ວັນອັງຄານ, 23/04/2024

.

LAOVIETBANK ຈັດ​ກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອນ​ໄຫວທຸ​ລະ​ກິດ 09 ເດືອ​ນຕົ້ນປີ ແລະ ບັນ​ດາ​ການ​ເຄື່ອ​ນ​ໄຫວກິດ​ຈະ​ກຳຕ່າງໆ

ນັບແຕ່​ວັນ​ທີ 02-03/10/2015 ຢູ່​ທີ່​ນະ​ຄອນ​ຫລວງວຽງ​ຈັນ, ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ ໄດ້​ຈັດ​ກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອນ​ໄຫວທຸລະກິດ 09 ເດືອນ​ຕົ້ນ​ປີ, ຜັນ​ຂະ​ຫຍາຍວຽກ​ງານ​ຈຸດ​ສຸມ 03 ເດື​ອນ​ທ້າຍ​ປີ ແລະ ບັນ​ດາ​ການ​ເຄື່ອນ​ໄຫວກິດ​ຈະ​ກຳ​ອື່ນໆ.

ໄດ້​ກາຍ​ເປັນ​ບັນ​ດາ​ການ​ເຄື່ອນ​ໄຫວທີ່​ຈັດ​ຂຶ້ນ​ເປັນ​ປະ​ຈຳ, ແນ​ໃສ່​ສະ​ຫລຸບ, ຕີ​ລາ​ຄາ​ຜົນ​ການ​ຜັນ​ຂະ​ຫຍາຍ​ແຜນ​ທຸ​ລະ​ກິດ 09 ເດືອນ​ຕົ້ນ​ປີ, ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານຈຸດ​ສຸມ 03 ເດືອນ​ທ້າຍ​ປີ. ນັບແຕ່​ວັນ​ທີ 02– 03/10/2015, ຢູ່​ທີ່​ຫໍ​ປະ​ຊຸ​ມ​ແຫ່ງ​ຊາດລາວ, ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາ​ວ​ຫວຽດ ໄດ້​ເປັນ​ກຽດ​ຈັດກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອນ​ໄຫວທຸ​ລະ​ກິດ 09 ເດືອ​ນຕົ້ນ​ປີ, ຜັນ​ຂະ​ຫຍາຍ​ບັນ​ດາ​ວຽງ​ງານ​ຈຸດ​ສຸມ​ທ້າຍ​ປີ ແລະ ຈັດ​ບັນ​ດາ​ກິດ​ຈະ​ກຳ​ອື່ນໆຢູ່ຫໍ​ປະ​ຊຸມ​ແຫ່ງ​ຊາດລາວ. ເຂົ້າ​ຮ່ວມ​ໃນ​ງານ​ມີ​ປະ​ທານ​ສະ​ພາ​ບໍ​ລິ​ຫານ, ຄະ​ນະ​ຜູ້​ອຳ​ນວຍ​ການ ແລະ ພະ​ນັກ​ງານ​ເກືອບ 400 ກວ່າ​ຄົນ​ຂອງ​ທົ່ວ​ລະ​ບົບ.

1538

ໃນ​ສະ​ພາບ​ການ​ທີ່​ເສດ​ຖະ​ກິດ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ, ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ​ຂອງ LaoVietBank ຍັງ​ບັນ​ລຸ​ໄດ້​ບັນ​ດາ​ໝາກ​ຜົນທີ່ໜ້າເພິ່ງພໍໃຈ: ​ຮອດ​ໄລ​ຍະ​ທ້​າຍ​ເດືອນ09/2015, ລ​ວມຍອດ​ມູນ​ຄ່າຊັບ​ສີນ​ທັງ​ໝົດ​ບັນ​ລຸຫລາຍກວ່າ 860 ລ້ານ USD, ເພື່ມຂຶ້ນ 24% ທຽ​ບ​ກັ​ບ​ຕົ້ນ​ປີ; ການ​ລະ​ດົມ​ທຶນ​ເພື່ມຂຶ້ນ 30%; ສິນ​ເຊື່ອເພື່ມຂຶ້ນ 31%; ເກັບ​ລາຍ​ຮັບ​ການ​ບໍ​ລິ​ການສຸດທິ​ເກີນ 02% ແຜນມອບ​ໝາຍ; ກຳ​ໄລ​ເກີນ 02% ແຜນມອບ​ໝາຍ.

