຜ່ານຊ່ອງທາງ MobileBanking
  • ປະຫຍັດເວລາ
  • ປອດໄພໃນເວລາປະຕິບັດທຸລະກຳ.
  • ຄ່າທຳນຽມໂອນເງິນທີ່ເພິ່ງພໍໃຈ (ດ້ວຍອັດຕາຄ່າທຳນຽມດຽວ ບໍ່ຈຳແນກໂອນເງິນໄປຕ່າງແຂວງ)
  • ເວລາໃນການຜັນຂະຫຍາຍເປີດບໍລິການ: ເລີ່ມແຕ່ວັນທີ 08/08/2017