Friday, 29/03/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ເປີດໂຕຊ່ອງທາງການລົງທະບຽນອອນລາຍ eLVB ເທິງທະນາຄານດິຈີຕ້ອນ LVB DigiBank

ວັນທີ 10/06/2022, ທີ່ສຳນັກງານໃຫຍ່ຂອງທະນາຄານຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ (LaoVietBank) ໄດ້ມີການຈັດພິທີເປີດໂຕຊ່ອງທາງການລົງທະບຽນອອນລາຍ eLVB ເທິງທະນາຄານດິຈີຕ້ອນ LVB DigiBank.

ນີ້ແມ່ນຫມາກຜົນຂອງຄວາມພະຍາຍາມ ແລະ ຄວາມຕັດສິນໃຈຂອງການຫັນສູ່ດິຈີຕ້ອນແບບຮອບດ້ານຂອງ LaoVietBank ເພື່ອແນໃສ່ຍົກສູງ ຄຸນະພາບຂອງການບໍລິການ, ການຫັນເປັນດິຈີຕ້ອນເພື່ອຮັບໃຊ້ລູກຄ້າ,ເຮັດໃຫ້ການບໍລິການທາງດ້ານການເງິນຖືກເປີດກວ້າງຂຶ້ນເພື່ອໃຫ້ປະຊາຊົນໄດ້ເຂົ້າເຖິງໄດ້ຢ່າງສະດວກສະບາຍທີ່ສຸດ. LaoVietBank ໄດ້ເປີດໂຕເປັນທາງການເຕັກໂນໂລຢີຂອງການລົງທະບຽນອອນລາຍເທິງທະນາຄານດິຈີຕ້ອນ LVB DigiBank ກ້າວເຂົ້າສູ່ການຮັບໃຊ້ບັນດາລູກຄ້າ.

ກ່າວເປີດພິທີໃນງານໂດຍທ່ານສົມຊາຍຍົດສະຫວັນ ຮອງຜູ້ອຳນວຍການໃຫຍ່ LaoVietBank ໄດ້ໃຫ້ຮູ້ວ່າ, ໃນສະພາບການທີ່ຂະແຫນງການທະນາຄານໄດ້ຮັບການຫັນເປັນດິຈິຕອນຢ່າງກວ້າງຂວາງແລະແຜ່ກວ້າງ, LaoVietBank ກໍຖືໄດ້ວ່າເປັນໜຶ່ງໃນບັນດາທະນາຄານທຸລະກິດຊັ້ນນໍາຂອງລາວ ທີ່ປະກອບສ່ວນສໍາຄັນ, ເປັນທ່າແຮງໃນລະບົບທະນາຄານ, ໄດ້ເສີມຂະຫຍາຍບົດບາດ, ເປັນແບບຢ່າງ, ປະຕິບັດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ເຊີ່ງທີ່ຜ່ານມາ ທະນາຄານຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ ຂອງພວກເຮົາ ກໍບໍ່ຢຸດຢັ້ງທີ່ຈະພັດທະນາບັນດາບໍລິການຕ່າງໆ ເພື່ອໃຫ້ແທດເໝາະ ແລະ ຮອງຮັບໃຫ້ກັບການນໍາໃຊ້ຂອງບັນດາລູກຄ້າ ທີ່ນັບມື້ນັບນັບມີການພັດທະນາດ້ານເຕັກໂນໂລຢີ. ຮອດປັດຈຸບັນ ທາງ ທລວ ເຮົາກໍຖືໄດ້ວ່າປະສົບຜົນສໍາເລັດ ທາງດ້ານການນໍາໜ້າ ແລະ ເປັນເເຖວໜ້າ ທີ່ນໍາໃຊ້ ບັນດາຜະລິດຕະພັນບໍລິການທີ່ທັນສະໄໝ ແລະ ກ້າວເຂົ້າສູ່ ທະນາຄານດີຈີຕ້ອນ ທີ່ສົມບູນເເບບຍີ່ງຂື້ນ.

