ວັນສຸກ, 19/04/2024

.

LAOVIETBANK ກ້າວ​ສູ່​ການ​ເຄື່ອນ​ໄຫວບໍ​ລິ​ການທະນາຄານ​ລາຍ​ຍ່ອຍ

ໂດຍ​ໄດ້​ຮັບ​ພາ​ລະ​ກິດໃນການ​ເຊື່ອມຕໍ່​ລະ​ຫວ່າງພື້ນ​ຖານ​ເສດ​ຖະ​ກິດ​ສອງ​ປະ​ເທດຫວຽດ​ນາມ ແລະ ລາວ, ກ່ອນ​ໜ້ານີ້ LaoVietBank ຫັນ​ສູ່​ເປົ້າ​ໝາຍ​ລູກ​ຄ້າ​ທີ່​ເປັນວິ​ສາ​ຫະ​ກິດ, ບຸກ​ຄົນ​ທີ່​ເຄື່ອນ​ໄຫວທຸ​ລະ​ກິດ​ຂະ​ໜາດ​ໃຫຍ່. ແຕ່ປັດຈຸບັນ, LaoVietBank ກໍ່ກຳລັງພັດທະ​ນາ​ບັນ​ດາການ​ບໍ​ລິ​ການ​ທະ​ນາ​ຄານແນ່​ໃສ່ເປົ້າ​ໝາຍລູກ​ຄ້າ​ບຸກ​ຄົນດ້ວຍການ​ບໍ​ລິ​ການທະນາຄານລາຍຍ່ອຍເຊັ່ນ: ການ​ຝ​າກ​ປະ​ຢັດ, ຊຳ​ລະ​ສະ​ສາງ, ເງິນ​ກູ້​ຢືມ​​ໃຊ້ສອຍ, ບັດ​ສິນ​ເຊື່ອ, ບັດ​ເຄຣດິດ. ນອກ​ຈາກນັ້ນ, LaoVietBank ຍັງ​ເສີມ​ຂະ​ຫຍາຍການ​ບໍ​ລິ​ການຂາຍໄຂ່​ວບັນ​ດາ​ຜະ​ລິດ​ຕະ​ພັນ​ບໍ​ລິ​ການອື່ນ​ໆ​ເພື່ອສ້າງຄວາມພໍ​ໃຈສູງ​ສຸດ​ໃຫ້ແກ່​ລູກ​ຄ້າກໍ່​ຄືການ​ສ້າງຜົນກຳ​ໄລໃຫ້​ແກ່ທັງສອງຝ່າຍ.

(ທ່ານບຸຍແທັງຮ່​ວາຍ - ຮອງ​ຜູ້​ອຳ​ນວຍ​ການ​ໃຫ​ຍ່ໃນ​ກອງ​ປະ​ຊຸມ​ວຽກ​ງານ​ການ​ບໍ​ລິ​ການ​ລາຍ​ຍ່ອຍ)

