.
ວັດທະນະທໍາວິສາຫະກິດຂອງ LaoVietBank
ວັດທະນະທໍາແມ່ນຫຍັງ ? ແມ່ນພື້ນຖານວັດທະນະທໍາ, ຮີດຄອງອັນເປັນມູນເຊື້ອຂອງວິສາຫະກິດໃດໜື່ງທີ່ໄດ້ຖືກສ້າງຂື້ນ, ປົກປັກຮັກສາ ແລະ ເປັນລັກສະນະ ສະເພາະທີ່ພົ້ນເດັ່ນຂອງວິສາຫະກິດດັ່ງກ່າວ ໂດຍຜ່ານຫຼາຍໄລຍະເວລາ.
ວັດທະນະທໍາວິສາຫະກິດແມ່ນຊັບສົມບັດທີ່ລໍ້າຄ່າຂອງ LaoVietBank ໂດຍແມ່ນບັນດາພະນັກງານຂອງ LaoVietBank ແຕ່ລະສະໄໝເປັນຜູ້ກໍ່ສ້າງ, ຮັກສາ ແລະ ເພີ່ມພູນຄູນສ້າງມາເປັນໄລຍະເວລາເກືອບ 20 ປີ ຜ່ານມາ ດ້ວຍບັນດາຫຼັກການໃນການປະພຶດ, ປະຕິບັດອັນເປັນເຂັມທິດໃນການນຳທາງໃຫ້ແກ່ການເຄື່ອນ ໄຫວຂອງທົ່ວລະບົບ.
*. ຕໍ່ກັບລູກຄ້າ, ຄູ່ຮ່ວມທຸລະກິດ: LaoVietBank ໄດ້ພະຍາຍາມສຸດຂີດເພື່ອສ້າງສາຍພົວພັນການຮ່ວມມືອັນໜ້າເຊື່ອຖື ແລະ ຍາວນານ, ຮ່ວມແບ່ງປັນ ຜົນປະໂຫຍດ, ປະຕິບັດຄົບຖ້ວນຕໍ່ກັບບັນດາການໃຫ້ຄໍາໜັ້ນສັນຍາ ທີ່ໄດ້ຮັບການເປັນເອກະພາບ.
*. ຕໍ່ກັບສາທາລະນະ, ສັງຄົມ: LaoVietBank ໄດ້ເອົາໃຈໃສ່ ແລະ ເປັນເຈົ້າການໃນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບຕໍ່ກັບບັນດາລາຍການ, ການເຄື່ອນ ໄຫວສັງຄົມທີ່ສ້າງຜົນປະໂຫຍດ ແລະ ເພື່ອການພັດທະນາຂອງສາທາລະນະ, ສັງຄົມ.
*. ຕໍ່ກັບຜູ້ອອກແຮງງານ: ໂດຍມີທັດສະນະຫຼັກໝັ້ນ “ພະນັກງານ LaoVietBank ທຸກຄົນແມ່ນທ່າແຮງແຂ່ງຂັນ”, LaoVietBank ໃຫ້ຄໍາໜັ້ນສັນຍາຈະ ສ້າງສະພາາບແວດລ້ອມເຮັດວຽກແບບມືອາຊີບ, ສ້າງໂອກາດເຮັດວຽກ ແລະ ພັດທະນາວິຊາຊີບແບບສະເໝີພາບ, ຊຸກຍູ້ສົ່ງເສີມດ້ານຄວາມຮູ້-ຄວາມສາມາດ ແລະ ຄວາມຫຼົງໄຫຼ- ຮັກໃນອາຊີບ, ສະໜິດຕິດພັນກັບພະນັກງານຂອງ LaoVietBank ທຸກຄົນ.