ໃນປີ 2020 ທີ່ຜ່ານມາ ແມ່ນ LaoVietBank ຂອງພວກເຮົາກໍ່ໄດ້ ເປີດໂຕທະນາຄານດິຈີຕ້ອນເວີຊັ້ນໃຫມ່ຢ່າງເປັນທາງການ ກັບເຄື່ອງຫມາຍການຄ້າ LVB DigiBank ສໍາລັບລູກຄ້າບຸກຄົນ ແລະ ລູກຄ້ານິຕິບຸກຄົນ. LVB DigiBank ແມ່ນການຍົກລະດັບ ແລະ ພັດທະນາຮອບດ້ານ, ເພື່ອປ່ຽນແທນໃຫ້ກັບບັນດາກຸ່ມຜະລິດຕະພັນທະນາຄານດິຈີຕ້ອນທີ່ໄດ້ປະສົບຜົນສຳເລັດ ກ່ອນຫນ້ານີ້ຂອງ LaoVietBank.

ເມື່ອນຳໃຊ້ LVB DigiBank, ລູກຄ້າຈະໄດ້ພົບກັບ ການບໍລິການທະນາຄານດິຈີຕ້ອນທີ່ທັນສະໄຫມກັບຫລາຍຄຸນລັກສະນະທີ່ໂດດເດັ່ນ. ທຸລະກໍາທະນາຄານຈະໄດ້ຮັບການປະຕິບັດຢ່າງວ່ອງໄວ, ສະດວກສະບາຍ, ຮັບໃຊ້ລູກຄ້າໄດ້ຕະຫລອດ 24 ຊົ່ວໂມງ ທຸກມື້ ດ້ວຍຮູບແບບບັນດາການບໍລິການທະນາຄານເຊັ່ນ: ການຊຳລະໃບບິນ (ຄ່າໄຟ, ນ້ຳປະປາ, ໂທລະສັບ, ປະກັນໄພ...); ການໂອນເງິນຂ້າມທະນາຄານທັງພາຍໃນ ແລະ ຕ່າງປະເທດ; ອີກທັງຍັງສາມາດຝາກປະຢັດແບບມີິກໍານົດໄດ້, ເຊິ່ງ LVB DigiBank ໄດ້ເຮັດໃຫ້ລູກຄ້າສາມາດຄຸ້ມຄອງບໍລິຫານການເງິນໄດ້ໂດຍທີ່ລູກຄ້າບໍ່ເສຍເວລາມາທະນາຄານຄືໃນເມື່ອກ່ອນ.

ສໍາລັບການລົງທະບຽນ ອອນລາຍ eLVB ໃນ LVB DigiBank ແມ່ນຊ່ອງທາງຫນຶ່ງທີ່ສ້າງຄວາມສະດວກສະບາຍໃຫ້ກັບລູກຄ້າໃນການລົງທະບຽນນຳໃຊ້ ທະນາຄານດິຈີຕ້ອນ LVB DigiBank ໄດ້ຢ່າງສະດວກສະບາຍທີ່ສຸດ ໂດຍທີ່ລູກຄ້າບໍ່ຈຳເປັນຕ້ອງເຂົ້າມາທະນາຄານ ກໍ່ສາມາດລົງທະບຽນນຳໃຊ້ ທະນາຄານດິຈີຕ້ອນ LVB DigiBank ເອງໄດ້ ບໍ່ວ່າລູກຄ້າຈະເຄີຍມີບັນຊີ ຫຼື ບໍ່ເຄີຍມີບັນຊີ ກັບທາງທະນາຄານມາກ່ອນ.

ການລົງທະບຽນອອນລາຍ eLVB ໃນ LVB DigiBank ແມ່ນການເປີດນຳໃຊ້ LVB DigiBank ດ້ວຍຕົນເອງຜ່ານການນໍາໃຊ້ລະບົບຢັ້ງຢືນຕົວຕົນແບບ eKYC ຫຼືຮ້ອງວ່າ ການຢັ້ງຢືນຕົວຕົນຜ່ານລະບົບອີເລັກໂຕນິກ ດ້ວຍການນໍາໃຊ້ເບີໂທລະສັບ ແລະ ເອກະສານຢັ້ງຢືນຕົວຕົນຂອງລູກຄ້າໃນການຢັ້ງຢືນຕົວຕົນ, ການລົງທະບຽນໃນວິທີດັ່ງກ່າວນີ້ແມ່ນຖືກສ້າງຂຶ້ນເພື່ອແນໃສ່ສ້າງຄວາມສະດວກສະບາຍ, ຕອບສະຫນອງຄວາມຕ້ອງການຂອງລູກຄ້າບຸກຄົນ ເຊິ່ງ ປະກອບມີ 2 ຮູບແບບເພື່ອໃຫ້ລູກຄ້າໄດ້ລົງທະບຽນນຳໃຊ້ຄື:

1. ການລົງທະບຽນນໍາໃຊ້ LVB DigiBank ໂດຍທີ່ລູກຄ້າມີບັນຊີຝາກປະຢັດທີ່ເປີດຢູ່ທະນາຄານແລ້ວ ແຕ່ລູກຄ້າຍັງບໍ່ທັນໄດ້ນໍາໃຊ້ LVB DigiBank ເທື່ອ.

