ວັນສຸກ, 02/10/2026

.

LaoVietBank ເຊັນສັນຍາຮ່ວມມື ສະໜອງເງິນກູ້ໃຫ້ແກ່ກອງບັນຊາການ ປກສ ແຂວງຊຽງຂວາງ.

ໃນວັນທີ 05 ສິງຫາ 2021, ທີ່ຫ້ອງປະຊຸມ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ໄດ້ຈັດພິທີເຊັນສັນຍາຮ່ວມມືສະໜອງເງິນກູ້ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ລະຫວ່າງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ ສາຂາຊຽງຂວາງ ກັບ ກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ.

ຕາງໜ້າ LaoVietBank ໂດຍທ່ານ ຟາມ ແມັງ ຮຸ່ງ, ຫົວໜ້າສາຂາຊຽງຂວາງ ແລະ ທ່ານ ພັນໂທ ແສງອາລຸນ ນັນທະວົງ, ຮອງຫົວ​ໜ້າກອງບັນຊາການປ້ອງກັນຄວາມສະຫງົບ ແຂວງຊຽງຂວາງ ພ້ອມດ້ວຍພະນັກງານທັງສອງຝ່າຍເຂົ້າຮ່ວມ.

ຈຸດປະສົງ, ກໍ່ເພື່ອເປັນການສ້າງເງື່ອນໄຂໃຫ້ແກ່ນາຍ ແລະ ພົນຕໍາຫຼວດຢູ່ໃນກອງບັນຊາການ ປກສ ແຂວງ ໃຫ້ສາມາດເຂົ້າເຖິງແຫຼ່ງທຶນດ້ວຍຄວາມສະດວກສະບາຍ, ໝູນໃຊ້ທຶນເຂົ້າໃນການສ້າງເສດຖະກິດຄອບຄົວ, ເພື່ອຍົກສູງ ແລະ ແກ້ໄຂຊີວິດການເປັນຢູ່ຂອງເຈົ້າໜ້າທີ່ໃຫ້ດີຂຶ້້ນເທື່ອລະກ້າວ.

--------------------------

ທະນາຄານ ຮ່ວມທຸລະກິດ ລາວ - ຫວຽດ ຈໍາກັດ

⦅ຂົວຕໍ່ແຫ່ງຜົນສໍາເລັດ⦆

Hotline: 1440

LaoVietBank

www.laovietbank.com.la