ບາງເອກະລັກຂອງລະບົບວັດທະນະທໍາ LaoVietBank ລວມມີ:
*. ເມື່ອໄດ້ເຮັດວຽກຢູ່ LaoVietBank ທ່ານຈະໄດ້ຮຽນຮູ້ຕື່ມກ່ຽວກັບ: ຫຼັກຈັນຍາບັນຂອງພະນັກງານ LaoVietBank, 10 ຫຼັກການບໍລິການ, 05 ຫຼັກການ
ແນະນໍາໂດຍລວມກ່ຽວກັບ LaoVietBank
ທະນາຄານຮ່ວມທຸລະກິດລາວ ຫວຽດ (LaoVietBank) ເປັນໜຶ່ງທະນາຄານທຸລະກິດຈັດຢູ່ລະດັບແຖວໜ້າຂອງ ສປປ ລາວ. ເປັນທະນາຄານຮ່ວມທຸລະກິດ ໄດ້ຮັບການສ້າງຕັ້ງຂື້ນໂດຍແມ່ນ 02 ທະນາຄານທູລະກິດຫຍິ່ງໃຫຍ່ ແລະ ມີຊື່ສຽງ ຂອງສອງປະເທດ ສສ ຫວຽດນາມ ແລະ ສປປ ລາວ: ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ. LaoVietBank ໄດ້ຮັບການສ້າງຕັ້ງ ແລະ ດຳເນີນການເຄື່ອນໄຫວຢ່າງເປັນທາງການໃນວັນທີ 22/06/1999 ຢູ່ນະຄອນຫຼວງວຽງຈັນ ດ້ວຍທຶນຈົດທະບຽນເບື້ອງຕົ້ນແມ່ນ 10 ລ້ານໂດລາສະຫະລັດ (ໃນນັ້ນ BIDV ຖືຮຸ້ນ 50% ແລະ BCEL 50%). ຮອດວັນທີ 31/12/2015 ຜ່ານການເພີ່ມທຶນຫຼາຍຄັ້ງ LaoVietBank ໄດ້ກາຍເປັນທະນາຄານທີ່ມີທຶນຈົດທະບຽນຫຼາຍສຸດຢູ່ສປປ ລາວ ລວມທຶນຈົດທະບຽນມູນຄ່າ 100 ລ້ານໂດລາສະຫະລັດ (BIDV ຖືຮຸ້ນ 65%, BCEL 25% ແລະ ນິຕິບຸກຄົນລາວ (ບໍລິສັດ ສຸກຮຸ່ງເຮືອງ) ຖືຮຸ້ນ 10%)
ດ້ວຍ 02 ພາລະບົດບາດ ແລະ ໜ້າທີ່ຕົ້ນຕໍ ໄດ້ຮັບການມອບໝາຍຈາກລັດຖະບານຂອງສອງປະເທດ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ເປັນຫົວໜ່ວຍສົມທົບ, ຂົວຕໍ່ເສດຖະກິດ (ປະຕິບັດເຊື່ອມໂຍງ ແລະ ຊຸກຍູ້ໃນການຂົງເຂດການເງິນການທະນາຄານ, ຊໍາລະສະສາງ ແລະ ລົງທຶນ...) ແນໃສ່ຮັກສາ ແລະ ພັດທະນາສາຍພົວພັນຮ່ວມມືຮອບດ້ານ. ນອກຈາກນັ້ນ, ຍັງໄດ້ຮັບມອບໝາຍເປັນຫົວໜ່ວຍສົມທົບ ເພື່ອປະຕິບັດໜ້າທີ່ດ້ານການເມືອງ (ຕ້ອນຮັບ, ຕິດຕາມ, ສະໜັບສະໜູນບັນດາຄະນະການນໍາຂັ້ນສູງລະຫວ່າງສອງປະເທດ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ຫວຽດນາມ). ໃນໄລຍະຜ່ານມາ LaoVietBank ແມ່ນໄດ້ສໍາເລັດໜ້າທີ່ຢ່າງດີເດັ່ນຕໍ່ກັບ 02 ພາລະບົດບາດ ແລະ ໜ້າທີ່ດັ່ງກ່າວ.
ຮອດປີ 2015, ລວມຍອດຊັບສົມບັດຂອງ LaoVietBank ບັນລຸ 1 ຕື້ ໂດລາສະຫະລັດ. ໄລຍະເວລາ 03 ທີ່ຜ່ານມາ LaoVietBank ໄດ້ຮັກສາລະດັບການຂະຫຍາຍຕົວສະເລ່ຍຫຼາຍກວ່າ 35%. ຊີວິດການເປັນຢູ່ດ້ານພື້ນຖານວັດຖຸ, ແນວຄິດຈິດໃຈຂອງຜູ້ອອກແຮງງານ ໄດ້ຮັບການປັບປຸງໃຫ້ດີຂື້ນກວ່າເກົ່າຢ່າງບໍ່ຢຸດຢັ້ງ. ປັດຈຸບັນເຄືອຂ່າຍຂອງ LaoVietBank ລວມທັງໝົດມີ 05 ສາຂາ ແລະ 07 ໜ່ວຍບໍລິການຢູ່ບັນດາແຂວງ/ນະຄອນຫຼວງຈຸດສຸມເສດຖະກິດຂອງ ສປປ ລາວ: ນະຄອນຫຼວງວຽງຈັນ, ຈໍາປາສັກ, ອັດຕະປື, ສະຫວັນນະເຂດ, ຄໍາມ່ວນ, ຊຽງຂວາງ, ຫຼວງພະບາງ, ອຸດົມໄຊ ແລະ ຄາດຄະເນຈະເປີດກວ້າງເພີ່ມເຕີ່ມເຄືອຂ່າຍການເຄື່ອນໄຫວຢູ່ທົ່ວ ສປປ ລາວ. ລວມຈໍານວນພະນັກງານທັງໝົດເກືອບ 400 ຄົນ, ນີ້ແມ່ນບັນດາຖັນແຖວພະນັກງານທີ່ໝຸ່ມນ້ອຍ, ມີຄວາມຮູ້ຄວາມສາມາດ, ມີຄວາມຫ້າວຫັນກະຕືລືລົ້ນ ແລະ ມີຫົວຄິດປະດິດສ້າງ.
