ວັນພະຫັດ, 25/04/2024

.

LaoVietBank ສະຫນອງການບໍລິການເຕີມເງິນ Top-up ແລະ ການຊໍາລະໃບບິນເຄືອຂ່າຍໂທລະຄົມ T Plus.

ວັນທີ 03 ທັນວາ 2020, ຢູ່ທີ່ LaoVietBank ໄດ້ມີການເຊັນສັນຍາການບໍລິການຊຳລະໃບບິນ ແລະ Top Up ລະຫວ່າງ LaoVietBank ກັບ ບໍລິສັດ ທີພລັດ ດີຈີຕ້ອນ ຈໍາກັດ ຜູ້ດຽວ (T Plus).

ປະຕິບັດການເຊັນສັນຍາ ໂດຍທ່ານ ຝາມກ໋ວກກົ່ງ ຮອງຜູ້ອຳນວຍການ ແລະ ທ່ານ ເພັດສະຫວັນ ເຄີນວິໄລ ຜູ້ອຳນວຍການ ບໍລິສັດ T Plus ພ້ອມດ້ວຍສັກຂີພະຍານ ໂດຍແມ່ນ ທ່ານ ຫງວຽນ ດຶກ ຫວູ - ວ່າການຜູ້ອຳນວຍການໃຫຍ່, ທ່ານ ສຸພົນ ຈັນທະວີໄຊ ຜູ້ອໍານວຍການໃຫຍ່ ຂອງ ບໍລິສັດ ລາວໂທລະຄົມ (ບໍລິສັດແມ່ຂອງ T Plus) ພ້ອມດ້ວຍຕາງຫນ້າການນຳຂອງ LVB, LTC ແລະ T Plus.

ດ້ວຍການເຊື່ອມຕໍ່ການຊຳລະດັ່ງກ່າວ, ລູກຄ້າທີ່ນຳໃຊ້ເບີໂທລະສັບ 020 7xxxxxx ຈະສາມາດປະຕິບັດການເຕີມເງິນ (Top Up) ແລະ ການຊຳລະມູນຄ່າໂທລາຍເດືອນຜ່ານລະບົບການຊຳລະຂອງ LaoVietBank ເຊິ່ງລວມມີ: ການຊໍາລະຜ່ານລະບົບ LVB DigiBank; ການຊໍາລະຜ່ານລະບົບ ATM ຂອງ LVB; ການຊຳລະຜ່ານທຸກຈຸດບໍລິການຂອງ LVB ໃນທົ່ວປະເທດ, ສ້າງຄວາມສະດວກສະບາຍ, ງ່າຍດາຍ ແລະ ປອດໄພ.

ທະນາຄານຮ່ວມທຸລະກິດລາວຫວຽດ
⦅ຂົວຕໍ່ແຫ່ງຜົນສໍາເລັດ⦆
Hotline: 1440
LAOVIETBANK
www.laovietbank.com.la