ວັນເສົາ, 04/05/2024

.

ບັດນັກສຶກສາ

                                                                                                             ພະລິດຕະພັນບັດນັກສຶກສາ

1. ພັນລະນາກ່ຽວກັບຜະລິດຕະພັນ ແລະ ຄວາມສາມາດຂອງບັດນັກສຶກສາ:

    -  ຜະລິດຕະພັນ ບັດນັກສຶກສາ: ແມ່ນຜະລິດຕະພັນທີ່ ທລວ ໄດ້ເຊື່ອມໂຍງກັບບັນດາໂຮງຮຽນໃຫຍ່, ມີຄວາມເຊື່ອໝັ້ນເພື່ອອອກບັດໃຫ້ແກ່ນັກສຶກສາທີ່ຮໍ່າຮຽນຢູ່ໂຮງຮຽນດັ່ງກ່າວ. ບັດນັກສຶກສາມີຄວາມສາມາດເປັນໄດ້ທັງບັດເອທີເອັມສາມາດຖອນເງິນໄດ້ ແລະ ຍັງມີຂໍ້ມູນເພື່ອຮັບໃຊ້ເຂົ້າໃນການຄຸ້ມຄອງນັກສຶກສາຂອງໂຮງຮຽນ (ລະຫັດນັກສຶກສາ; ຊື່ ແລະ ນາມສະກຸນ, ຫ້ອງຮຽນ, ຂະແໜງວິຊາຮຽນ, ປີຮຽນ,...).

    - ເປົ້າໝາຍ: ບັນດາໂຮງຮຽນຊັ້ນສູງ, ປະລິຍາຕີ,....ທີ່ເປັນຂອງລັດ ຫຼື ເອກະຊົນສ້າງຂື້ນ.

    - ສະກຸນເງິນນໍາໃຊ້: ນໍາໃຊ້ສະເພາະບັນຊີເງິນກີບ

    - ແບບບັດ

2. ຄ່າທຳນຽມ ແລະ ວົງເງິນທຸລະກຳ

ລ/ດ

ເນື້ອໃນ

ວົງເງິນທຸລະກຳ

1

ຈຳນວນເງິນຄ້າງບັນຊີ

20,000 ກີບ

2

ວົງເງິນທຸລະກຳ

 

2.1

ທຸລະກຳເງິນສົດ

 

-

ຖອນເງິນສົດ

2,000,000 ກີບ/ຄັ້ງ ແລະ 10,000,000 ກີບ/ມື້

-

ຈຳນວນຄັ້ງ

10 ຄັ້ງ/ມື້

2.1

ທຸລະກຳໂອນເງິນ

 

-

ໂອນເງິນພາຍໃນລະບົບ

 

+

ຈຳນວນເງິນທຸລະກຳ

10,000,000 ກີບ/ຄັ້ງ, 50,000,000 ກີບ/ມື້

+

ຈຳນວນຄັ້ງ

10 ຄັ້ງ/ມື້

3

ບັນດາຄ່າທຳນຽມ

 

-

ອອກບັດໃໝ່

ບໍ່ເສຍຄ່າ

-

ປ່ຽນບັດໃຫມ່ (ເສຍ, ເພ,....)

20,000 ກີບ/ຄັ້ງ

-

ຄ່ານຳໃຊ້ບັດ ແລະ ຮັກສາບັນຊີ

  • ຟຣີປີທຳອິດ
  • ແຕ່ປີທີ່ 2 ເກັບ: 2,000 ກີບ/ເດືອນ/ບັນ ຊີ

-

ຄ່າຖອນເງິນ/ໂອນເງິນພາຍໃນລະບົບ

ບໍ່ເສຍຄ່າ

-

ຄ່າທຳນຽມຖອນຜ່ານ LAPNet

2,000 ກີບ/ລາຍການ

-

ຄ່າທຳນຽມໂອນເງິນຜ່ານ LAPNet

ອີງຕາມຄ່າທຳນຽມ ທລວ ປະກາດໃຊ້ໃນແຕ່ລະໄລຍະ

-

ຄ່າທຳນຽມຖອນເງິນຜ່ານ Napas VN

1.5 USD/ຄັ້ງ

-

ກວດສອບຍອດເງິນຜ່ານ Napas VN

0.1 USD/ຄັ້ງ

-

ຄ່າທຳນຽມປ່ຽນລະຫັດ, ປິດບັດ,...

ອີງຕາມຄ່າທຳນຽມ ທລວ ປະກາດໃຊ້ໃນແຕ່ລະໄລຍະ

-

ຄ່າທຳນຽມອື່ນ

ຕາມລະບຽບ

ໜາຍເຫດ:

+ ຄ່າທຳນຽມຂ້າງເທີງນີ້ຍັງບໍ່ລວມອາກອນມູນຄ່າເພິ່ມ.ຄວນເອົາໃຈໃສ່:

+ ອັດຕາແລກປ່ຽນ: ແມ່ນອັດຕາແລກປ່ຽນຂອງທະນາຄານໃນມື້ເຮັດທຸລະກໍາ

+ ອັດຕາຄ່າທຳນຽມນີ້ຍັງບໍ່ລວມຄ່າທຳນຽມທີ່ບັນດາທະນາຄານ/ອົງກອນບັດອື່ນໆກຳນົດ (ຖ້າມີ) ເມື່ອລູກຄ້າ ນຳໃຊ້ບໍລິການຢູ່ໃນລະບົບຂອງບັນດາທະນາຄານ ຫລື ສະຖາບັນການເງິນອື່ນໆ.

+ ອັດຕາຄ່າທໍານຽມນີ້ອາດມີການປ່ຽນແປງຕາມການແຈ້ງການຂອງທະນາຄານໃນໝ້າເວບໄຊຣຊອງທະນາຄານ(website: http://laovietbank.com.la) ຫລື ຜ່ານບັນດາຊອງທາງບໍລິການອື່ນໆ.