Thứ tư, 24/04/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ສາຂາຊຽງຂວາງ ເຊັນສັນຍາຮ່ວມມືສະໜອງການບໍລິການ ແລະ ເງິນກູ້ໃຫ້ແກ່ ພະແນກພະລັງງານ ແລະ ບໍ່ແຮ່.

ວັນທີ 05 ພະຈິກ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ສາຂາຊຽງຂວາງ ໄດ້ຈັດພິທີເຊັນສັນຍາຮ່ວມມື ສະໜອງການບໍລິການ ແລະ ເງິນກູ້ຄໍ້າປະກັນເງິນເດືອນໃຫ້ແກ່ພະນັກງານວິຊາການຂອງພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ.

ຕາງໜ້າ, LaoVietBank ໂດຍທ່ານ ດິງ ຮຸ່ງ, ຮອງຫົວໜ້າສາຂາຊຽງຂວາງ ຮ່ວມກັບ ທ່ານ ຄອນແກ້ວ ບຸນທອງໃສ, ຮອງຫົວໜ້າພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ. ພ້ອມດ້ວຍພະນັກງານວິຊາການທັງສອງຝ່າຍເຂົ້າຮ່ວມ. ຈຸດປະສົງຂອງການເຊັນສັນຍາດັ່ງກ່າວ, ກໍ່ເພື່ອສະໜອງຜະລິດຕະພັນ ແລະ ການບໍລິການຂອງ LaoVietBank ໃຫ້ແກ່ພະນັກງານພາຍໃນພະແນກພະລັງງານ ແລະ ບໍ່ແຮ່ແຂວງຊຽງຂວາງ; ທັງເປັນການສົ່ງເສີມໃຫ້ພະນັກງານໄດ້ມີທຶນຮອນເຂົ້າໃນການສ້າງເສດຖະກິດຄອບຄົວ, ຍົກລະດັບແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນເລື້ອຍໆ.

---------------------------

ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline 1440

LAOVIETBANK

www.laovietbank.com.la