Thứ bảy, 20/04/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

LaoVietBank ໄດ້ຮັບລາງວັນຈາກວາລະສານການເງິນຊັ້ນນຳລະດັບໂລກ ໃນສາຂາ Wholesale Banking.

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ (LaoVietBank) ເປັນທະນາຄານຫນຶ່ງດຽວໃນ ສປປ ລາວ ທີ່ໄດ້ຮັບກຽດຈາກວາລະສານການເງິນຊັ້ນນຳລະດັບໂລກ Asian Banking & Finance ສະເໜີລາຍຊື່ຂອງ ທະນາຄານເຂົ້າຮ່ວມຄັດເລືອກ ເພື່ອຊິງລາງວັນໃນລາຍການ Banking & Finance Retail Banking Awards 2021. ເຊິ່ງການຄັດເລືອກໃນຄັ້ງນີ້, ແມ່ນມີບັນດາທະນາຄານທີ່ເຂົ້າຮ່ວມຄັດເລືອກເຖິງ 140 ທະນາຄານ ຈາກ 31 ປະເທດໃນທົ່ວໂລກ.

ຈາກຜົນການຄັດເລືອກຂອງຄະນະກໍາມະການ ໄດ້ເຫັນດີເປັນເອກະພາບຕັດສິນໃຫ້ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ຂອງ ສປປ ລາວ ເປັນຜູ້ໄດ້ຮັບລາງວັນຊະນະເລີດ Laos Domestic Initiative of the Year ປະຈໍາປີ 2021 ໃນສາຂາ Wholesale Banking ທີ່ໄດ້ມີການປະກາດຜົນຜ່ານທາງເວັບໄຊ "Asian Banking & Finance" ໃນເດືອນກໍລະກົດ 2021 ຜ່ານມາ.

ຂໍ້ມູນຈາກເວັບໄຊ "Asian Banking & Finance" ລາຍງານບາງຕອນສໍາຄັນວ່າ: ສະພາບການລະບາດຂອງພະຍາດໂຄວິດ - 19 ທີ່ໄດ້ສົ່ງຜົນສະທ້ອນຢ່າງຫຼວງຫຼາຍໃນທົ່ວໂລກເວົ້າລວມ, ເວົ້າສະເພາະ ກໍ່ຄືບັນດາຂະແໜງ ການທາງດ້ານທຸລະກິດການທະນາຄານຢູ່ລາວໃນໄລຍະຜ່ານມາ ແລະ ວາລະສານການເງິນຊັ້ນນໍາລະດັບໂລກ Asian Banking & Finance ກໍ່ເຫັນໄດ້ຄວາມພະຍາຍາມຂອງ LaoVietBank ໃນການຂະຫຍາຍຕົວ ຢ່າງບໍ່ຢຸດຢັ້ງ ດ້ວຍທິດທາງຂອງການຫັນປ່ຽນເປັນທະນາຄານດິຈິຕ້ອນທີ່ທັນສະໄໝ, ຍົກສູງຄວາມປອດໄພ, ຄວາມໝັ້ນຄົງຂອງລູກຄ້າ ແລະ ອົງກອນເປັນສ່ວນສຳຄັນ; ຄຽງຄູ່ໄປພ້ອມກັບການຍົກລະດັບການບໍລິການລູກຄ້າ ແລະ ບັນດາຜະລິດຕະພັນການບໍລິການໃຫ້ດີຂຶ້ນກວ່າເກົ່າ.

 

ຈາກຜົນສຳເລັດດັ່ງກ່າວ, LaoVietBank ຈະຕັ້ງຫນ້າສຸມໃສ່ວຽກງານການບໍລິການລູກຄ້າ, ດ້ວຍທິດທາງການຫັນເປັນທະນາຄານດິຈິຕ້ອນທີ່ທັນສະໄຫມ, ແນໃສ່ຄວາມປອດໄພຂອງລູກຄ້າເປັນສິ່ງສຳຄັນ ແລະ ໃນປີ 2020 ຜ່ານມາ, LaoVietBank ກໍ່ໄດ້ຮັບລາງວັນຈາກວາລະສານການເງິນຊັ້ນນໍາລະດັບໂລກເຊັ່ນກັນ, ແຕ່ຢູ່ໃນສາຂາ Laos Domestic Technology & Operations Bank of the Year.

ແຫຼ່ງທີ່ມາ: https://asianbankingandfinance.net/co-written-partner/event-news-news/get-know-winners-asian-banking-finance-wholesale-and-retail-banking-awards-2021