ວັນເສົາ, 20/04/2024

.

LaoVietBank ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍແຜນທຸລະກິດ ປະຈໍາປີ 2021.

ວັນທີ 23 ມັງກອນ 2020, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ຈັດກອງປະຊຸມຈັດຕັ້ງຜັນຂະຫຍາຍແຜນທຸລະກິດ ປະຈໍາປີ 2021 ຢູ່ທີ່ໜອງທາ ເຊັນໂທຣ ພາກ, ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ. ໂດຍໃຫ້ກຽດເຂົ້າຮ່ວມຂອງຜູ້ອໍານວຍການໃຫຍ່, ຮອງອໍານວຍການ, ບັນດາພະ ແນກ, ບັນດາສາຂາ ແລະ ໜ່ວຍບໍລິການເຂົ້າຮ່ວມຢ່າງພ້ອມພຽງ.

ໃນກອງປະຊຸມ, ໄດ້ຕີລາຄາໝາກຜົນຂອງການດໍາເນີນທຸລະກິດປີ 2020 ແລະ ເປົ້າໝາຍ, ວິທີແກ້ໄຂໃນການດໍາເນີນທຸລະກິດໃນປີ 2021 ເຊິ່ງໄດ້ຍົກໃຫ້ເຫັນກ່ຽວກັບພາບລວມຂອງເສດຖະກິດມະຫາພາກ ແລະ ການເຄື່ອນໄຫວຂອງລະບົບທະນາຄານ; ໝາກຜົນການເຄື່ອນໄຫວທຸລະກິດດ້ານຕ່າງໆພາຍໃນປີ 2020; ສະຫຼຸບຕີລາຄາຂໍ້ຄົງຄ້າງ, ສາເຫດຕ່າງໆ ແລະ ຜົນໄດ້ຮັບໃນໄລຍະຜ່ານມາ.

ນອກນັ້ນ, ໄດ້ຍັງວາງທິດທາງເປົ້າໝາຍແຜນທຸລະກິດໃນປີ 2021 ເປັນຕົ້ນແມ່ນ: ດ້ານແຫຼ່ງທຶນ; ດ້ານສິນເຊື່ອ; ພັດທະນາຜະລິດຕະພັນ ແລະ ການບໍລິການ; ວຽກງານສົ່ງເສີມການຕະຫຼາດ ແລະ ການສື່ສານ; ການຄຸ້ມຄອງບໍລິຫານ ແລະ ການຄຸ້ມຄອງຄວາມສ່ຽງ; ການປັບປຸງຄຸນະພາບ; ຕິດຕາມ-ກວດກາພາຍໃນ ລວມໄປເຖິງການພັດທະ ນາຊັບພະຍາກອນມະນຸດ ແລະ ອື່ນໆ.

ໃນກອງປະຊຸມ, LaoVietBank ຍັງໄດ້ຍ້ອງຍໍ-ຊົມເຊີຍໃຫ້ແກ່ບັນດາສາຂາ, ພະແນກການ, ໜ່ວຍບໍລິການ, ໜ່ວຍງານ ແລະ ບຸກຄົນ ທີ່ສາມາດປະຕິບັດສໍາເລັດໜ້າທີ່ຂອງແຕ່ລະປະເພດ ຕື່ມອີກ.