ວັນພະຫັດ, 28/03/2024

.

ການແຈ້ງເຕືອນກ່ຽວກັບລະຫັດ Red Alert 2.0 ໃນລະບົບ Android ໂຈມຕີທະນາຄານອອນລາຍ

ປັດຈຸບັນມີລະຫັດແບບໃຫ່ມ ໃນລະບົບ Android, ເອີ້ນວ່າ Red Alert 2.0 ກຳລັງໂຈມຕີເອົາຂໍ້ມູນແລະສິດໃນການກວດສອບບັນຊີ ຂອງຜູ້ໃຊ້ ສຳລັບບັນດາ ໂປຣແກຣມນຳໃຊ້ ທະນາຄານອອນລາຍ ກໍຄື Mobile Banking & Internet Banking. ໂປຣແກຣມນຳໃຊ້ ທະນາຄານອອນລາຍ ແລະ ເຄືອຂ່າຍສັງຄົມອອນລາຍ ແມ່ນເປົ້າຫມາຍການໂຈມຕີ ຂອງລະຫັດນີ້.

  1. ລະຫັດ Red Alert 2.0 ມີຄວາມສາມາດ:
  • ລັກລອບເອົາຂໍ້ມູນບັນຊີ, ລະຫັດເຂົ້າໃຊ້ ໃນອຸປະກອນມືຖື, ພິເສດແມ່ນ ບັນຊີ, ລະຫັດຜ່ານຂອງ ໂປຣແກຣມນຳໃຊ້ ທະນາຄານອອນລາຍຄື: Mobile Banking & Internet Banking;
  • ລັກເອົາເນື້ອໃນຂໍ້ຄວາມ SMS;
  • ປິດກັ້ນບັນດາຂໍ້ຄວາມ SMS ແລະ ລັກລອບ ເອົາລະຫັດ OTP ຂອງທຸລະກຳອອນລາຍ;
  • ລັກລອບເອົາລາຍຊື່ແລະ ຂໍ້ມູນທີ່ສຳຄັນ ໃນ ໂທລະສັບມືຖື;
  • ປອມແປງ ແລະ ປ່ຽນຮູບພາບ, ເນື້ອໃນ ໃນແອບພຣິເຄຊັ່ນ ທີ່ໄດ້ຕິດຕັ້ງ;
  • ປິດກັ້ນສາຍໂທເຂົ້າ ຈາກທະນາຄານ ເພື່ອບໍໃຫ້ລູກຄ້າຮູ້ ເຖິງການແຈ້ງເຕືອນວ່າບັນຊີ ກຳລັງຖືກໂຈມຕີ.
  1. ວິທີການແຜ່ກະຈາຍຂອງ ລະຫັດ Red Alert 2.0

Red Alert 2.0 ຈະປອມແປງບັນດາ application ທີ່ກຳລັງນິຍົມຄື WhatsApp, Viber… ໃນບັນດາຮ້ານຄ້າ application ທີ່ບໍມີຂໍ້ມູນຈະແຈ້ງຂອງບຸກຄົນທີ່ສາມ ຫຼື ໃນຮູບແບບການປອມແປງ ບັນດາ ເວີຊັ່ນປັບປຸງ Flash Player ຫຼື ການເຊື່ອມໂຍງ, file ຂໍ້ມູນທີ່ຕິດຄັດມານຳ email, ຂໍ້ຄວາມ SMS. ຜູ້ໃຊ້ມືຖືທີ່ຕິດຕັ້ງຊອບແວປອມທີ່ຕິດເຊື້ອກັບ Red Alert 2.0 ຈະຖືກຕິດເຊື້ອດ້ວຍລະຫັດທີ່ເປັນອັນຕະລາຍ.

