Friday, 29/03/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ສາຂາສະຫວັນນະເຂດ ເຊັນບົດບັນທຶກຄວາມເຂົ້າໃຈ ກັບພະແນກອຸດສາຫະກໍາ ແລະ ການຄ້າແຂວງ.

ໃນວັນທີ 03/08/2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາສະຫວັນນະເຂດ ໄດ້ຈັດພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການສະໜອງສິນເຊື່ອເພື່ອພະນັກງານ ລະຫວ່າງ LaoVietBank ສາຂາສະຫວັນນະເຂດ ກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ.

ຕາງໜ້າ LaoVietBank ລົງນາມໂດຍ ທ່ານ ຟ້າມ ວັນ ຮ່າ, ຫົວໜ້າສາຂາສະຫວັນນະເຂດ ກັບ ທ່ານ ປອ. ພັນແສງ ແກ້ວບຸນພັນ, ຮອງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງສະຫວັນນະເຂດ. ມີບັນດາຮອງຫົວໜ້າພະແນກ, ຫົວໜ້າໜ່ວຍງານ ພ້ອມດ້ວຍພະນັກງານກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງຂອງການລົງນາມເຊັນສັນຍາໃນຄັ້ງນີ້, ກໍ່ເພື່ອເປັນການສະໜອງສິນເຊື່ອໃຫ້ແກ່ພະນັກງານທີ່ສັງກັດຢູ່ໃນຂະແໜງອຸດສາຫະກໍາ ແລະ ການຄ້າທົ່ວແຂວງ ໃຫ້ສາມາດເຂົ້າຫາແຫຼ່ງທຶນໄດ້ຢ່າງສະດວກສະບາຍ ດ້ວຍອັດຕາດອກເບ້ຍທີ່ເໝາະສົມ, ສາມາດໝູນໃຊ້ທຶນເຂົ້າໃນການສ້າງເສດຖະກິດຄອບຄົວ, ເປັນການຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ ແລະ ຮັດແໜ້ນຄວາມສາມັກຄີທັງສອງຝ່າຍໃຫ້ເຂັ້ມແຂງຍິ່ງຂຶ້ນ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la