Thứ sáu, 29/03/2024

 Thời gian giao dịch phục vụ khách hàng tại các Chi nhánh, Phòng giao dịch, Điểm giao dịch của LaoVietBank - Từ thứ 2 tới thứ 6: Từ 08h30 tới 16h00 (trừ ngày lễ, tết).

ຊຳລະຄ່າທໍານຽມທາງ ປີ 2021 ກ່ອນວັນທີ 31 ມີນາ 2021 ຜ່ານ LVB DigiBank ເພື່ອບໍ່ຖືກປັບໃໝ.

ກະຊວງການເງິນໄດ້ມີການອອກແຈ້ງການສະບັບໃໝ່ ເລກທີ 0375/ກງ, ລົງວັນທີ​ 20​ ມັງກອນ​ 2021 ໂດຍກຳນົດໃຫ້ບຸກຄົນ, ນິຕິບຸກຄົນ ແລະ​ ອົງການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ເປັນຜູ້ທີ່ນໍາໃຊ້ພາຫະນະໃນທົ່ວປະເທດຕ້ອງປະຕິບັດການຊຳລະຄ່າທຳນຽມທາງປີ 2021 ຊ້າສຸດບໍ່ໃຫ້ກາຍວັນທີ 31 ມີນາ 2021. ຫາກບໍ່ເສຍຄ່າທໍານຽມທາງຕາມໄລຍະເວລາດັ່ງກ່າວ ແມ່ນຈະຖືກປັບໃໝຕາມແຕ່ລະກໍລະນີ ທີ່ໄດ້ກໍານົດໄວ້ໃນຄຳແນະນໍາສະບັບເລກທີ 3455/ກງ, ລົງວັນທີ 10​ ຕຸລາ 2017.​ ໂດຍມີລາຍລະອຽດດັ່ງນີ້:

 

  1. ກໍລະນີບຸກຄົນ, ນິຕິບຸກຄົນ ແລະ​ ການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື​ ນໍາໃຊ້ຍານພາຫະນະ; ຫາກຍັງບໍ່ທັນໄດ້ເສຍຄ່າທຳນຽມທາງໃນປີຜ່ານມາ ຈະຖືກປະຕິບັດມາດຕະການປັບໃໝດັ່ງນີ້:
  • ຈະຖືກປັບໃໝ 60% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ; ຫາກບໍ່ໄດ້ເສຍຄ່າທໍານຽມທາງນັບແຕ່ປີ 2017,​ 2018 ແລະ 2019.​
  • ຈະຖືກປັບໃໝ 40% ຂອງມູນຄ່າທີ່ຕ້ອງເສຍຄ່າທໍານຽມທາງຕໍ່ປີ; ຫາກບໍ່ໄດ້ເສຍຄ່າທໍານຽມທາງ ໃນປີ 2020.

       2. ສຳລັບບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທີ່ໄດ້ຊື້ຍານພາຫະນະໃໝ່ (ພາຫະນະອອກຮ້ານ) ໃນເດືອນຕຸລາ ຫາ​ເດືອນ ທັນວາ ປີ 2021 ແມ່ນໃຫ້ເລີ່ມເສຍຄ່າທໍານຽມທາງໃນປີຖັດໄປ.​

LaoVietBank ແມ່ນຫົວຫນ່ວຍທະນາຄານທີ່ໄດ້ຮັບມອບສິດຈາກກະຊວງການເງິນໃນການຊ່ວຍເກັບຄ່າທໍານຽມທາງ.​ ດ້ວຍເປົ້າໝາຍແນໃສ່ສ້າງຄວາມສະດວກສະບາຍໃຫ້ກັບປະຊາຊົນ, LaoVietBank ໄດ້ມີບໍລິການຊ່ວຍເກັບຄ່າທຳນຽມທາງຜ່ານລະບົບທະນາຄານດິຈິຕ້ອນ LVB DigiBank, ຕູ້ບໍລິການດ້ວຍຕົວທ່ານເອງ - CSS ແລະ ປະຕິບັດການເກັບໂດຍກົງຢູ່ສຳນັກງານໃຫຍ່, ບັນດາສາຂາ, ໜ່ວຍບໍລິການ, ຈຸດບໍລິການຂອງ LaoVietBank ໃນທົ່ວປະເທດ. 

ທຸກຂໍ້ມູນເພີ່ມເຕີມສາມາດຕິດຕໍ່ໄດ້ທີ່ເບີ Hotline 1440 ຕໍ່ 111 ຫຼື ເບິ່ງຂໍ້ມູນລະອຽດ ແລະ ພົວພັນໄດ້ທີ່ໜ້າຕ່າງເພຈ Facebook: https://www.facebook.com/laovietbank ແລະ website: https://www.laovietbank.com.la ຂອງ LaoVietBank ເພື່ອໃຫ້ຄໍາປຶກສາ, ຕອບຄຳຖາມ ແລະ ຊ່ວຍເຫຼືອ.

(ແຫຼ່ງຂໍ້ມູນ: LaoVietBank ສັງລວມຂໍ້ມູນຈາກ ກະຊວງການເງິນ)