ໃນ​ໄລ​ຍະ​ຜ່ານ​ມາ, ການ​ເຄື່ອນ​ໄຫວ​ທະ​ນາ​ຄານ​ບໍ​ລິ​ການ​ລາຍ​ຍ່ອຍຂອງ LaoVietBank ກຳ​ລັງ​ເປັນພາລະ​ບົດ​ບາດ​ທີ່​ສຳ​ຄັນໃນການປະກອບສ່ວນເຂົ້າໃນແຜນ​ຍຸດ​ທະ​ສາດທຸ​ລະ​ກິດແນ​ໃສ່​ຂະ​ຫຍາຍ​ການ​ເຄື່ອນ​ໄຫວຕາມ​ທິດ​ທາງທັນ​ສ​ະ​ໄໝ, ເຊິ່ງໄດ້​ຄ່ອຍໆ​ຢັ້ງ​ຢືນ​ຈຸດ​ຢືນ, ເຄື່ອງ​ໝາຍ​ການຄ້າແລະ ຄວາມ​ເຊື່ອ​ຖື​ຢູ່​ຕະ​ຫລາດ​ການ​ເງິນ​ຂອງ​ລາວ. ຕາ​ໜ່າງ​ການ​ບໍ​ລິ​ການ​ລາຍ​ຍ່ອຍ​ຂອງ LaoVietBank ໄດ້​ມີ​ການ​ປ່ຽນ​ແປງ​ທີ່ດີ​ຂຶ້​ນ, ປະ​ກອບ​ສ່ວນ​ຢ່າງ​ມີ​ປະ​ສິດ​ທິ​ຜົນເຂົ້າ​ໃນລາຍຮັບລວມຂອງທົ່ວ​ລະ​ບົບ​. ຈຳ​ນວນເງິນ​ກູ້​ບຸກ​ຄົນ​ເພີ່ມ​ຂຶ້ນຢ່າງໜ້າເພິ່ງພໍໃຈ​ແມ່ນ​ຈ​າກ​ບັນ​ດາ​ຜະ​ລິດ​ຕະ​ພັນເຊັ່ນ: ເງິນ​ກູ້​ຊື້​ເຮືອນ, ສ້ອມ​ແປງ​ເຮືອນດ້ວຍ​ໄລ​ຍະ​ການ​ກູ້​ຢືມ 5 ປີ; ເງິນ​ກູ້ໃຊ້ສອຍ (ກູ້ຢືມຄ້ຳປະກັນດ້ວຍເງິນເດືອນ, ກູ້​ຢືມ​ເບີກເກີນ​ບັນ​ຊີ); ເງິນກູ້ຊື້ລົດໃຫຍ່ຮັບໃຊ້ໃນຄອບຄົວ ແລະ ຮັບໃຊ້ໃນການເຄື່ອນໄຫວທຸລະກິດ; ເງິນກູ້ເພື່ອການ ສຶກສາ; ເງິນກູ້ຄ້ຳປະກັນດ້ວຍເອກະສານມີຄ່າ. ຮອດປີ 2015 ລະດົມທຶນຈາກບຸກຄົນກວມເອົາ 60% ຂອງແຫລ່ງ ລະດົມທຶນ​ກັບ​ທີ່. ການບໍລິການບັດ ATM ເພີ່ມຂຶ້ນ 250% ໃນໄລຍະ 3 ປີຜ່ານມາດ້​ວຍຫລາຍ​ຮູບ​ແບບ​ເຊັ່ນ: ບັດ​ພາຍ​ໃນ, ບັດ​ເຊື່ອ​ມ​ຕໍ່​ກັບ​ທະ​ນາ​ຄານ​ອື່​ນ, ບັດATM My avatar. ນອກນັ້ນ, LaoVietBank ກຳລັງ​ສະ​ໜອງບັນ​ດາ​ຜະ​ລິດ​ຕະ​ພັນບໍ​ລິ​ການອື່ນໆທີ່ຫລາກ​ຫລາຍ​ເຊັ່ນ: ຊຳ​ລະ​ເງິນ​ເດືອນ, ໂອນ​ເງິນ​ພາຍ​ໃນ ແລະ ຕ່າງປະເທດ, LSMS, DirectBanking, Bankplus, ຊຳ​ລະ​ໃບ​ບີນແລະອື່ນໆ.

ອີກດ້ານໜຶ່ງ, ຍັງເປັນໜຶ່ງໃນບັນດາທະນາຄານແຖວໜ້າຢູ່ຕະຫຼາດການເງິນຂອງລາວໃນການນຳໃຊ້ເຕັກໂນໂລຊີ ເຂົ້າໃນການສະໜອງບັນດາຜະລິດຕະພັນການບໍລິການທີ່ຫຼາກຫລາຍ, ດັ່ງນັ້ນເມື່່ອໃຊ້ບໍລິການຂອງ LaoVietBank, ບັນດາລູກຄ້າໂດຍສະເພາະແມ່ນລູກຄ້າບຸກຄົນຈະໄດ້ຮັບຮູ້ເຖິງຂັ້ນຕອນເອກະສານໃນການໃຫ້ບໍລິການທີ່ສະດວກສະ ບາຍ, ພ້ອມຍັງຈະໄດ້ຮັບຄວາມເພິ່ງ​ພໍ​ໃຈ​ໃນການບໍລິການ​ເງິນ​ຝ​າກ, ເງິນ​ກູ້, ການ​ຊຳ​ລະ​ສະ​ສາງ, ການ​ໂອນ​ເງິນ ແລະ ຍັງ​ໄດ້​ຮັບຜົນ​ປະ​ໂຫຍດເພີ່ມ​ຂຶ້ນ​ໂດຍ​ຜ່ານການ​ແກ້​ໄຂ​ຂໍ້​ມູນບົນ​ພື້ນ​ຖານ​ທະ​ນາ​ຄານ​ທີ່​ທັນ​ສະ​ໄໝ. ສະນັ້ນຈະມີຄວາມແຕກ​ຕ່າງ​ກັບ​ການ​ເຄື່ອນ​ໄຫວ​ໃຫ້​ບໍ​ລິ​ການລາຍ​ຍ່ອຍຂອງ​ທະ​ນາ​ຄານ​ອື່ນ, LaoVietBank ຍາມ​ໃດ​ກໍ່ໃຫ້​ບຸ​ລິ​ມະ​ສິດດ້ວຍ​ລະ​ດັບ​ຄ່າ​ບໍ​ລິ​ການ​ທີ່​ຕ່ຳ​, ດອກ​ເບ້ຍ​ເງິນ​ຝາກ​ສູງ ແລະ ດອກ​ເບ້ຍ​ເງິນ​ກູ້​ຢູ່​ໃນ​ລະ​ດັບ​ທີ່​ເໝາ​ະ​ສົມ​ທີ່​ສຸດ. ຍິ່ງ​ໄປ​ກ​ວ່ານັ້ນ, ດ້ວຍ​ຈຳນວນຕູ້ ATM ຫລາຍກວ່າ 50 ໜ່ວຍໃນ​ທົ່ວ​ລະ​ບົບ, LaoVietBank ໄດ້​ໃຫ້​ການ​ບໍ​ລິ​ການ​ຖອນ​ເງິນ, ໂອນ​ເງິນ, ຊຳ​ລະ​ສະ​ສາງ​ໃບ​ບິນຢ່າງ​ສະ​ດວກ​ສະ​ບາຍຢູ່​ບັນ​ດາ​ສູນ​ການ​ຄ້າໃຫຍ່ຂອງ​ລາວ​. ບັດ​ ATM ຂອງ LaoVietBank ແມ່ນ​ ທະ​ນາ​ຄານ​ດຽວ​ທີ່​ເຊື່ອມໂຍງ​ກັບຫຼາຍກວ່າ 28 ທະ​ນາ​ຄານ​ຢູ່ຫວຽດ​ນາມ. ເຊື່ອມ​ຕໍ່ກັບ Banknet ​ເຈົ້າ​ຂອງ​ບັດສາ​ມາດ​ຖອນ​ເງິນ​ກີບ​ຢູ່​ລາວ ແລະ ກົງ​ການ​ຂ້າມບັດ ATM LaoVietBank ກໍ່​ສາ​ມາດ​ຖອ​ນ​ເງິນດົງຢູ່ຕູ້ ATM ຂອງ 28 ທະ​ນາ​ຄານ​ທີ່​ເຊື່ອມ​ຕໍ່​ກັບ Banknet ຢູ່​ຫວຽດ​ນາມ.

