ວັນເສົາ, 30/03/2024

.

LaoVietBank ເປີດນຳໃຊ້ທະນາຄານດິຈິຕອນເວີຊັ້ນໃໝ່ລ່າສຸດ - LVB DigiBank.

ທະນາຄານ ຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ເປີດໂຕທະນາຄານດິຈິຕອນເວີຊັ້ນໃໝ່ຢ່າງເປັນທາງການ ກັບເຄື່ອງໝາຍການຄ້າ LVB DigiBank ສໍາລັບລູກຄ້າບຸກຄົນ ແລະ ລູກຄ້ານິຕິບຸກຄົນ. LVB DigiBank ແມ່ນການຍົກລະດັບ ແລະ ພັດທະນາຮອບດ້ານ ເພື່ອປ່ຽນແທນໃຫ້ກັບບັນດາກຸ່ມຜະລິດຕະພັນທະນາຄານດິຈິຕອນທີ່ໄດ້ປະສົບຜົນສຳເລັດຢ່າງຍິ່ງໃຫຍ່ກ່ອນໜ້ານີ້ຂອງ LaoVietBank.

ເມື່ອນຳໃຊ້ LVB DigiBank, ລູກຄ້າຈະໄດ້ພົບກັບການບໍລິການທະນາຄານດິຈິຕອນທີິ່ທັນສະໄໝກັບຫຼາຍຄຸນລັກສະນະທີ່ໂດດເດັ່ນ. ທຸລະກຳທະນາຄານຈະໄດ້ຮັບການປະຕິບັດຢ່າງວ່ອງໄວ, ສະດວກສະບາຍ, ຮັບໃຊ້ລູກຄ້າຕະຫລອດ 24 ຊົ່ວໂມງທຸກມື້ ດ້ວຍຮູບແບບບັນດາການບໍລິການທະນາຄານ: ການຊຳລະໃບບິນ (ຄ່າໄຟ, ນ້ຳປະປາ, ໂທລະສັບ, ປະກັນໄພ...); ໂອນເງິນຂ້າມທະນາຄານທັງພາຍໃນ ແລະ ຕ່າງປະເທດ; ຄຸ້ມຄອງການເງິນຢ່າງຮອບດ້ານ; ແລກປ່ຽນສະກຸນເງິນຕາ; ບໍລິການການຝາກເງິນມີິກຳນົດກັບອັດຕາດອກເບ້ຍພິເສດບວກເພີ້ມເຖິງ 0,2%/ປີ.

ອີກໜຶ່ງຈຸດພິເສດຂອງ LVB DigiBank ແມ່ນລູກຄ້າຈະລົງທະບຽນພຽງແຕ່ 1 ຄັ້ງ ໄດ້ຮັບ 1 ຢູເຊີພ້ອມລະຫັດ ເພື່ອປະຕິບັດທຸລະກຳທະນາຄານຢູ່ທຸກທີ່ ກັບບັນດາອຸປະກອນທີ່ເຊື່ອມຕໍ່ອິນເຕີເນັດ (ໂທລະສັບ, ຄອມພິວເຕີ, ແລັບທອບ). ເພື່ອຍົກສູງລະດັບໃນການປ້ອງກັນຄວາມປອດໄພ ແລະ ການເຮັດທຸລະກຳທີ່ວ່ອງໄວ LVB DigiBank ໄດ້ສະໜອງວິທີການຢັ້ງຢືນທຸລະກໍາດ້ວຍ Smart OTP.

ການຢັ້ງຢືນດ້ວຍ Smart OTP ແມ່ນຄຸນລັກສະນະການຢືນຢັນທຸລະກໍາທີ່ທັນສະໄໝທີ່ສຸດໃນໂລກ ເປັນຄັ້ງທຳອິດໃນ ສປປ ລາວ ທີ່ LaoVietBank ໄດ້ນໍາມາປະສົມປະສານເຂົ້າກັນກັບ LVB DigiBank ໂດຍທີ່ລູກຄ້າບໍ່ຈຳເປັນຈະຕ້ອງຕິດຕັ້ງແອບພິເຄຊັ້ນ Smart OTP ຕື່ມ.

ອີກສິ່ງໜຶ່ງທີ່ຫຼາຍໆຄົນໃຫ້ຄວາມສົນໃຈ ແມ່ນຄ່າທຳນຽມການບໍລິການ. ສຳລັບ LVB DigiBank ແມ່ນການສະໜອງການບໍລິການດ້ວຍຮູບແບບທະນາຄານດິຈິຕອນກັບຄ່າທຳນຽມສຸດພິເສດ ແລະ ດຶງດູດໃຈທີ່ສຸດ. ລູກຄ້າຈະໄດ້ຮັບການ “ຍົກເວັ້ນຟຮີ” ບັນດາຄ່າທໍານຽມລົງທະບຽນ, ຄ່າທໍານຽມປະຈໍາເດືອນ,​ ຄ່າຮັກສາບັນຊີ, ຄ່າຄຸ້ມຄອງ ແລະ ນໍາໃຊ້. ຫຼາຍການບໍລິການທະນາຄານທີ່ປະຕິບັດຜ່ານ LVB DigiBank ໄດ້ຮັບການຍົກເວັ້ນຄ່າທໍານຽມເຊັ່ນ: ການໂອນເງິນພາຍໃນປະເທດ, ການຊໍາລະໃບບິນ...​

ຍິ່ງໄປກວ່ານັ້ນ,​ ລູກຄ້າຈະໄດ້ຮັບເງິນຄືນ (ໄດ້ຮັບສ່ວນຫຼຸດ) ກັບຫລາຍການບໍລິການເຊັ່ນ: ການເຕີມບັດ(ເຕີມເງິນຫຼຸດ 5%) ຊຳລະໃບບິນຄ່າໄຟ, ​ຄ່ານ້ຳ, ຄ່າໂທລະສັບ, ຄ່າປະກັນໄພ, ການຊຳລະດ້ວຍ LVB QR Pay.

ພຽງແຕ່ລູກຄ້າເຂົ້່າຫາສໍານັກງານໃຫຍ່, ສາຂາ, ໜ່ວຍບໍລິການຂອງ LaoVietBank ທີ່ໃກ້ທີ່ສຸດເພື່ອລົງທະບຽນ, ນຳໃຊ້ ແລະ ພົບກັບປະສົບການບໍລິການທີ່ດີໆຂອງ LVB DigiBank ໄດ້ໃນທັນທີ ຫຼື ເຂົ້າໄປທີ່ເວັບໄຊ LVB DigiBank http://www.digi.laovietbank.com.la ເພື່ອຮັບຄໍາແນະນໍາການລົງທະບຽນນຳໃຊ້.