Thứ năm, 25/04/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ເຊັນສັນຍາຮ່ວມມືສະໜອງການບໍລິການ ໃຫ້ແກ່ຊາວໜຸ່ມ, ແມ່ຍິງ, ກໍາມະບານ ແລະ ອົງການກາແດງແຂວງຊຽງຂວາງ.

ວັນທີ 18 ພະຈິກ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ຈັດພິທີເຊັນສັນ ຍາຮ່ວມມືສະໜອງການບໍລິການ ແລະ ເງິນກູ້ຄໍ້າປະກັນດ້ວຍເງິນເດືອນ ໃຫ້ແກ່ພະນັກງານວິຊາການຂອງຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫະພັນກໍາມະບານແຂວງ, ສະຫະພັນແມ່ຍິງແຂວງ ແລະ ອົງການກາແດງແຂວງຊຽງຂວາງ.

ຕາງໜ້າ LaoVietBank, ໃຫ້ກຽດລົງນາມເຊັນສັນຍາໂດຍທ່ານ ດິງ ຮຸ່ງ, ຮອງຫົວໜ້າສາຂາຊຽງຂວາງ ພ້ອມດ້ວຍທ່ານ ເພັດສະໝອນ ດາວົງສອນ, ເລຂາຄະນະບໍລິຫານງານຊາວໜຸ່ມແຂວງຊຽງຂວາງ; ທ່ານ ທອງສາ ເທບມີມາ, ຮອງປະທານສະຫະພັນກຳມະບານແຂວງຊຽງຂວາງ; ທ່ານ ນາງ ເຮືອງເລ່ຍ ໄຊວື່ວ່າງ, ຮອງປະທານສະຫະພັນແມ່ຍິງແຂວງຊຽງຂວາງ ແລະ ທ່ານ ໄຊສົມພອນ ທະວີວົງ, ຮັກສາການຫົວໜ້າອົງການກາແດງແຂວງຊຽງຂວາງ.

ຈຸດປະສົງຂອງການເຊັນສັນຍາດັ່ງກ່າວ, ແມ່ນເພື່ອສ້າງເງື່ອນໄຂໃຫ້ພະນັກງານ-ລັດຖະກອນທີ່ເຮັດວຽກຂອງ 4 ອົງການຈັດຕັ້ງພາຍໃນແຂວງ ໄດ້ເຂົ້າເຖິງການບໍລິການຂອງທະນາຄານຫຼາຍຂຶ້ນ. ຄຽງຄູ່ກັນນັ້ນ, ກໍ່ເປັນການສ້າງເງື່ອນໄຂໃຫ້ເຂົາເຈົ້າໄດ້ມີຊ່ອງທາງໃນການເຂົ້າເຖິງສິນເຊື່ອ ເພື່ອໝູນໃຊ້ທຶນສ້າງເສດຖະກິດຄອບຄົວ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la