ນອກຈາກນັ້ນ, LaoVietBank ຍັງໄດ້ສຸມໃສ່ລົງທຶນປ່ຽນແປງລະບຽບການບໍລິການໃໝ່, ເຄື່່່ອງມືຄຸ້ມຄອງ ຄວາມສ່ຽງ ແລະ ວຽກງານກໍ່ສ້າງພະນັກງານຍາມໃດກໍ່ກ້າວສູ່ການປ່ຽນແປງໃໝ່, ມີຫົວຄິດປະດິດສ້າງສຳລັບ ບັນດາຜະລິດຕະພັນການບໍລິການແນໃສ່ນຳເອົາການບໍລິການທີ່ດີທີ່ສຸດ, ແຂ່ງຂັນທີ່ສຸດມາໃຫ້ແກ່ລູກຄ້າຂອງຕົນ. ໃນນັ້ນການປ່ຽນແປງສະພາບແວດລ້ວມການບໍລິການໄດ້ຄ່ອຍໆໄປຕາມທິດທາງທີ່ມີ​ຄວາມ​ສະ​ໜິດ​ສະ​ໜົມ, ເໝາະສົມ ກັບຄວາມຮຽກຮ້ອງຕ້ອງການຂອງລູກຄ້າ. ຄຽງຄູ່ກັນນັ້ນ LaoVietBank ກໍ່ໄດ້ເອົາໃຈໃສ່ຜັນຂະຫຍາຍບັນດາ ລາຍການໂປ​ຮ​ໂມ​ຊັນ, ສົມມະນາຄຸນລູກຄ້າ, ຂະຫຍາຍຄູ່ຮ່ວມທຸລະກິດ, ...ນຳເອົາຜົນປະໂຫຍດທີ່ດີທີ່ສຸດ ໃຫ້ແກ່ລູກຄ້າ.

ການເຄື່ອນໄຫວທະນາຄານບໍລິການລາຍຍ່ອຍໄດ້ນຳເອົາແຫລ່ງລາຍຮັບທີ່ໝັ້ນຄົງ, ຍາວນານ ປະກອບສ່ວນອັນສຳຄັນໃນການເປີດກ້ວາງລູກຄ້າ, ເປີດກວ້າງສ່ວນແບ່ງ​ຕະ​ຫລາດ, ຍົກສູງຄວາມສາມາດໃນການແຂ່ງຂັນໃຫ້ແກ່ LaoVietBank. ພ້ອມທັງສະໜອງ ໃຫ້ແກ່ລູກຄ້າບັນດາຜະລິດຕະພັນການບໍລິການທະນາຄານທີ່ຫລາກຫລາຍ, ສະດວກສະບາຍ, ຫລຸດຜ່ອນຄ່າໃຊ້ຈ່າຍ ປະກອບສ່ວນເຂົ້າໃນຜົນສຳເລັດຂອງລູກຄ້າເມື່່ອໄດ້ເລືອກ LaoVietBank ເປັນເພື່ອນຮ່ວມເດີນທາງຄ່ຽງບ່າຄຽງໄລ່ກ້າວໄປຂ້າງໜ້າດັ່ງຄຳຂວັນ​ຂອງ​ທະ​ນາ​ຄານທີ່ວ່າ: ຂົວຕໍ່ແຫ່ງຜົນສຳເລັດ.

ນາມປາກກາ: ເລຈຳປາ