Thursday, 25/04/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

LaoVietBank ເຊັນສັນຍາຮ່ວມມື ສະໜອງເງິນກູ້ໃຫ້ແກ່ກອງບັນຊາການ ປກສ ແຂວງຊຽງຂວາງ.

ໃນວັນທີ 05 ສິງຫາ 2021, ທີ່ຫ້ອງປະຊຸມ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາຊຽງຂວາງ ກັບ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ.

ຕາງໜ້າ LaoVietBank ໂດຍທ່ານ ຟາມ ແມັງ ຮຸ່ງ, ຫົວໜ້າສາຂາຊຽງຂວາງ ແລະ ທ່ານ ພັນໂທ ແສງອາລຸນ ນັນທະວົງ, ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງ, ກໍ່ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ນາຍ ແລະ ພົນຕໍາຫຼວດຢູ່ໃນກອງບັນຊາການ ປກສ ແຂວງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນດ້ວຍຄວາມສະດວກສະບາຍ, ໝູນໃຊ້ທຶນເຂົ້າໃນການສ້າງເສດຖະກິດຄອບຄົວ, ເພື່ອຍົກສູງ ແລະ ແກ້ໄຂຊີວິດການເປັນຢູ່ຂອງເຈົ້າໜ້າທີ່ໃຫ້ດີຂຶ້້ນເທື່ອລະກ້າວ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la