.
ບົດກ່າວຄໍາປາໃສຂອງຜູ້ອໍານວຍການໃຫຍ່
ເຖິງ: ບັນດາທ່ານຜູ້ສອບເສັງເຂົ້າເປັນພະນັກງານຂອງທະນາຄານຮ່ວມທຸລະກິດລາວ ຫວຽດ ທີ່ນັບຖື ແລະ ຮັກເເພງ !
ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank), ເປັນທະນາຄານໄດ້ຮັບການສ້າງຕັ້ງຂື້ນແຕ່ປີ 1999 ເປັນທະນາຄານທຸລະກິດໜຶ່ງ ທີ່ມີຄວາມໜ້າເຊື່ອ ຖືຢູ່ລະດັບຊັ້ນນໍາຂອງ ສປປ ລາວ. LaoVietBank ເປັນທະນາຄານໄດ້ຮັບການສ້າງຕັ້ງຂື້ນຈາກສາຍພົວພັນສາມັກຄີ-ມິດຕະພາບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດອ້າຍນ້ອງ ລາວ ແລະ ຫວຽດນາມ ທີ່ມີສາຍພົວພັນອັນເປັນມູນເຊື່ອດີງາມມາແຕ່ດົນນານ.
ດ້ວຍພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ເປັນຫົວໜ່ວຍເຊື່ອມຕໍ່ ໃນການປະຕິບັດໜ້າທີ່ເສດຖະກິດ ແລະ ການເມືອງ ຢູ່ ສປປ ລາວ. ທະນາຄານຮ່ວມທຸລະກິດລາວ ຫວຽດ ໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນໃນການປະຕິບັດໜ້າທີ່ ແລະ ສໍາເລັດຫຼ້ອນໜ້າທີ່ ໃນວຽກງານປະກອບສ່ວນສ້າງສາ ແລະ ພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ, ເປັນຂົວຕໍ່ໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ ສປປ ລາວ, ເພີ່ມພູນຄູນສ້າງ ແລະ ຊຸກຍູ້ການນໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດລາວ ແລະ ຫວຽດນາມ.
ນອກຈາກບັນດາໜ້າທີ່ເສດຖະກິດ ແລະ ການເມືອງ, ທະນາຄານຮ່ວມທຸລະກິດລາວ ຫວຽດ ຍັງເອົາໃຈໃສ່ຕໍ່ກັບວຽກງານຊ່ວຍເຫຼືອສັງຄົມ ໂດຍຜ່ານບັນດາການ ເຄື່ອນໄຫວຊ່ວຍເຫຼືອຕ່າງໆ ແນໃສ່ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ພື້ນຖານວັດຖຸ ແລະ ແນວຄິດຈິດໃຈ ໃຫ້ແກ່ປະຊາຊົນຂອງ ສປປ ລາວ.
ພາບລັກ ແລະ ບົດບາດຂອງ LaoVietBank ແມ່ນໄດ້ຮັບ ແລະ ກໍາລັງຖືກສ້າງຂື້ນຈາກຖັນແຖວບຸກຄະລາກອນທີ່ເປັນມືອາຊີບ - ມີຄວາມກະຕືລືລົ້ນ, ກໍາແໜ້ນດ້ານຄວາມຮູ້ ແລະ ເຕັກໂນໂລຢີ, ກຽມພ້ອມໃຫ້ແກ່ເປົ້າໝາຍລວມຂອງ LaoVietBank.
ຢູ່ LaoVietBank, ທ່ານຈະໄດ້ເຮັດວຽກພາຍໃຕ້ສະພາບແວດລ້ອມທີ່ເປັນມືອາຊີບ, ມີຄວາມສະເໝີພາບ, ມີການແຂ່ງຂັນແບບໂປ່ງໃສ່, ມີລາຍຮັບທີ່ໜ້າພໍໃຈ ແລະ ໄດ້ຮັບບັນດານະໂຍບາຍພິເສດຕ່າງໆ. ພິເສດສໍາລັບ LaoVietBank ເປົ້າໝາຍຍຸດທະສາດຂອງພວກເຮົາແມ່ນຖືເອົາປັດໃຈ “ດ້ານບຸກຄະລາກອນ” ແລະ “ເຕັັກໂນໂລຢີ” ເປັນພື້ນຖານໃຫ້ແກ່ຄວາມສໍາເລັດ. ສະນັ້ນ, ພວກເຮົາໃຫ້ຄວາມສຳຄັນຢ່າງຍິ່ງຕໍ່ວຽກງານກໍ່ສ້າງ-ບຳລຸງພະນັກງານ, ຍົກສູງດ້ານຄວາມຮູ້ຄວາມສາມາດ ແລະ ແບ່ງປັນໂອ ກາດໃຫ້ແກ່ພະນັກງານທຸກຄົນ ກ້າວໄປສູ່ຄວາມສໍາເລັດ.
ບົນພື້ນຖານໃນການປະກອບສ່ວນ ແລະ ສະໜັບສະໜູນໃຫ້ຫຼາຍທີ່ສຸດເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ແກ່ດິນແດນ ດອກຈຳປາ ອັນສວຍງາມແຫ່ງນີ້, ພວກຂ້າພະເຈົ້າພ້ອມທີ່ຈະເປີດກວ້າງໂອກາດຕ້ອນຮັບບັນດາທ່ານເຂົ້າຮ່ວມໃນຄອບຄົວ LaoVietBank ເພື່ອພ້ອມກັນສ້າງສາ, ປະກອບສ່ວນດ້ານເຫື່ອແຮງ, ສະຕິປັນຍາ ເຂົ້າໃນການພັດທະນາກົມກອງກໍ່ຄືປະກອບສ່ວນຢ່າງຫຼວງຫຼາຍໃຫ້ແກ່ ປະເທດຊາດ. ຖ້າທ່ານມີຄວາມເຊື່ອໜັ້ນໃນຕົນເອງວ່າມີຄວາມສາມາດ, ຕ້ອງການເຮັດວຽກຢູ່ສະ ພາບແວດລ້ອມທີ່ເປັນມືອາຊີບ, ມີຄວາມສະເໝີພາບ, ມີລາຍຮັບທີ່ໜ້າພໍໃຈ, ມີໂອກາດໃນການພັດທະນາ ແລະ ກ້າວໄປສູ່ຄວາມສໍາເລັດແລ້ວ, ທ່ານຍັງຈະລັງເລຫຍັງອີກ, ຈົ່ງເຂົ້າຮ່ວມກັບພວກເຮົາ: ທະນາຄານຮ່ວມທຸລະກິດລາວ ຫວຽດ ບ່ອນທີ່ທ່ານສາມາດໃຫ້ຄວາມໄວ້ວາງໃຈ ແລະ ພວກເຮົາຈະເປັນຂົວຕໍ່ເພື່ອໃຫ້ທ່ານກ້າວສູ່ຄວາມສຳເລັດ ໃຫ້ສົມກັບຄຳຂວັນຂອງ ທະນາຄານ ທີ່ວ່າ “ LaoVietBank ຂົວຕໍ່ແຫ່ງຜົນສໍາເລັດ”
ດ້ວຍຄວາມນັບຖື ແລະ ຮັກແພງ !
ຜູ້ອໍານວຍການໃຫຍ່