ວັນສຸກ, 29/03/2024

.

LaoVietBank ມອບເຄື່ອງຊ່ວຍເຫຼືອໃຫ້ກະຊວງຍຸຕິທໍາ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19.

ໃນວັນທີ 30 ສິງຫາ 2021, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ (LaoVietBank) ໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອການປ້ອງກັນ, ຕ້ານ ແລະ ສະກັດກັ້ນການລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ກະຊວງຍຸຕິທໍາ; ຊຶ່ງປະກອບມີ: ຜ້າອັດປາກ ຈໍານວນ 6 ແກັດ, ເຈວລ້າງມື ຈໍານວນ 50 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມ ລວມມູນຄ່າທັງໝົດ 7,250,000 ກີບ.

ຕາງໜ້າ LaoVietBank, ໃຫ້ກຽດມອບໂດຍທ່ານ ພິມພອນ ສຸດທິວົງ, ຫົວໜ້າພະແນກແກ້ໄຂໜີ້ ແລະ ຄຸ້ມຄອງຫຼັກຊັບ; ພ້ອມດ້ວຍ ທ່ານ ນາງ ແສງມະນີ ພິລາວົງ, ຫົວໜ້າໜ່ວຍງານພັດທະນາເຄື່ອງໝາຍການຄ້າ ແລະ ສື່ສານມວນຊົນ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ. ສ່ວນຕາງໜ້າກະຊວງຍຸຕິທໍາ ກ່າວຮັບໂດຍ ທ່ານ ຄໍາພອນ ສີປະເສີດ, ຫົວໜ້າຫ້ອງການກະຊວງຍຸຕິທຳ ພ້ອມດ້ວຍຄະນະພະແນກເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງການມອບເຄື່ອງຊ່ວຍເຫຼືອໃນຄັ້ງນີ້, ກໍ່ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນເນື່ອງໃນໂອກາດວັນລັດຖະທຳມະນູນ ຄົບຮອບ 30 ປີ ໂດຍສະເພາະແມ່ນກະຊວງຍຸຕິທຳ ໃນການສະກັດກັ້ນ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19. ຊຶ່ງໄລຍະຜ່ານມາ, LaoVietBank, ກໍ່ໄດ້ສະໜັບສະໜູນເຄື່ອງຊ່ວຍເຫຼືອໃຫ້ກັບແຕ່ລະພາກສ່ວນກ່ຽວຂ້ອງຢູ່ທັງສູນກາງ ແລະ ທ້ອງຖິ່ນ ເປັນຈໍານວນຫຼາຍ.

ໂອກາດນີ້, ທ່ານຫົວໜ້າຫ້ອງການກະຊວງຍຸຕິທຳ ກໍ່ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ມາຍັງຄະນະອໍານວຍການ ແລະ ພະນັກງານຂອງ LaoVietBank; ທີ່ເຫັນໄດ້ຄວາມສໍາຄັນໃນການປ້ອງກັນ ແລະ ຮັກສາສຸຂະພາບຂອງອ້າຍນ້ອງພະນັກງານໃນທົ່ວກະຊວງຍຸຕິທຳ. ຫວັງຢ່າງຍິ່ງວ່າ, ໃນໂອກາດໜ້າຈະໄດ້ຮັບການຊ່ວຍເຫຼືອຈາກ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ຕື່ມອີກ.