ວັນອັງຄານ, 16/04/2024

.

LaoVietBank ມອບ​ລາງວັນ​ໃຫ້ແກ່ຜູ້ໂຊກດີລາຍການ​ເງິນຝາກລຸ້ນຊັບ​ຮັບ​ໂຊກ ປີ 2016 ​ຄັ້ງທີ  2

LaoVietBank ມອບ​ລາງວັນ​ໃຫ້ແກ່ຜູ້ໂຊກດີລາຍການ​ເງິນຝາກລຸ້ນຊັບ​ຮັບ​ໂຊກ ປີ 2016 ​ຄັ້ງທີ  2

  ໃນ​ຕອນ​ເຊົ້າ​ວັນ​ທີ 28/02/2017, ຢູ່​​ທີ່​ສຳ​ນັກ​ງານ​ໃຫຍ່ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາ​ວ​ຫວຽດ ອາ​ຄານ​ເລກ​ທີ 44 ຖະ​ໜົນ​ລ້ານ​ຊ້າງ, ບ້ານ​ຫັດ​ສະ​ດີ, ເ​ມືອງ​ຈັນ​ທະ​ບູ​ລີ ໄດ້​ຈັດ​ພິ​ທີ​ມອບ​ລາງວັນ​ລາຍ​ການ “​ເງິ​ນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ​ປີ 2016” ​ຄັ້ງ​ທີ 2 ຂຶ້ນ ໂດຍ​ການ​ເຂົ້າ​ຮ່ວມ​​ພິ​ທີ​ລວມ​ມີ: ຕາງ​ໜ້າ​ພະ​ແນກ​ການ​ເງິນ, ພະ​ແນກ​ອຸດ​ສາ​ຫະ​ກຳ ​ແລະ ການ​ຄ້າ, ພະ​ແນ​ກຍຸດຕິ​ທຳ,  ປກສ ເມືອງຈັນທະ​ບູລີ ພ້ອມ​ດ້ວຍ ບັນ​ດາ​ສື່ມວນ​ຊົນ, ລູກ​ຄ້າ​ຜູ້​ຖືກ​ລາງວັນ ແລະ ບັນ​ດາ​ ຄະ​ນະ​ນຳ, ພະ​ນັກ​ງານ​ທະ​ນາ​ຄານຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ.

(ທ່ານ ຫງວຽນ ວັນ ບິງ ອຳນວຍການໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ ມອບລາງວັນທີ 1 ໃຫ້ແກ່ ທ່ານ  ອາ​ຊ່າງ ຟູ ລູກຄ້າຜູ້ໂຊກດີ ໄດ້ຮັບ ລົດ All New Toyota Fortuner)

  ຈຳນວນຂອງລາງວັນທັງໝົດຂອງລາຍການ “​ເງິ​ນ​ຝາກ​ລຸ້ນ​ຊັບ​ຮັບ​ໂຊກ​ປີ 2016 ​ຄັ້ງ​ທີ 2 ລວມມີ 39 ລາງວັນ, ລວມມູນຄ່າ 730 ລ້ານກີບ.  ​ໃນ​ນັ້ນ, ມູນ​ຄ່າ​ລາງວັນ​ສູງ​ທີ່​ສຸດ​ໃນ​ຄັ້ງ​ນີ້​ແມ່ນ ລົດ​ໃຫ​ຍ່ ໂຕ​ໂຢ​ຕ້າ ຟໍ​ຈູນ​ເນີ້ ຈຳນວນ 1 ລາງວັນ ມູນ​ຄ່າ​ຫຼາຍ​ກວ່າ 400 ລ້ານ​ກີບ ​ເຊິ່ງ​ເປັນ​ຂອງ​ລູກ​ຄ້າ​ຜູ້​ໂຊກ​ດີ ຊື່ ທ່ານ ອາ​ຊ່າງ ຟູ ​ທີ່​ມີ​ຕົວ​ເລກ​ຊີງ​ລາງວັນ​ເງິນ​ຝາກ​ແມ່ນ AE030326, ມູນ​ຄ່າ​ລາງວັນຮອງລົງມາແມ່ນ ລົດຈັກ Honda Click i ຈຳນວນ ມູນ​ຄ່າ​ຫຼາຍ​ກວ່າ 17,6 ລ້ານ​ກີບ 03 ລາງວັນ ເຊິ່ງ​ເປັນ​ຂອງ​ລູກ​ຄ້າ​ຜູ້​ໂຊກ​ດີ ຊື່ ທ່ານ ສັນຕິ ແສງດາລາ, ທ່ານ ນ ດາວອນ ແສງສຸລິພົນ ແລະ ທ່ານ ນ ດາວນ້ອຍ ສອນບຸດຕະ ແລະ ຍັງ​ມີ​ລາງວັນ​ອື່ນໆ ອີກທີ່​ມອບ​ໃຫ້​ລູກ​ຄ້າ ຄື: 

- ລາງວັນທີ 5 ມີ 20 ລາງວັນ - ​ ບັນ​ຊີ​ເງິນ​ຝາກ​ມູນ​ຄ່າ 3 ລ້ານ​ກີບ.

- ລາງວັນທີ 4 ມີ 10 ລາງວັນ - ​ ໂທ​ລະ​ສັບ Iphone 7 ມູນ​ຄ່າ  7 ລ້ານ​ກີບ.

- ລາງວັນທີ 3 ມີ 5 ລາງວັນ - ໂທ​ລະ​ພາບ​ສີ 55 ນິ້ວ ມູນ​ຄ່າ  7,7 ລ້ານ​ກີບ.

- ລາງວັນທີ 2 ມີ 3 ລາງວັນ - ລົດ​ຈັກ Honda click i ມູນ​ຄ່າ  17,6 ລ້ານ​ກີບ.

(ບັນດາລູກຄ້າຜູ້ໂຊກດີຮ່ວມຖ່າຍຮູບກັບ LaoVietBank)

  ທະນາຄານຮ່ວມທຸລະກິດລາວຫວຽດ ຂໍສະແດງຄວາມຂອບໃຈມາຍັງບັນດາລູກຄ້າທີ່ໄດ້ໃຫ້ການເອົາໃຈໃສ່, ສະໜັບສະໜູນ ແລະ ເຂົ້າຮ່ວມລາຍການເງິນຝາກລຸ້ນຊັບຮັບໂຊກຂອງ LaoVietBank ທີ່ໄດ້ຈັດຂຶ້ນໃນໄລຍະທີ່ຜ່ານມາ.

  ເພື່ອສືບຕໍ່ລາຍການເງິນຝາກລຸ້ນຊັບຮັບໂຊກຂອງປີ2017 LaoVietBank ຈະ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ລາຍ​ການ ເງິນ​ຝາກ​ລຸ້ນ​ຊັບ​ໂຊກ​ປີ 2017 ຄັ້ງ​ທີ 1, ເຊິ່ງ​ຄາດ​ຄະ​ເນ​ຈະ​ເລີ່ມ​ຜັນ​ຂະ​ຫຍາຍ​ໃນ​ທ້າຍ​ເດືອນ 3 ​ປີ 2017 ນີ້​ພ້ອມກັບບັນດາຂອງລາງວັນທີ່ໜ້າສົນໃຈກ່ວາເກົ່າ. ທ​ະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດລາວຫວຽດ ຫວັງ​​ຢ່າງ​ຍິ່ງວ່າ​ຈະ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​​ບັນ​ດາ​ລູກ​ຄ້າ​ຂອງ LaoVietBank ​ຫຼາຍ​ຂຶ້ນ​ຕື່ມ​​ໃນ​ຕໍ່ໜ້າ.