ວັນສຸກ, 29/03/2024

.

LaoVietBank ໄຂກອງປະຊຸມສະພາບໍລິຫານ ຄັ້ງທີ 62.

ໃນຕອນບ່າຍວັນອັງຄານ ທີ 19 ມັງກອນ 2021 ຜ່ານມາ, ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ. ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ 62 ( THE 62st MEETING OF THE BOARD OF DIRECTORS ) ຜ່ານທາງລະບົບອອນລາຍ (Online Conference), ໂດຍມີຜູ້ຕາງໜ້າຂາຮຸ້ນ ຈາກທະນາຄານ ການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ພ້ອມດ້ວຍຄະນະບໍລິຫານ ທັງສາມຝ່າຍເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຫງວຽນ ດຶກ ຫວູ, ຜູ້ອໍານວຍການໃຫຍ່ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ກໍ່ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດແຜນທຸລະກິດຂອງທະນາຄານໃນໄລຍະຜ່ານມາ, ເຊິ່ງໄດ້ຍົກໃຫ້ເຫັນເຖິງຜົນສໍາເລັດ, ໂອກາດ ແລະ ສິ່ງທ້າທາຍຫຼາຍດ້ານ.

ແຕ່ດ້ວຍການຊີ້ນໍາ-ນໍາພາຢ່າງໃກ້ຊິດຂອງສະພາບໍລິຫານ, ຂາຮຸ້ນ ແລະ ໄດ້ຮັບການສະໜັບສະໜູນຈາກລູກຄ້າ ເຮັດໃຫ້ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ດໍາເນີນໄປຢ່າງມີປະສິດທິພາບ ແລະ ມີຜົນກໍາໄລ.

-----------------------------------------

ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline:1440

LAOVIETBANK

www.laovietbank.com.la