ວັນພະຫັດ, 01/10/2026

.

ຂໍ້ມູນຂອງຜູ້ຖືຮຸ້ນ

1) ທະ​ນາ​ຄາ​ນ​ຮຸ້ນ​ສ່ວນ ​ລົງ​ທຶນ ແລະ ພັດ​ທະ​ນາ​ ຫວຽດ​ນາມ (BIDV) ຖື​ກຳ​ມະ​ສິດ 65% ທຶນ​ຈົດ​ທະ​ບຽນ:

  • - ຊື່​ທົ່ວ​ໄປ: ທະ​ນາ​ຄາ​ນ​ຮຸ້ນ​ສ່ວນ​ ລົງ​ທຶນ ແລະ ພັດ​ທະ​ນາ​ ຫວຽດ​ນາມ.
  • - ຊື່​ເປັນ​ພາ​ສາ​ອັງ​ກິດ: Joint Stock Commercial Bank for Investment and Development of Vietnam.
  • - ຊື່​ຫຍໍ້: BIDV.
  • - ທີ່​ຢູ່: ຕຶກ BIDV, 35 ຫ້າງ​ໂວຍ, ເຂດ ຮ່​ວານກຽມ, ນະ​ຄອນຫຼວງຮ່າ​ໂນ້ຍ. ໂທ​ລະ​ສັບ: 04.2220.5544 - 19009247. Fax: 04. 2220.0399.
  • - ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ວັນ​ທີ 26/4/1957, BIDV ເປັນ​ທະ​ນາ​ຄານ​ທຸ​ລະ​ກິດ​ເກົ່າ​ແກ່​ທີ່​ສຸດ​ຢູ່​ຫວຽດ​ນາມ (ລາຍ​ລະ​ອຽດ ເຂົ້າ​ເບິ່ງ​ເພິ່ມ​ເຕີມ​ໃນ website: bidv.com.vn).

2) ທະ​ນາ​ຄານ​ກາ​ນ​ຄ້າ​ຕ່າງ​ປະ​ເທດ​ລາວ ມະ​ຫາ​ຊົນ (BCEL) ຖື​ກຳ​ມະ​ສິດ 25% ທຶນ​ຈົດ​ທະ​ບຽນ.

  • - ຊື່​ທົ່ວ​ໄປ: ທະ​ນາ​ຄານ​ການ​ຄ້າ​ຕ່າງ​ປະ​ເທດ​ລາວ ມະ​ຫາ​ຊົນ.
  • - ຊື່​ເປັນ​ພາ​ສາ​ອັງ​ກິດ: Banque Pour Le Commerce Exterieur Lao Public.
  • - ຊື່​ຫຍໍ້: BCEL.
  • - ທີ່​ຢູ່: ເລ​ທີ 01, ຖະ​ໜົນປາງ​ຄຳ, ເມືອງ​ຈັນ​ທະ​ບູ​ລີ, ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ.
  • - BCEL ໄດ້​ຮັບ​ການ​ສ້າງ​ຕັ້ງ​ວັນ​ທີ 02/12/1975, ເປັນ​ໜຶ່ງ​ໃນ​ບັນ​ດາ​ທະ​ນາ​ຄານ​ທຸ​ລະ​ກິດ​ແຫ່ງ​ລັດ​ໃຫຍ່​ສຸດ​ຢູ່​ລາວ.

3. ບໍ​ລິ​ສັດ ສຸກ​ຮຸ່ງ​ເຮືອງ ຖື​ກຳ​ມະ​ສິດ 10% ທຶນ​ຈົດ​ທະ​ບຽນ

  • - ຊື່​ທົ່ວ​ໄປ: ບໍ​ລິ​ສັດ ສຸກ​ຮຸ່ງ​ເຮືອງ.
  • - ຊື່​ເປັນ​ພາ​ສາ​ອັງ​ກິດ: Souk Houng Heang Co.,LTD.
  • - ທີ່​ຢູ່: ບ້ານ ຊ້າ​ງ​ຄູ້, ເມືອງ​ໄຊ​ທາ​ນີ, ນະ​ຄອນຫຼວງວຽງ​ຈັນ, ສ​ປ​ປ ລາວ.
  • - ບໍ​ລິ​ສັດ​ ສຸກ​ຮຸ່ງ​ເຮືອງ​ ໄດ້​ຮັບ​ການ​ສ້າງ​ຕັ້ງ​ວັນ​ທີ 13/05/2014.