Thursday, 28/03/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ກັບ ບໍລິສັດ ສະຕາ ໂທລະຄົມ ຈຳກັດ (UNITEL) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານທຸລະກິດ ແລະ ສະໜອງການບໍລິການທາງດ້ານເຕັກໂນໂລຊີ

ວັນທີ 06/06/2022, ທີ່ສຳນັກງານໃຫຍ່ ຂອງ  ບໍລິສັດ ສະຕາ ໂທລະຄົມ ຈຳກັດ (UNITEL) ໄດ້ຈັດພິທີ ເຊັນ ບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອສຶກສາຄວາມເປັນໄປໄດ້ໃນການຮ່ວມມືດ້ານທຸລະກິດ ແລະ ສະໜອງການບໍລິການທາງດ້ານເຕັກໂນໂລຊີ ລະຫວ່າງ UNITEL ແລະ LaoVietBank.
ເຂົ້າຮ່ວມເປັນປະທານພິທີລົງນາມໂດຍທ່ານ ຫງວຽນດຶກຫວູ, ຜູ້ອໍານວຍການໃຫຍ່ທະນາຄານ LaoVietBank ແລະ ທ່ານ Luu Manh Ha, ຜູ້ອໍານວຍການໃຫຍ່ UNITEL.
ຕາງໜ້າໃນການລົງນາມ MOU ໂດຍທ່ານ ຫງວຽນ ຫວຽດ ຮຶງ - ຮອງຜູ້ອໍານວຍການໃຫຍ່ LaoVietBank ແລະ ທ່ານ ບຸນມີ ມາລາວົງ - ຮອງຜູ້ອໍານວຍການໃຫຍ່ Unitel ພ້ອມດ້ວຍການເປັນສັກຂີພະຍານ ຂອງ ພະນັກງານຫຼັກແຫຼ່ງທັງສອງຝ່າຍ.
ດ້ວຍການເຊັນ MOU ໃນຄັ້ງນີ້, LaoVietBank ແລະ Unitel ໄດ້ມີການເອກະພາບກັນລວມ 04 ເນື້ອໃນດັ່ງນີ້:

1.ສຶກສາຄົ້ນຄວ້ານຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານ ຂອງ LaoVietBank ເພື່ອຫັນເປັນດີຈິຕອນ:
➡️ ເຕັກໂນໂລຊີ RPA (Robotic Process Automation) ນຳໃຊ້ Robot  ເພື່ອປ່ຽນແທນການໃຊ້ແຮງງານຄົນ ແນໃສ່ເພີ່ມສະມັດຕະພາບ, ເພີ່ມຄວາມວ່ອງໄວໃຫ້ກັບຫນ້າວຽກປະຈຳວັນ, ນອກຈາກນັ້ນກໍແມ່ນແນໃສ່ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເພີ່ມທະວີປະສິດຕິພາບຂອງບໍລິມາດຫນ້າວຽກ.
➡️ ເຕັກໂນໂລຊີ MyCC - ສູນກາງບໍລິການລູກຄ້າຜ່ານຫຼາຍຊ່ອງທາງ, ມີຄວາມສາມາດໃນການຄາດຄະເນ, ວິເຄາະເພື່ອຍົກລະດັບປະສິດທິພາບ ແລະ ຫຼຸດຜ່ອນຄ່າໃຊ້ຈ່າຍໃຫ້ແກ່ອົງກອນ, ຊ່ວຍໃຫ້ອົງກອນສາມາດຄຸ້ມຄອງ ແລະ ສະໜອງການບໍລິການໃຫ້ແກ່ລູກຄ້າແບບລວມສູນ ອີກທັງແນໃສ່ຮັບປະກັນໄດ້ການຄຸ້ມຄອງບຸກຄະລາກອນ  ແລະ ການເຄື່ອນໄຫວການດຳເນີນທຸລະກິດ.
➡️ ເຕັກໂນໂລຊີ Personalised Video Technology: ວິທີການຫັນເປັນວີດີໂອບຸກຄົນ ນໍາໃຊ້ເຂົ້າໃນບັນດາວຽກງານດູແລລູກຄ້າໃນໂອກາດວັນເກີດ, ບັນດາລາຍການ ການຂາຍຄືນ, ການຂາຍໄຂວ່ ທີ່ແນໃສ່ການປະສານງານ ແລະ ນຳໃຊ້ຜະລິດຕະພັນ ຂອງ ລູກຄ້າ.
2.ໃຫ້ຄຳປຶກສາ, ຕີລາຄາຄວາມປອດໄພຂອງລະບົບເທັກໂນໂລຢີ.
3.ໃຫ້ຄຳປຶກສາ, ຕີລາຄາປະສິດຕິພາບສໍາລັບແຜນຜັນຂະຫຍາຍໂຄງຮ່າງພື້ນຖານ Cloud Computing.
4.ຄົ້ນຄວ້າຄວາມເປັນໄປໄດ້ ແລະ ຜັນຂະຫຍາຍບັນດາວິທີການ, ຜະລິດຕະພັນເຕັກໂນໂລຊີອື່ນໆຕາມຄວາມຕ້ອງການໃນຕົວຈິງ.

ດ້ວຍຄວາມຄາດຫວັງໃນການກາຍເປັນທະນາຄານ ທີ່ຈະສາມາດສະໜອງບັນດາຜະລິດຕະພັນ ແລະ ການບໍລິການທີ່ກ້າວຫນ້າ ແລະ ທັນສະໄໝ, ທັນກັບທ່າອ່ຽງ 4.0 ຂອງໂລກ ແລະ ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງລູກຄ້າດີທີ່ສຸດ, LaoVietBank ຍັງຄົງຢືນຢັນທີ່ຈະສືບຕໍ່ປັບປຸງຄຸນນະພາບຂອງການບໍລິການ, ການລົງທຶນໃສ່ໃນລະບົບເຕັກໂນໂລຊີທີ່ທັນສະໄໝໃນການພັດທະນາແລະການຄຸ້ມຄອງລະບົບເພື່ອຕອບສະຫນອງຄວາມຕ້ອງການຂອງລູກຄ້າ.
ເຊິ່ງເຫຼົ່ານີ້ກໍແມ່ນໂອກາດອັນດີທີ່ LaoVietBank ແລະ Unitel ຈະໄດ້ພ້ອມກັນຄົ້ນຄວ້າຄວາມເປັນໄປໄດ້ໃນການປະສານງານທາງທຸລະກິດ ແລະ ສະຫນອງບັນດາເຕັກໂນໂລຊີ ເພື່ອເຮັດໃຫ້ທັງສອງຝ່າຍໄດ້ມີພື້ນຖານໃນການຄົ້ນຄວ້າ, ພັດທະນາ, ເປີດກວ້າງສາຍພົວພັນການປະສານງານຂອງທັງສອງຝ່າຍ.

---------------------------
ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline: 1440
LaoVietBank
www.laovietbank.com.la