  1. ວິທີການເຮັດວຽກຂອງລະຫັດ Red Alert 2.0
  • ຫຼັງຈາກ ອຸປະກອນມືຖືຕິດລະຫັດ Red Alert 2.0, ລະຫັດນີ້ ຈະລໍຖ້າໃຫ້ຜູ້ໃຊ້ເປີດ app ທະນາຄານອີເລັກໂທຣນິກ ເພື່ອລັກເອົາຂໍ້ມູນບັນຊີ Internet Banking & Mobile Banking ຂອງລູກຄ້າ (user, password) ດ້ວຍວິທີການປອມແປງ ຫນ້າຕ່າງ ທະນາຄານອີເລັກໂທຣນິກ. ໜ້າຕ່າງປອມນັ້ນຈະສະແດງ ການແຈ້ງເຕືອນມີບັນຫາໃນການລົງຊື່ເຂົ້າໃຊ້ ໃຫ້ແກ່ລູກຄ້າ ແລະ ຮຽກຮ້ອງໃຫ້ລູກຄ້າ ປອ້ນເລກບັນຊີຄືນເພື່ອຢັ້ງຢືນບັນຊີຂອງຕົນ, ຫລັງຈາກນັ້ນ ຈະລັກເອົາ user, password.
  • Red Alert 2.0 ຍັງມີຄວາມສາມາດ ຂ້າມຜ່ານບັນດາການຢັ້ງຢືນ 2 ປັດໄຈ ປ່ານການປິດກັ້ນຂໍ້ຄວາມ ໃນໂທລະສັບມືຖື ທີ່ຕິດລະຫັດແລະຖືກລັກ,​ກວດສອບ ເອົາລະຫັດຢັ້ງຢືນ OTPໄດ້.
  • ຫຼັງຈາກໄດ້ມີຂໍ້ມູນບັນຊີ ແລະ ກວດສອບລະຫັດ OTPໄດ້, ໂຈນໄຊເບີ້ ຈະມີອິດສະຫລະພາບໃນການເຮັດທູລະກຳທີ່ຜິດກົດຫມາຍ ຈາກບັນຊີຂອງທ່ານ.
  1.  ຂໍ້ແນະນຳສຳລັບລູກຄ້າ
  • ຄວນເຂົ້າໃຊ້ Internet Banking ຜ່ານ website ທາງການຂອງ laovietbank ຕາມທີ່ຢູ່ http://www.laovietbank.com.la;
  • ສາມາດຕິດຕັ້ງແລະນຳໃຊ້ໄດ້ພຽງແຕ່ app  “LaoVietBank Smart Banking” ຂອງ LaoVietBank ໃນ Play Store ສຳລັບ ລະບົບປະຕິບັດການ Android ແລະ App Store ສຳລັບ iOS;
  • ສາມາດດາວໂຫລດ app ໄດ້ພຽງແຕ່ໃນຄັງຮ້ານຄ້າທີ່ເຊື່ອຖື: Play Store ສຳລັບ ລະບົບປະຕິບັດການ Android ແລະ App Store ສຳລັບ ລະບົບປະຕິບັດການ iOS; ພ້ອມກັບບໍ່ໂຫລດ ແອບມືຖື ຈາກຄັງຈັດເກັບໃດໆ ນອກຈາກ Play Store ຫຼື App Store, ກວດສອບ  verson ຂອງ application ມືຖືກ່ອນຕິດຕັ້ງ;
  • ພ້ອມກັບບໍຕອບຄຳຖາມໃດໆ ທີ່ຕ້ອງການຖາມຂໍ້ມູນຜູ້ໃຊ້, ລະຫັດຜ່ານ, ຂໍ້ມູນການເງິນ, ບັດ ຈາກບັນດາແຫລ່ງທີ່ບໍນ່າເຊື່ອຖື;
  • ຄວນຕິດຕັ້ງ ໂປຣແກຣມ ຕ້ານ virus ຈາກຜູ້ຜະລິດທີ່ເຊື່ອຖືໄດ້.

ໃນໄລຍະ ການໃຊ້ບໍລິການ ທະນາຄານລາວຫວຽດ ຖ້າລູກຄ້າມີຂໍ້ຂ້ອງໃຈ ຕ້ອງການສອບຖາມ ອະທິບາຍ ຫຼື ບັງເອີນຫຼົງເຜີຍຂໍ້ມູນບັນຊີທະນາຄານ, ລູກຄ້າສາມາດໂທເຂົ້າມາໄດ້ທີ່ ເບີ (856) 2052220222 ຫຼື ເບີ (856-21) 251-418 Ext 800, ຫຼື ເຂົ້າພົວພັນກັບ ບັນດາ ສາຂາ/ຫນ່ວຍບໍລິການ ຂອງ ທະນາຄານລາວຫວຽດ ທີ່ໃກ້ບ້ານທ່ານ ເພື່ອຮັບການຊ່ວຍເຫຼືອໃຫ້ທັນທ່ວງທີ.