ວັນພະຫັດ, 25/04/2024

.

LaoVietBank ຈັບສະຫຼາກຄັ້ງທີ I ສະຫຼອງຄົບຮອບ 5 ປີຂອງການຫັນເປັນທະນາຄານດິຈິຕ້ອນ "LVB DigiBank"

ວັນທີ 22 ມິຖຸນາ 2021, ຢູ່ສໍານັກງານໃຫຍ່ຂອງທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ຈັດພິທີຈັບສະຫຼາກ ເພື່ອຄົ້ນຫາຜູ້ໂຊກດີຄັ້ງທີ I ສໍາລັບລູກຄ້າບຸກຄົນທີ່ລົງທະບຽນຄັ້ງທໍາອິດເປີດນໍາໃຊ້ LVB DigiBank ເລີ່ມແຕ່ວັນທີ 15/02/2021 ເປັນຕົ້ນມາ.

ທັງເປັນການສະຫຼອງຄົບຮອບ 5 ປີຂອງການຫັນເປັນທະນາຄານດິຈິຕ້ອນ ແລະ ສະຫຼອງວັນສ້າງຕັ້ງທະນາຄານ ຄົບຮອບ 22 ປີ ກັບບັນດາຂອງລາງວັນດິຈິຕ້ອນລຸ້ນໃໝ່ລ່າສຸດ ເຖິງ 55 ລາຍການ. ຄຽງຄູ່ກັນນັ້ນ, ຍັງມີກິດຈະກໍາຖາມ-ຕອບ ເພື່ອແຈກລາງວັນໃຫ້ແກ່ລູກຄ້າຜ່ານທາງ Facebook Live ຂອງ LaoVietBank ນໍາອີກ.

+ ສໍາລັບລາງວັນການຈັບສະຫຼາກຫາຜູ້ໂຊກດີ ຄັ້ງທີ I ປະກອບມີ:

  • ລາງວັນທີ 1 MacBook Pro-13 Inch ຈຳນວນ 01 ລາງວັນ;
  • ລາງວັນທີ 2 Ipad Gen 8 ຈຳນວນ 02 ລາງວັນ;
  • ລາງວັນທີ 3 ໂທລະສັບມືຖື Samsung A71 ຈຳນວນ 03 ລາງວັນ;
  • ລາງວັນທີ 4 Samsung Tap ຈຳນວນ 05 ລາງວັນ;
  • ລາງວັນທີ 5 Galaxy Fit 2 ຈຳນວນ 15 ລາງວັນ.

ສໍາລັບບຸກຄົນທີ່ລົງທະບຽນ LVB DigiBank ຄັ້ງທຳອິດ ທີ່ໄດ້ຮັບການລຸ້ນໂຊກຮອບທຳອິດໄປແລ້ວ, ແມ່ນຍັງມີສິດລຸ້ນໂຊກຮອບທີສອງຕໍ່ ຊຶ່ງຈະມີການຈັບສະຫຼາກຫາຜູ້ໂຊກດີ ຄັ້ງທີ 02 ໃນວັນທີ 15/12/2021 ປະກອບມີ:

+ ລາງວັນທີ 1 MacBook Pro-13 Inch ຈຳນວນ 01 ລາງວັນ;

+ ລາງວັນທີ 2 ໂທລະສັບມືຖື Iphone 12 ຈຳນວນ 02 ລາງວັນ;

+ ລາງວັນທີ 3 Ipad Gen 8 ຈຳນວນ 03 ລາງວັນ;

+ ລາງວັນທີ 4 Samsung Tap ຈຳນວນ 05 ລາງວັນ;

+ ລາງວັນທີ 5 Galaxy Fit 2 ຈຳນວນ 18 ລາງວັນ.

ລູກຄ້າສາມາດເຂົ້່າມາທີ່ສຳນັກງານໃຫຍ່, ສາຂາ, ໜ່ວຍບໍລິການຂອງ LaoVietBank ທີ່ໃກ້ທີ່ສຸດເພື່ອລົງທະບຽນ, ນໍາໃຊ້ ແລະ ພົບກັບປະສົບການບໍລິການທີ່ດີໆຂອງ LVB DigiBank ໄດ້ໃນທັນທີ. ແລະ ນອກຈາກນີ້, ຍັງສາມາດຕິດຕໍ່ເພື່ອສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່ເບີ Hotline 1440 ຫຼື ພົວພັນໄດ້ທີ່ໜ້າຕ່າງເພຈ Facebook: https://www.facebook.com/laovietbank ແລະ ເຂົ້າໄປທີ່ເວັບໄຊ LVB DigiBank http://www.digi.laovietbank.com.la ເພື່ອຮັບຄໍາແນະນໍາການລົງທະບຽນນໍາໃຊ້.