Friday, 19/04/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ມອບເຄື່ອງຊ່ວຍເຫຼືອໃຫ້ສະມາຄົມຄົນພິການແຫ່ງຊາດລາວ ແລະ ບັນດາສູນທີ່ຂຶ້ນກັບສະມາຄົມ.

ໃນວັນທີ 2 ກັນຍາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອໃຫ້ແກ່ສະມາຄົມຄົນພິການແຫ່ງຊາດລາວ ແລະ ບັນດາສູນທີ່ຂຶ້ນກັບສະມາຄົມໄດ້ແກ່: ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA); ສະມາຄົມພິການຕາລາວ (LBA) ແລະ ກຸ່ມພິການຊົນເຜົ່າ (DHEG) ລວມມູນຄ່າທັງໝົດ 11,200,000 ກີບ.

ຕາງໜ້າ LaoVietBank, ມອບໂດຍທ່ານ ນາງ ສົມມະລີ ວົງຄໍາຊາວ, ຮອງຫົວໜ້າຫ້ອງການບໍລິຫານ; ທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ. ສ່ວນສະມາຄົມກ່າວຮັບໂດຍທ່ານ ສໍານຽງ ທໍາມະວົງ, ປະທານສະມາຄົມຄົນພິການແຫ່ງຊາດລາວ ພ້ອມດວ້ຍຜູ້ຕາງໜ້າຈາກແຕ່ລະສູນທີ່ຂຶ້ນກັບສະມາຄົມເຂົ້າຮ່ວມ.

ສໍາລັບເຄື່ອງທີ່ນຳມາມອບໃນຄັ້ງນີ້ ປະກອບມີ: ລໍ້ຍູ້ສໍາລັບຄົນພິການ, ນົມສໍາເລັດຮູບເພື່ອສຸຂະພາບ, ວິຕາມິນ ແລະ ເຄື່ອງໃຊ້ທີ່ຈໍາເປັນຈໍານວນໜຶ່ງ. ເນື່ອງຈາກການປະຕິບັດການປ້ອງກັນພະຍາດໂຄວິດ-19 ພວກເຮົາຈຶ່ງໄດ້ນໍາເຄື່ອງດັ່ງກ່າວ ມອບໃຫ້ແຕ່ລະສູນ ປະກອບມີ:

ສູນພັດທະນາ ແລະ ສົ່ງເສີມວິຊາຊີບພິການຕາ (ADBA) ມີສະມາຊິກຈໍານວນ 40 ຄົນ; ສະມາຄົມພິການຕາລາວ (LBA) ມີສະມາຊິກຈໍານວນ 40 ຄົນ; ກຸ່ມພິການຊົນເຜົ່າ (DHEG) ມີສະມາຊິກຈໍານວນ 37 ແລະ ສະມາຄົມຄົນພິການແຫ່ງຊາດ (LDPA) ມີສະມາຊິກຈໍານວນ 19 ຄົນ.