ວັນອັງຄານ, 19/03/2024

.

ແນະນຳລວມ

ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ (LaoVietBank) ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ ໃນ​ວັນ​ທີ 22 ເດືອນ 06 ປີ 1999 ບົນ​ພື້ນ​ຖານ​ໝາກ​ຜົນ​ຂອງ​ຄວາມ​ສາ​ມັກ​ຄີ​ມິດ​ຕະ​ພາບ​ແບບ​ພິ​ເສດ​ໃນ​ທຸກໆ​ດ້ານ​ລະ​ຫວ່າງ​ສ​ອງ​ຊົນ​ເຜົ່າ, ສອງ​ຊ​າດ​ຫວຽດ​ນາມ ແລະ ລາວ, ເປັນ​ພື້ນ​ຖານແຫ່ງ​ການ​ກຳ​ເນີ​ດ​ມີ​ການ​ແລກ​ປ່ຽນ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ.

ຊື່​ເປັນ​ພາ​ສາ​ຫວຽດນາມ: Ngân hàng Liên doanh Lào Việt

ຊື່​ເປັນ​ພາ​ສາ​ອັງ​ກິດ: Lao Viet Joint Venture Bank

ຊື່​ເປັນ​ພາ​ສາ​ລາວ: ທະນາຄານຮ່ວມທຸລະກິດລາວຫວຽດ

ຊື່​ຂຽນ​ຫຍໍ້ເປັນ​ພາ​ສາ​ອັງ​ກິດ: LAOVIETBANK

ຊື່​ຂຽນ​ຫຍໍ້​ເປັນ​ພາ​ສາ​ລາວ: ທລວ

Tel: (856) 21 251418

Fax: (856) 21 212197

Website: www.laovietbank.com.la

Email: info@laovietbank.com.la

ທີ່​ຢູ່​ສຳ​ນັກ​ງານ​ໃຫຍ່: ເລກ​ທີ 44, ຖະ​ໜົນ​ລ້ານ​ຊ້າງ, ບ້ານ​ຫັດ​ສະ​ດີ, ເມື​ອງ​ຈັນ​ທະ​ບູ​ລີ, ນະ​ຄອນຫຼ​ວງວຽງ​ຈັນ, ສ​ປ​ປ ລາວ.

ທຶນ​ຈົດ​ທະ​ບຽນ: 791,357,560,000 ກີບ (ເຈັດ​ຮ້ອຍ​ເກົ້າ​ສີບ​ເອັດ​ຕື້ ສາມ​ຮ້ອຍຫ້າ​ສີບ​ເຈັດ​ລ້ານ ຫ້າ​ແສນ​ຫົກ​ສີບ​ພັນ​ກີບ), ເປັນ​ໜຶ່ງ​ໃນ​ບັນ​ດາ​ທະ​ນາ​ຄານ​ທີ່​ມີ​ຂະ​ໜາດ​ທຶນ​ຈົດ​ທະ​ບຽນ​ຫຼາຍ​ສຸດ​ຢູ່ລາວ.

ຜູ້​ຖື​ຮຸ້ນ:

LaoVietBank ມີ 03 ຂາ​ຮຸ້ນ ປະ​ກອບ​ດ້ວຍ:

1. ທະ​ນາ​ຄານ​ຮຸ້ນ​ສ່ວນ​ລົງ​ທຶນ ແລະ ພັດ​ທະ​ນາ​ຫວຽດ​ນາມ (BIDV) ຖື​ກຳ​ມະ​ສິດ 65% ທຶນ​ຈົດ​ທະ​ບຽນ

2. ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ມະ​ຫາ​ຊົນ (BCEL) ຖື​ກຳ​ມະ​ສິດ 25% ທຶນ​ຈົດ​ທະ​ບຽນ

3. ບໍ​ລິ​ສັດ ສຸກ​ຮຸ່ງ​ເຮືອງ ຖື​ກຳ​ມ​ະ​ສິດ 10% ທຶນ​ຈົດ​ທະ​ບຽນ

ພາ​ລະ​ບົດ​ບາດ:

- ເຊື່ອມ​ໂຍງ​ສອງ​ພື້ນ​ຖານ​ເສດ​ຖະ​ກິດ​ລາວ - ຫວຽດ​ນາມ: ກາຍ​ເປັນທະ​ນາ​ຄານ​ນຳ​ໜ້າ​ໃນ​ການ​ສະ​ໜ​ອງ​ບັນ​ດາ​ວິ​ທີ​ການ​ດ້ານ​ການທະ​ນາ​ຄານ, ການ​ເງິນ, ໃຫ້​ບັນ​ດານິ​ຕິ​ບຸກ​ຄົນ​ທີ່​ມີ​ສາຍ​ພົ​ວ​ພັນ​ດ້ານ​ກາ​ນ​ຄ້າ, ການ​ລົງ​ທຶນ​ລະ​ຫ​ວ່າງ​ຫວຽດ​ນາມ-ລາວ, ລາວ-ຫວຽດ​ນາມ.

- ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ຂອງ​ຫວຽດ​ນາມ ແລະ ລາວ: LaoVietBank ກາຍ​ເປັນ​ສະ​ຖາ​ບັນ​ການ​ເງິນ​ໜຶ່ງ​ທີ່​ເຂັ້ມ​ແຂງ, ດຳ​ເນີນ​ທຸ​ລະ​ກິດ​ກັບຫຼາຍ​ປະ​ເທດ, ປະ​ກອບ​ສ່ວ​ນ ສຳ​ຄັນ​ເຂົ້າ​ໃນ​ກາ​ນ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ສ​ອງ​ຊາດ​ລາວ ແລະ ຫວຽດ​ນາມ.

ຄະ​ຕິປະ​ຈຳຕົວຂອງ​ທະ​ນາ​ຄານ:

- ລູກ​ຄ້າ​ເປັນ​ສູນ​ກາງ, ເປັນ​ເປົ້າ​ໝາຍ​ເຄື່ອນ​ໄຫ​ວ​ທຸ​ລະ​ກິດ;

- ບໍ​ລິ​ຫານ​ຄວາມ​ສ່ຽງ​ເປັນ​ພື້ນ​ຖານ​ຂ​ອງ​ວຽກ​ງານ​ບໍ​ລິ​ຫານ​ທົ່ວ​ລະ​ບົບ;

- ພະ​ນັກ​ງານ ແລະ ເຕັກ​ໂນ​ໂລ​ຊີ ເປັນ​ອົງ​ປະ​ກອບ​ຕັດ​ສີນ​ຄວາມ​ສຳ​ເລັດ.

ບັນ​ດາ​ການ​ບໍ​ລິ​ການດ້ານ​ການ​ເງິນ​ການ​ທະ​ນາ​ຄານ

- ລະ​ດົມ​ເງິນ​ຝ​າ​ກ​ປະ​ຍັດ, ເງິນ​ຝ​າກ​ປະ​ຈຳຂອງ​ບຸກ​ຄົນ ແລະ ອົງ​ການ ດ້ວຍ​ສະ​ກຸນ​ເງິນ​ກີບ (LAK), ໂດ​ລ​າ​ສະ​ຫະ​ລັດ (USD), ບາດ (THB). ເງິນ​ຝາກ​ຂອງ​ລູກ​ຄ້າ​ໄດ້​ຄ້ຳ​ປະ​ກັນ​ຕາມ​ຂໍ້​ກຳ​ນົດ​ຂອງ​ທະ​ນາ​ຄານ​ແຫ່ງ ສ​ປ​ປ ລາວ.

- ປ່ອຍ​ກູ້​ໄລ​ຍະ​ສັ້ນ, ໄລ​ຍະ​ກາງ ແລະ ໄລ​ຍະ​ຍາວ ດ້ວຍ​ສະ​ກຸນ​ເງິນ LAK, USD, THB ດ້ວຍ​ບັນ​ດາ​ເງື່ອນ​ໄຂ ແລະ ເອ​ກະ​ສານ​ງ່າຍ​ດາຍ, ວ່ອງ​ໄວ.

- ການ​ຊື້​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດຕາມ​ບັນ​ດາ​ຮູບ​ການມອບ​ທັນ​ທີ (Spot), ແລກ​ປ່ຽນ (Swap), ໄລ​ຍະ​ກຳ​ນົດ (Forward).

- ບັນ​ດາ​ການ​ບໍ​ລິ​ການ​ຊຳ​ລະສະ​ສາງ, ອົນ​ເງິນ​ລະ​ຫວ່າງ​ປະ​ເທດໂດຍ​​ຜ່ານ​ລະ​ບົບ SWIFT, Online IBMB, Westem, ຊ່ວຍ​ສົ່ງ​ອອກ​ນຳ​ເຂົ້າ​ສີນ​ຄ້າ​ຮັບ​ປະ​ກັນ​ວ່ອງ​ໄວ, ປວດ​ໄພ, ຄ່າ​ໃຊ້​ຈ່າຍ​ເໝ​າະສົມ.

