Thứ bảy, 20/04/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ເເລະ Unitel ຮ່ວມມືໃນການເຊື່ອມຕໍ່ບັນຊີ ເພື່ອການຊໍາລະ QR Code.

ໃນວັນທີ 28 ກໍລະກົດ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືການຊຳລະ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ແລະ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ.

ການເຊັນສັນຍາຄັ້ງນີ້, ລົງນາມເຊັນໂດຍ ທ່ານ ຟາມ ກ໋ວກ ກົ່ງ, ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດລາວ-ຫວຽດ ຈໍາກັດ (LaoVietBank) ເເລະ ທ່ານ ເຈິນ ມິງ ດຶກ, ຮອງຜູ້ອໍານວຍການ ບໍລິສັດ ສະຕາ ຟິນເທັກ ຈໍາກັດຜູ້ດຽວ.

ເຂົ້າຮ່ວມເປັນສັກຂີພິຍານ ໂດຍ ທ່ານ ສຸລິສັກ ທໍານຸວົງ, ຫົວໜ້າກົມຄຸ້ມຄອງລະບົບຊໍາລະສະສາງ ທະນາຄານ ເເຫ່ງ ສປປ ລາວ; ທ່ານ ຫວຽນ ດຶກ ວູ, ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ; ທ່ານ ລິວ ແມງ ຮ່າ, ຜູ້ອໍານວຍການ ບໍລິສັດ ສະຕາ ຟີນເທັກ ຈຳກັດຜູ້ດຽວ ເເລະ ທັງເປັນຜູ້ອໍານວຍການໃຫຍ່ ບໍລິສັດ ສະຕາຣ ໂທລະຄົມ ຈໍາກັດ ພ້ອມດ້ວຍຄະນະພະແນກ ຂອງ ທະນາຄານ ຮ່ວມທຸລະກິດ ລາວ- ຫວຽດ ຈໍາກັດ, ບໍລິສັດ ສະຕາ ຟີນເທັກ ແລະ ບໍລິສັດ ສະຕາ ໂທລະຄົມ ເຂົ້າຮ່ວມ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

ຂົວຕໍ່ແຫ່ງຜົນສໍາເລັດ

Hotline: 1440

LaoVietBank

www.laovietbank.com.la