ຜ່ານໄລຍະເວລາແຫ່ງການເຄື່ອນໄຫວທຸລະກິດ LaoVietBank ໄດ້ຮັບການຕີລາຄາເປັນໜຶ່ງທະນາຄານທຸລະກິດເຄື່ອນໄຫວມີປະສິດທິພາບດ້ານທຸລະກິດ, ສະໜອງ ແລະ ໃຫ້ບໍລິການບັນດາຜະລິດຕະພັນທະນາຄານຢ່າງຫຼາກຫຼາຍ, ມີຄວາມທັນສະໄໝ, ສະດວກວ່ອງໄວ, ການບໍລິການໄດ້ມາດຕະຖານສາກົນ. ນອກຈາກນັ້ນ, LaoVietBank ຍັງເປັນຫົວໜ່ວຍນໍາໜ້າໃນວຽກງານຊ່ວຍເຫຼືອສັງຄົມເຊິ່ງໄດ້ສະແດງອອກ: ນັບຕັ້ງແຕ່ວັນສ້າງຕັ້ງ LaoVietBank ໄດ້ປະຕິບັດວຽກງານຊ່ວຍເຫຼືອສັງຄົມໃຫ້ແກ່ບັນດາແຂວງຕ່າງໆ, ທ້ອງຖິ່ນຂອງ ສປປ ລາວ ຮູບແບບການຊ່ວຍເຫຼືອເປັນວັດຖຸ ແລະ ທຶນຮອນ. ລວມມູນຄ່າການຊ່ວຍເຫຼືອສະເລ່ຍແມ່ນ 400.000 USD/ຕໍ່ປີ. ຕໍ່ກັບໝາກຜົນ, ຜົນງານທີ່ຍາດມາໄດ້ດັ່ງກ່າວ LaoVietBank ໄດ້ຖືກຮັບຮອງ ແລະ ໄດ້ຮັບບັນດາລາງວັນສູງສຸດຈາກລັດຖະບານຫວຽດນາມ, ລາວ ແລະ ບັນດາ
ອົງການສາກົນ, ລາຍລະອຽດດັ່ງລຸ່ມນີ້:
ນະໂຍບາຍພະນັກງານ
ຢູ່ທະນາຄານ LaoVietBank ທ່ານຈະໄດ້ຮັບການເອົາໃຈໃສ່ ແລະ ໄດ້ເຮັດວຽກພາຍໃຕ້ສະພາບແວດລ້ອມທີ່ໜ້າສົນໃຈ, ມີນະໂຍບາຍທີ່ປະທັບໃຈ, ດັ່ງລຸ່ມນີ້:
ເປັນພະນັກງານ LaoVietBank ຄວນປະຕິບັດຄືແນວໃດ ?
ທ່ານອາດມີຄວາມເຊື່ອໜັ້ນ, ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງ ແລະ ມີຄວາມກະຕື່ລື່ລົ້ນ, ແຕ່ບັນດາສິ່ງທີ່ກ່າວມານັ້ນເປັນພຽງແຕ່ເງື່ອນໄຂໃຫ້ແກ່ທ່ານໄດ້ມີວຽກເຮັດໃດໜຶ່ງເທົ່ານັ້ນ. ຢູ່ LaoVietBank ຖ້າທ່ານຢາກກາຍເປັນພະນັກງານທີ່ດີຂອງທະນາຄານ, ນອກຈາກເງື່ອນໄຂທີ່ກ່າວມາຂ້າງເທິງນັ້ນ ທ່ານຕ້ອງມີຕື່ມບັນດາປັດໃຈລູ່ມນີ້:
+ ມີຄວາມເປັນເຈົ້າການ ແລະ ຮັບຜິດຊອບສູງຕໍ່ກັບວຽກງານ;
+ ຕັ້ງຜົນປະໂຫຍດສ່ວນລວມຂອງກົມກອງໄວ້ສູງສຸດ;
+ ມີຄວາມພາກພູມໃຈ ແລະ ຮັກໃນວຽກງານທີ່ກໍາລັງປະຕິບັດ;
+ ກ້າຄິດ, ກ້າປະຕິບັດ;
ນອກຈາກນັ້ນ, ເມື່ອທ່ານໄດ້ເປັນພະນັກງານຂອງ LaoVietBank ແລ້ວ ທ່ານຕ້ອງຈົດຈໍາ ແລະ ປະຈິບັດຕາມ 05 ຫຼັກການທອງຄຳ ຕໍ່ໄປນີ້: