Thứ ba, 16/04/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ເຊັນສັນຍາຮ່ວມມື ສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນທະຫານແຂວງຊຽງຂວາງ.

ໃນວັນທີ 21 ກໍລະກົດ 2021, ທີ່ຫ້ອງປະຊຸມ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນທະຫານ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາຊຽງຂວາງ ກັບ ກອງບັນຊາການທະຫານແຂວງຊຽງຂວາງ.

ຕາງໜ້າ LaoVietBank ໂດຍທ່ານ ຟາມ ແມັງ ຮຸ່ງ, ຫົວໜ້າສາຂາຊຽງຂວາງ ແລະ ທ່ານ ພົນຈັດຕະວາ ຂັນທອງ ວົງອຳຄາ, ຫົວໜ້າການເມືອງກອງບັນຊາການທະຫານແຂວງຊຽງຂວາງ ໂດຍເຂົ້າຮ່ວມຂອງພະນັກງານທັງສອງຝ່າຍ.

ຈຸດປະສົງ, ກໍ່ເພື່ອເປັນການເສີມຂະຫຍາຍມູນເຊື່ອຄວາມສາມັກຄີ, ມິດຕະພາບອັນດີງາມຂອງອ້າຍນ້ອງ ລາວ-ຫວຽດນາມ, ໂດຍສະເພາະກອງບັນຊາການທະຫານແຂວງຊຽງຂວາງ ແລະ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໃນການຂະຫຍາຍເສດຖະກິດຄອບຄົວ, ຍົກສູງ, ແກ້ໄຂຊີວິດການເປັນຢູ່ຂອງນາຍ ແລະ ພົນທະຫານ ໃຫ້ດີຂຶ້້ນເທື່ອລະກ້າວ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la