ພິ​ເສດ, ໃນ​ປີ 2015 LaoVietBank ເປັນ​ທະ​ນາ​ຄານ​ທຳ​ອິດຢູ່​ລາວທີ່​ໄດ້​ເຈ​ລະ​ຈາ​ສຳ​ເລັດ ແລະ ໄດ້​ຮັບ​ຮອງ​ສະ​ໜອງ​ທຶນຈາກ​ຕະ​ຫລາດ​ການ​ເງິນ​ສາ​ກົນ ມູນ​ຄ່າ 60 ລ້ານໂດ​ລ​າ​ສະ​ຫະ​ລັດ. ຈາກ​ຜົນ​ສຳ​ເລັດ​ດັ່ງ​ກ່​າວ​ໄດ້​ຢັ້ງ​ຢືນ​ຄວາມ​ເຊື່ອ​ໝັ້ນ, ເຄື່ອງ​ໝາຍການຄ້າ,ຈຸດ​ຢືນ​ຂອງ LaoVietBank ບໍ່​ພຽງ​ແຕ່​ຢູ່​ໃນ​ຕະ​ຫລາດ​ການ​ເງິນ​ລາວ ແຕ່​ມັນ​ຍັງ​ເລີ່ມກ້າວ​ສູ່ຕະ​ຫລາດ​ການ​ເງິນ​ສາ​ກົນ, ນຳ​ເອົ​າ LaoVietBank ໃຫ້ກາຍ​ເປັນ​ທະ​ນາ​ຄານທີ່ເດີນ​ຕາມມາດ​ຖານ​ສາ​ກົນໃນເທື່ອລະ​ກ້າວ.

ກຳ​ນົດ​ວຽກ​ງານການ​ລະ​ດົມ​ທຶນ​ເປັນວຽກ​ງານ​ຈຸດ​ສຸມ, LaoVietBank ໄດ້​ຈັດ​ກິດ​ຈະ​ກຳ​ສົ່ງ​ເສີມ​ຂະ​ບວນ​ການ “100 ວັນ​ລະ​ດົມ​ທຶນຢ່າງ​ມີປະ​ສິດ​ທິ​ຜົ​ນ” ໃຫ້​ແກ່​ພະ​ນັກ​ງານ​ທົ່ວ​ລະ​ບົບ, ກິດ​ຈະ​ກຳ​ໄດ້​ກາຍ​ເປັນການເຄື່ອນ​ໄຫວ​ແຂ່ງ​ຂັນ​ຢ່າງເປັນ​ຂະ​ບວນ​ການ​ຟົດ​ຟື້ນ​ລະ​ຫວ່າ​ງ​ພະ​ນັກ​ງານ, ໜ່ວຍ​ງານ​ໃນ​ທົ່ວ​ລະ​ບົບ. ຫລັງ​ຈາກ​ສີ້ນ​ສຸດ​ກິດ​ຈະ​ກຳ, ຜົນ​ການ​ລະ​ດົມ​ທຶນຂອງ LaoVietBank ເພີ່ມ​ຂຶ້ນສຸດທິ 21 ລ້ານໂດ​ລາ​ສະ​ຫະ​ລັດ, ຈາກ​ໝາກຜົນ​​ດັ່ງ​ກ່າວໄດ້ປະ​ກອບ​ສ່ວນ​ເພີ່ມແຫລ່ງ​ທຶນ​ລະ​ດົມໂດຍ​ກົງ. ເພື່ອ​ຮັບ​ຮູ້ບັນ​ດາ​ຜົນ​ງານ​ຂອງ​ບຸກ​ຄົນ, ໜ່ວຍ​ງານ​ທີ່​ມີ​ຜົນ​ງານດີ​ເດັ່ນໃນ​ກິດ​ຈະ​ກຳ “100 ວັນ​ລະ​ດົມ​ທຶນຢ່າງ​ມີປະ​ສິດ​ທິ​ຜົ​ນ” ປະ​ທານ​ສະ​ພາ​ບໍ​ລິ​ຫານ ແລະ ຄະ​ນະ​ອຳ​ນວຍ​ການ LaoVietBank ໄດ້​ມອບ 01 ລາງວັນ​ທີ​ໜຶ່ງ, 02 ລາງວັນ​ທີ​ສອງ ແລະ 03 ລາງວັນ​ທີ​ສາ​ມ ໃຫ້​ບັ​ນ​ດາ​ບຸກ​ຄົນ, ໜ່ວຍ​ງານ​ທີ່​ມີ​ຜົນ​ງານ​ດີ​ເດັ່ນໃນ​ທົ່ວ​ລະ​ບົບພາຍ​ຫລັງກິດ​ຈະ​ກຳ 100 ວັນ​ລະ​ດົມ​ທຶນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

