ວັນພະຫັດ, 25/04/2024

.

LaoVietBank ສາຂາຫຼວງພະບາງ ມອບລາງວັນໃຫ້ລູກຄ້າຜູ້ໂຊກດີ ໂປຣໂມຊັ້ນ LVB DigiBank ລະເບີດລາງວັນແຫຼກແຈກລູກຄ້າ ຄັ້ງທີ I.

ເມື່ອວັນທີ 22 ມິຖຸນາ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ ໄດ້ຈັດພິທີຈັບສະຫຼາກ ລາຍການ LVB DIGIBANK ລະເບີດລາງວັນແຫຼກແຈກລູກຄ້າ, ເຊິ່ງລາງວັນທີ 2 ແມ່ນເປັນຂອງທ່ານ ແສງທອງ ຟອງວິໄລ, ອາໃສຢູ່ບ້ານນາສ້າງເຫວີຍ, ເມືອງ ແລະ ແຂວງຫຼວງພະບາງ ໄດ້ຮັບ Ipad Gen 8.
ຄຽງຄູ່ກັນນັ້ນ, ຍັງມີລູກຄ້າໄດ້ຮັບລາງວັນທີ 4 ອີກຈໍານວນສອງທ່ານ ໄດ້ແກ່: ທ່ານ ວັນນະກອນ ມະນີພອນ, ອາໃສຢູ່ບ້ານໂພນໄຊ, ເມືອງນານ, ແຂວງຫຼວງພະບາງ ແລະ ທ່ານ ນາງ ບຸນທາ ແກ້ວມະນີວົງ, ອາໃສຢູ່ບ້ານທາດຫຼວງ, ເມືອງ ແລະ ແຂວງຫຼວງພະບາງ ໄດ້ຮັບ Sumsung Tap.
ຫຼ້າສຸດ, ໃນມື້ວັນທີ 12 ກໍລະກົດ 2021, ຢູ່ທີ່ສໍານັກງານ LaoVietBank ສາຂາຫຼວງພະບາງ ກໍ່ໄດ້ຈັດພິທີມອບລາງວັນໃຫ້ແກ່ລູກຄ້າຜູ້ທີ່ໂຊກດີ, ຕາງໜ້າມອບໂດຍ ທ່ານ ຫງວຽນ ຕວນ ແອງ- ຫົວໜ້າສາຂາຫຼວງພະບາງ  ແລະ ຮັບໂດຍລູກຄ້າຜູ້ໂຊກດີທັງສາມທ່ານ ພ້ອມການເປັນສັກຂີພະຍານຂອງລູກຄ້າ, ພະນັກງານ LaoVietBank ສາຂາຫຼວງພະບາງເຂົ້າຮ່ວມ.
ສຳລັບໂປໂມຊັ້ນ LVB DigiBank ລະເບີດແຫຼກແຈກລູກຄ້າ ແມ່ນຈະຍັງມີການສືບຕໍ່ໃຫ້ລູກຄ້າໄດ້ລຸ້ນໂຊກອີກໃນຄັ້ງທີ 2 ສຳລັບລູກຄ້າທີ່ມາລົງທະບຽນນຳໃຊ້ LVB DigiBank ເຊິ່ງຈະມີການຈັບສະຫຼາກໃນວັນທີ 31/12/2021.
--------------------------
ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline: 1440
LaoVietBank