- ​ຈຳ​ໜ່າຍ ແລະ ຊຳ​ລະ​ສະ​ສາງ​ດ້ວຍ​ບັດ​ສີນ​ເຊື່ອ​ພາຍ​ໃນ​ກັບ​ບັນ​ດາ​ການ​ບໍ​ລິ​ການ​ທີ່​ສະ​ດວກ​ສະ​ບາຍ​ໃຫ້​ແກ່​ລູກ​ຄ້າ

- ໃຫ້​ບໍ​ລິ​ການ​ດ້ານເງິນທຶນ, ຈ່າຍ​ເງິນ​ເດືອນ, ຮັບ​ເງິນ​ກັບ​ທີ່, ຊື້​ຂາຍ​ເງິນ​ຕາ​ຕ່າງ​ປະ​ເທດ, ຮັບ ແລະ ຈ່າຍ​ເງິນ​ທາງ​ໄກ, ໂອນ​ເງິນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

- ບັນ​ດາ​ການ​ບໍ​ລິ​ການ​ຄ້ຳ​ປະ​ກັນ​ພາຍ​ໃນ ແລະ ຕ່າງ​ປະ​ເທດ

- ບັນ​ດາ​ການ​ບໍ​ລິ​ການ​ອື່ນໆ​ຕອບ​ສະ​ໜອງ​ຄ​ວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ລູກ​ຄ້າ

ຕາ​ໜ່າງ​ເຄືອ​ຂ່າຍ:

LaoVietBank ມີສຳ​ນັກ​ງານ​ເຄື່ອນ​ໄຫວກວ້າງ​ຂວາງ ຢູ່​ແຕ່​ລະ​ພາກ​ພື້ນ​ຂອງ​ລາວ ໂດ​ຍ​ສຳ​ນັກ​ງານ​ໃຫ​ຍ່​ຕັ້ງ​ຢູ່​ນະ​ຄອນຫຼວງວຽງ​ຈັນ ແລະ 05 ສາ​ຂາ, 09 ໜ່ວຍ​ບໍ​ລິ​ການ ຄວບຄຸມກວ້າງ​ຂວາງໃນ 8/18 ແຂວງເສດ​ຖະ​ກິດຈຸດ​ສຸມຂອງ​ລາວ, ລາຍ​ລະ​ອຽດ​ດັ່ງ​ນີ້:

* ຢູ່​ນະ​ຄອນຫຼວງວຽງ​ຈັນ:

1. ສຳ​ນັກ​ງານ​ໃຫ​ຍ່

2. ໜ່ວຍ​ບໍ​ລິ​ການ​ຕະຫຼາດ​ເຊົ້າ

3. ໜ່ວຍ​ບໍ​ລິ​ການສີ​ໄຄ

4. ໜ່ວຍ​ບໍ​ລິ​ການດອນ​ໜູນ

5. ໜ່ວຍ​ບໍ​ລິ​ການດ່ານ​ສາ​ກົນຂົວ​ມິດ​ຕະ​ພາບ​ລາວ-ໄທ

6. ໜ່ວຍ​ບໍ​ລິ​ການດົງ​ໂດກ

7. ໜ່ວຍ​ບໍ​ລິ​ການລາວ​ໄອ​ເຕັກ

* ຢູ່ແຂວງຊຽງຂວາງ

1. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ - ສາ​ຂາຊຽງຂວາງ

* ຢູ່ແຂວງຫຼວງພະບາງ

1. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ - ສາ​ຂາຫຼວງ​ພະ​ບ​າງ

* ຢູ່ແຂວງຈຳປາສັກ:

1. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ - ສາ​ຂາ​ຈຳ​ປາ​ສັກ

2. ໜ່ວຍ​ບໍ​ລິ​ການ​ເຊ​ໂນ

* ຢູ່ແຂວງອັດຕະປື:

1. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ - ສາ​ຂາ​ອັດ​ຕະ​ປື

* ຢູ່ແຂວງສະຫວັນນະເຂດ:

1. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ - ສາ​ຂາ​ສະ​ຫວັນ​ນະ​ເຂດ

* ຢູ່ແຂວງຄຳມ່ວນ:

1. ໜ່ວຍ​ບໍ​ລິ​ການ​ຄຳ​ມ່ວນ

* ຢູ່ແຂວງອຸດົມໄຊ:

1. ໜ່ວຍ​ບໍ​ລິ​ການ​ອຸ​ດົມ​ໄຊ