2123

ໃນ​ລະ​ຫວ່າງ​ລາຍ​ການ​ສະ​ຫລຸບ​ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ, ຄະ​ນະ​ຊາວ​ໝຸ່ມຮາກຖານ LaoVietBank ແລະ ຄະ​ນະ​ຊາວ​ໜຸ່ມ BIDV ໄດ້​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນບົດ​ຮຽນລະ​ຫວ່າງ​ສອງ​ຄະ​ນະຊາວ​ໜຸ່ມ ແນ​ໃສ່​ຍົກ​ສູງ​ບັນ​ດາ​ການ​ເຄື່ອນ​ໄຫວຂອງ​ຄະ​ນະ​ຊາວ​ໜຸ່ມລາວ, ພ້ອມ​ທັງເປັ​ນ​ການ​ແບ່ງ​ປັນ​ບັນ​ດາ​ປະ​ສົບ​ການ​ຈາກ​ບັນ​ດາ​ການ​ເຄື່ອນ​ໄຫວ​ລວມ​ໝູ່​ຂອງ​ຄະ​ນະ​ຊາວ​ໜຸ່ມ BIDV, ນຳ​ເອົາ​ການ​ເຄື່ອ​ນ​ໄຫວຂອງ​ຄະ​ນະ​ຊາວ​ໜຸ່ມຮາກຖານ LaoVietBank ມີ​ຄວາມ​ຫ້າວ​ຫັນ, ພັດ​ທະ​ນາ ແລະ ປະ​ກອບ​ສ່ວນ​ຫລາຍ​ກວ່າ​ເກົ່າເຂົ້າ​ໃນ​ໝາກ​ຜົນ​ຂອງ​ການ​ເຄື່ອ​ນ​ໄຫວ​ຂອງ LaoVietBank ເທື່ອ​ລະ​ກ້າວ ກໍ່​ຄືຕໍ່​ກັບ​ສັງ​ຄົມ, ປະ​ຊາ​ຊົນ​ລາວດ້​ວຍ​ບັນ​ດາການ​ເຄື່ອ​ນ​ໄຫວ​ທີ່​ແທ້​ຈິງ, ມີ​ປະ​ສິດ​ທິ​ຜົນ.

5464

ນອກ​ຈາກ​ລາຍ​ການ​ຕົ້ນ​ຕໍແມ່ນກອງ​ປະ​ຊຸມ​ສະ​ຫລຸບ​ການ​ເຄື່ອ​ນ​ໄຫວທຸ​ລະ​ກິດ 09 ເດືອ​ນ​ຕົ້ນ​ປີ, LaoVietBank ໄດ້​ຈັດ​ບັນ​ດາ​ກິດ​ຈະ​ກຳ​ອື່ນ​ໆອີກ​ເຊັ່ນ: ການ​ແຂ່ງ​ຂັນ​ກິ​ລາຢູ່​ສະ​ໜາມ​ກິ​ລາ​ມະ​ຫາ​ວິ​ທະ​ຍາ​ໄລ​ສັບ​ພະ​ວິ​ຊາ ແລະ ການ​ປະ​ກວດ​ສີນ​ລະ​ປະ​ວັນ​ນະ​ຄະ​ດີຢູ່​ໂຮງ​ແຮມດອນ​ຈັນ. ບັນ​ດາ​ກິດ​ຈະ​ກຳ​ໄດ້​ສ້າງ​ຄວາມ​ມ່ວນ​ຊື່ນ, ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ໃນ​ທົ່ວ​ລະ​ບົບ, ພ້ອມ​ກັນ​ສ້າງ​ LaoVietBank ໃຫ້ນັບ​ມື້​ຂະ​ຫຍາຍ​ຕົວ, ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າພ້ອມ​ກັບ​ພັກ, ລັດ​ຖະ​ບານລາວໃນ​ການກໍ່​ສ້າງ ແລະ ພັດ​ທະ​ນາປະ​ເທດ​ຊາດ​ນັບ​ມື້​ນັ​ບຂະ​ຫຍາຍ​ຕົວ.