ຜົນສໍາເລັດແລະລາງວັນ
ໃນຕະຫຼອດໄລຍະເວລາດຳເນີນທຸລະກິດທີ່ຜ່ານມາ, LaoVietBank ແມ່ນທະນາຄານໜຶ່ງມີຄວາມຫ້າວຫັນ, ຕັ້ງໜ້າປະກອບສ່ວນເຂົ້າໃນການສ້າງສາພັດທະນາແກ່ສອງປະເທດ ລາວ ແລະ ຫວຽດນາມ, ເປັນຕົ້ນແມ່ນການປະກອບສ່ວນເຂົ້າໃນການພັດທະນາທາງດ້ານເສດທະກິດ, ການຄ້າ ແລະ ການຮ່ວມມືລົງທຶນລະຫວ່າງ ສອງປະເທດ. ນອກຈາກນັ້ນ, LaoVietBank ກໍ່ໄດ້ເປັນສ່ວນໜຶ່ງໃນການເຮັດໜ້າເພີ່ມທະວີຮັດແໜ້ນສາຍພົວພັນ ມິດ ຕະພາບ ແລະ ການຮ່ວມມືແບບຮອບດ້ານຂອງສອງປະເທດ. ຕໍ່ກັບການປະກອບສ່ວນ, ຜົນງານທີ່ຍາດມາໄດ້ ພັກ, ລັດຖະບານຂອງສອງປະເທດ ລາວ ແລະ ຫວຽດນາມໄດ້ມີການມອບຫຼາຍໆບັນດາຮູບການຍ້ອງຍໍອັນມີຄຸນຄ່າສູງສົ່ງແກ່ LaoVietBank, ຄືດັ່ງນີ້:
*. ຮູບການຍ້ອງຍໍຈາກພັກ, ລັດຖະບານ ສປປ ລາວ:
- ປີ 2002 ຍາດໄດ້ຫຼຽນໄຊແຮງງານຊັ້ນ 3;
- ປີ 2004 ຍາດໄດ້ຫຼຽນໄຊແຮງງານຊັ້ນ 2;
- ປີ 2008 ຍາດໄດ້ຫຼຽນໄຊແຮງງານຊັ້ນ 1;
- ປີ 2009 ຍາດໄດ້ຫຼຽນໄຊມິດຕະພາບ;
- ປີ 2012 ຍາດໄດ້ຫຼຽນໄຊເອກະລາດຊັ້ນ 3;
- ປີ 2014 ຍາດໄດ້ຫຼຽນໄຊແຮງງານຂັ້ນ 2;
*. ຮູບການຍ້ອງຍໍຈາກພັກ, ລັດຖະບານ ສສ ຫວຽດນາມ:
- ປີ 2009 ຫຼຽນໄຊແຮງງານຂັ້ນ 3
- ປີ 2014 ຫຼຽນໄຊມິດຕະພາບ
* ບັນດາລາງວັນອື່ນໆ:
- ລາງວັນ ວິສາຫະກິດດີເດັ່ນຫວຽດນາມ – ລາວ – ກຳປູເຈຍ (ປີ 2009);
- ລາງວັນ “ສັນຍາລັກການຄ້າທອງຄຳແມ່ນ້ຳຂອງ ” (ປີ 2010);
- ລາງວັນ ໜຶ່ງໃນ 100 ສັນຍາລັກການຄ້າແຫ່ງ ASEAN (ປີ 2013);
- ລາງວັນ “ຄວາມຄິດສ້າງສັນໃນລະບົບ CoreBanking 2014 (Core Banking system Innitiative of the Year - Laos) ” ໂດຍວາລະສານ Asian Banking and Finance ມອບໃຫ້ (ປີ 2014);
- ລາງວັນ “ທະນາຄານທີ່ມີເຕັກໂນໂລຊີ ແລະ ການເຄື່ອນໄຫວດີທີ່ສຸດ (Laos Domestick Tecnology& Operations Bank of the Year) ” ໂດຍວາລະສານ Asian Banking and Finance ມອບໃຫ້ (ປີ 2015);
- ລາງວັນ “ທະນາຄານທີ່ມີເຕັກໂນໂລຊີ ແລະ ການເຄື່ອນໄຫວດີທີ່ສຸດ (Laos Domestick Tecnology&Operations Bank of the Year) ” ໂດຍວາລະສານ Asian Banking and Finance ມອບໃຫ້ (ປີ 2016);
- ລາງວັນ “ຄວາມຄິດສ້າງສັນໃນລະບົບ CoreBanking ດີທີ່ສຸດ (Core Banking system Innitiative of the Year - Laos) ” ໂດຍວາລະສານ Asian Banking and Finance ມອບໃຫ້ (ປີ 2016).