ວັນເສົາ, 20/04/2024

.

LaoVietBank ເຕະບານມິດຕະພາບສະຫຼອງປີໃໝ່ສາກົນ 2021.

ເມື່ອວັນເສົາ ທີ 02 ມັງກອນ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດກິດຈະກໍາເຕະບານມິດຕະພາບເພື່ອສະເຫຼີມສະຫຼອງປີໃໝ່ສາກົນ 2021 ໂດຍເປັນກຽດເຂົ້າຮ່ວມຂອງຜູ້ອໍານວຍການໃຫຍ່ ພ້ອມດ້ວຍຄະນະອໍານວຍການ, ຄະນະພະແນກ ແລະ ນັກກິລາທັງໝົດເຂົ້າຮ່ວມຢ່າງພ້ອມພຽງ. ກິດຈະກໍາດັ່ງກ່າວ, ຈັດຂຶ້ນຢູ່ທີ່ເດີ່ນບານຫຍ້າທຽມກຸດໄລຄ໌ (Good Life), ບ້ານສີໄຄ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ.

ທັງໝົດປະກອບມີ 4 ທິມເຂົ້າຮ່ວມແຂ່ງຂັນໄດ້ແກ່: 1). ທິມເສື້ອສີແດງ ນໍາທິມໂດຍທ່ານ ຫວຽນ ດຶກ ຫວູ, ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ.

2). ທິມເສື້ອສີຟ້າ ນໍາທິມໂດຍທ່ານ ຫວຽນ ບາ ຟອງ, ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ. 

3). ທິມເສື້ອສີຂຽວ ນໍາທິມໂດຍທ່ານ ຟ້າມ ກວັກ ກົງ, ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ. 

4). ທິມເສື້ອສີຂາວ ນໍາທິມໂດຍ ທ່ານ ວຽງວິໄລ ແສງຄໍາຢອງ ຮອງຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ.

-----------------------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈຳກັດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LAOVIETBANK

www.laovietbank.com.la