Friday, 26/04/2024

FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern. FXStreet treats your personal information as confidential and does not disclose it to any third parties other than the company selected. Your privacy is our greatest concern

ທະນາຄານຮ່ວມທຸລະກິດລາວຫວຽດ ມອບເຄື່ອງຊ່ວຍເຫຼຶອຜູ້ປະສົບໄພນໍ້າຖ້ວມ ຢູ່ແຂວງອັດຕະປື ແລະ ແຂວງສະຫວັນນະເຂດ

ໃນວັນທີ 09 ກັນຍາ 2019 ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາແຂວງອັດຕະປື ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ແກ່ຜູ້ປະສົບໄພນໍ້າຖ້ວມ ທີ່ພະແນກແຮງງານ ແລະ ສະຫວັດດິການສັງຄົມ ແຂວງອັດຕະປື ລວມມູນຄ່າ 10 ລ້ານກີບ ເຊິ່ງໃຫ້ກຽດຕາງໜ້າຮັບໂດຍ ທ່ານ ອຸ່ນຫຼ້າ ໄຊຍະສິດ - ຮອງເຈົ້າແຂວງ ແຂວງອັດຕະປື. ເຄື່ອງຊ່ວຍເຫຼືອໄດ້ມອບຄັ້ງນີ້ແມ່ນ ອາຫານ ແລະ ເຄື່ອງໄຊ້ຈໍາເປັນຕ່າງໆ ເພື່ອປະກອບສ່ວນແກ້ໄຂບັນຫາຂາດເຂີນໃຫ້ແກ່ປະຊາຊົນທີ່ປະສົບໄພນໍ້າຖ້ວມຂອງແຂວງອັດຕະປຶ.

  ພ້ອມດຽວກັນນັ້ນ, ໃນວັນທີ 14 ກັນຍາ 2019 ທະນາຄານຮ່ວມທຸລະກິດລາວຫວຽດ ຮ່ວມກັບສະພາແຫ່ງຊາດ ແຫ່ງ ສປປ ລາວ ມອບເຄື່ອງຊ່ວຍເຫຼືອແມ່ນຢາປົວພະຍາດ, ອາຫານ, ເຄື່ອງໃຊ້ຈໍານວນໜຶ່ງ ໃຫ້ແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຢູ່ແຂວງສະຫວັນນະເຂດ ລວມມູນຄ່າ 32 ລ້ານກີບ. ເປັນກຽດເຂົ້າຮ່ວມພິທີມອບຮັບມີທ່ານ ນາງ ປານີ ຢາທໍ່ຕູ້ - ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ; ຕາງໜ້າການປົກຄອງແຂວງສະຫວັນນະເຂດ ແລະ ປະຊາຊົນ; ທ່ານຟ້າມກວັກກົງ - ຮອງຜູ້ອໍານວຍການໃຫຍ່ ແລະ ພະນັກງານສາຂາສະຫວັນນະເຂດ.

  ທະນາຄານຮ່ວມທຸລະກິດລາວຫວຽດ ຫວັງຢ່າງຍິ່ງວ່າການປະກອບສ່ວນໃນຄັ້ງນີ້ຈະຊ່ວຍຟຶ້ນຟູ ແລະ ໃຫ້ກໍາລັງໃຈແກ່ປະຊາຊົນຜູ້ປະສົບໄພນໍ້າຖ້ວມຄັ້ງນີ້ມີຄວາມສູ້ຊົນຜ່ານຜ່າວິກິດໃນຄັ້ງນີ້ຢ່າງວ່ອງໄວ.