ວັນສຸກ, 19/04/2024

.

LaoVietBank ຈັດພິທີປະກາດແຕ່ງຕັ້ງ ຜູ້ອໍານວຍການໃຫຍ່

ໃນຕອນແລງວັນຈັນ ທີ 18 ຕຸລາ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank). ໄດ້ມີພິທີປະກາດແຕ່ງຕັ້ງ ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ, ຢູ່ທີ່ໂຮງແຮມຄຣາພລາຊາ ນະຄອນຫຼວງວຽງຈັນ.

ໃຫ້ກຽດເຂົ້າຮ່ວມຂອງທ່ານ ພູດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ, ທ່ານ ປອ. ບຸນເຫຼືອ ສິນໄຊວໍລະວົງ ຮອງລັດຖະມົນຕີກະຊວງການເງິນ, ມີບັນດາຄະນະສະພາບໍລິຫານ, ຄະນະອໍານວຍການ, ຄະນະພະແນກ ແລະ ແຂກຖຶກເຊີນເຂົ້າຮ່ວມ.

ໂອກາດນີ້, ຄະນະຈັດຕັ້ງພິທີ ກໍ່ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງສະພາບໍລິຫານ ວ່າດ້ວຍການແຕ່ງຕັ້ງທ່ານ ຫງວຽນ ດຶກ ຫວູ ເປັນຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ.

ພາຍໃນງານ, ແຂກທີ່ເຂົ້າຮ່ວມງານລວມທັງບັນດາລູກຄ້າ VIP ກໍ່ໄດ້ສະແດງຄວາມຍິນດີກັບຜູ້ອໍານວຍການໃຫຍ່ ທີ່ໄດ້ຮັບການແຕ່ງຕັ້ງໃນຄັ້ງນີ້ ແລະ ອວຍພອນໃຫ້ຈົ່ງປະສົບຜົນສໍາເລັດໃນການດໍາເນີນທຸລະກິດຕະຫຼອດໄປ.

ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline:1440

LAOVIETBANK

www.laovietbank.com.la