Tuesday, 07/05/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ເຊັນສັນຍາຮ່ວມມື ສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນທະຫານ ກອງພັນໃຫຍ່ 702.

ໃນວັນທີ 07 ກໍລະກົດ 2021, ທີ່ຫ້ອງປະຊຸມ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນທະຫານ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາຊຽງຂວາງ ກັບ ກອງພັນໃຫຍ່ 702.

ຕາງໜ້າ LaoVietBank ໂດຍທ່ານ ຟາມ ແມັງ ຮຸ່ງ, ຫົວໜ້າສາຂາຊຽງຂວາງ ແລະ ທ່ານ ພັນເອກ ສີວິໄລພົງ ເຜົ້າວິໄລ, ຫົວໜ້າການເມືອງກອງພັນໃຫຍ່ 702 ໂດຍເຂົ້າຮ່ວມຂອງພະນັກງານທັງສອງຝ່າຍ.

ຈຸດປະສົງ, ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື່ອຄວາມສາມັກຄີ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ກັບ ກອງພັນໃຫຍ່ 702 ແຂວງຊຽງຂວາງ ໃນການຍົກສູງຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ໃຫ້ດີຂຶ້້ນເທື່ອລະກ້າວ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la