2. ການລົງທະບຽນນໍາໃຊ້ LVB DigiBank ໂດຍຮູບແບບ ຂອງ ບັນຊີກະເປົາເງິນ ທີ່ສາມາດເຄື່ອນໄຫວດ້ວຍວົງເງິນຈໍາກັດ

ລູກຄ້າສາມາດສະໝັກນຳໃຊ້ດ້ວຍຕົນເອງໄດ້ໂດຍບໍ່ຕ້ອງເຂົ້າມາທະນາຄານ, ສະຫມັກໄດ້ທັນທີ, ບໍ່ມີຄ່າທໍານຽມໃດໆໃນການລົງທະບຽນ ດ້ວຍການໃຊ້ເບີໂທລະສັບຂອງລູກຄ້າເອງ ພ້ອມດ້ວຍເອກະສານຢັ້ງຢືນຕົວຕົນຄື: ປະຈຸບັນແມ່ນສາມາດນຳໃຊ້ພາສປອດ ທີ່ເປັນ ຂອງຄົນລາວ ຫຼື ຄົນຫວຽດນາມ ຫຼື ດ້ວຍການໃຊ້ ບັດປະຈຳຕົວ ໃນການລົງທະບຽນນຳໃຊ້.

ການເປີດຕົວ ການລົງທະບຽນ ອອນລາຍ eLVB ໃນ ທະນາຄານ ດີຈິຕອລ LVB DigiBank ຈຸດປະສົງຫນຶ່ງກໍ່ເພື່ອເປັນການ ຢັ້ງຢືນການພັດທະນາ ແລະ ຂະຫຍາຍຕົວຂອງ LaoVietBank ໃນເດືອນຄົບຮອບແຫ່ງການສ້າງຕັ້ງ 23 ປີ (22/06/1999 – 22/06/2022)

ດ້ວຍຄວາມພະຍາຍາມ ແລະ ຄາດຫວັງໃນການກາຍເປັນທະນາຄານ ທີ່ຈະສາມາດສະໜອງບັນດາຜະລິດຕະພັນ ແລະ ການບໍລິການທີ່ກ້າວຫນ້າ ແລະ ທັນສະໄໝ, ທັນກັບທ່າອ່ຽງ 4.0 ຂອງໂລກ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງລູກຄ້າດີທີ່ສຸດ, LaoVietBank ຂໍຢືນຢັນທີ່ຈະສືບຕໍ່ປັບປຸງຄຸນນະພາບຂອງການບໍລິການ, ການລົງທຶນໃສ່ໃນລະບົບເຕັກໂນໂລຊີທີ່ທັນສະໄໝໃນການພັດທະນາແລະການຄຸ້ມຄອງລະບົບເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າໃຫ້ສົມກັບທີ່ລູກຄ້າໄດ້ໃຫ້ຄວາມໄວ້ວາງໃຈຕະຫຼອດມາ.

ທ່ານສົມຊາຍ ຍົດສະຫວັນ ຍັງໄດ້ສະແດງຄວາມຂອບໃຈມາຍັງບັນດາລູກຄ້າ, ບັນດາສື່ມວນຊົນທີ່ໄດ້ມາຮ່ວມໃນງານ, ຂອບໃຈມາຍັງບັນດາລູກຄ້າທີ່ໃຫ້ຄວາມສົນໃຈ ແລະ ເປັນເພື່ອນຮ່ວມກັບ LaoVietBank ຕະຫຼອດໄລຍະທີ່ຜ່ານມາ ແລະ ຫວັງເປັນຢ່າງຍິ່ງວ່າຈະສືບຕໍ່ໄດ້ຮັບຄວາມສົນໃຈ ແລະ ຄວາມໄວ້ວາງໃຈຈາກລູກຄ້າໃນຕໍ່ຫນ້າ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la