ວັນພຸດ, 24/04/2024

.

ການແຂ່ງຂັນກິລາລະຫວ່າງ ບັນດາທະນາຄານຫວຽດນາມຢູ່ລາວ - ຄັ້ງທີ່ I ປີ 2016.

ເລີ່ມແຕ່ວັນທີ່ 13/05/2016 ຫາ 15/05/2016 ຢູ່ທີ່ເດີ່ນ New Arena, ນະຄອນຫຼວງວຽງຈັນ, ບັນດາທະນາຄານຫວຽດນາມຢູ່ລາວ ໄດ້ຈັດການແຂ່ງຂັນກິລາມິດຕະພາບ ຄັ້ງທີ່ໜຶ່ງ, ເພື່ອຊິງຂັນລາງວັນບັນດາທະນາຄານຫວຽດນາມຢູ່ລາວ, ເພື່ອສ້າງຂະບວນການຕ້ອນຮັບ ວັນຄ້າຍວັນເກີດຂອງ ທ່ານປະທານ ໂຮ່ ຈີ ມິງ ຄົບຮອບ 126 ປີຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຄັ້ງທີ່ XII ຂອງພັກຄອມມູນິດຫວຽດນາມ ແລະ ກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກປະຊາຊົນປະຕິວັດລາວ.

ເຂົ້າຮ່ວມໃນການແຂ່ງຂັນລວມມີ 5 ທີມມາຈາກບັນດາທະນາຄານຫວຽດນາມ (ທະນາຄານຮ່ວມທຸລະກິດລາວຫວຽດ, ທະນາຄານໄຊ່ງ່ອນ -ຮ່າໂນ້ຍຈໍາກັດ ສາຂາລາວ (SHB ລາວ), Sacombank ສາຂາລາວ, VietinBank ສາຂາລາວ, MB ສາຂາລາວ) ແລະ ທີມແຂກຮັບເຊີນແມ່ນ ກົມຄຸ້ມຄອງທະນາຄານທຸລະກິດ-ທະນາຄານແຫ່ງ ສປປ ລາວ (BOL). ນອກນັ້ນຍັງມີພະນັກງານຫຼາຍກ່ວາ 200 ຄົນທີ່ເປັນຕົວແທນມາຈາກ 6 ທະນາຄານທີ່ເຂົ້າຮ່ວມການແຂ່ງຂັນ.

ການແຂ່ງຂັນດັ່ງກ່າວ ເປັນໂອກາດດີທີ່ບັນດາ ທະນາຄານຫວຽດນາມຢູ່ລາວ ແລະ ທະນາຄານ ແຫ່ງ ສປປ ລາວ ໄດ້ມີໂອກາດພົບປະສັງສັນ ເພື່ອໃຫ້ບັນດາທະນາຄານ ໄດ້ເຜີຍແຜ່, ແນະນຳວັດທະນາທຳສະເພາະຂອງຕົນເອງ ຕໍ່ກັບທະນາຄານອື່ນ ແລະ ເພື່ອເປັນການສະແຫວງຫາໂອກາດ ໃນການຮ່ວມມືຊ່ວຍເຫຼືອກັນ ທາງດ້ານການເຄື່ອນ ໄຫວທຸລະກິດ. ພ້ອມກັນນັ້ນ ການແຂ່ງຂັນກິລາຄັ້ງນີ້ ຍັງປະກອບສ່ວນຫັດແໜ້ນສາຍສໍາພັນ ມິດຕະພາບລາວ-ຫວຽດໃຫ້ໝັ້ນແກ່ນຍິ່ງຂຶ້ນ.

ຮູບການແຂ່ງຂັນໄດ້ແບ່ງອອກເປັນ 2 ສາຍທີ່ເຕະພົບກັນໝົດ, ເຊີ່ງ 2 ທີມອັນດັບ 1 ຈາກສອງສາຍຈະໄດ້ເຂົ້າແຂ່ງຂັນໃນນັດຊິງ ແລະ ອີກ 2 ທີມອັນດັບ 2 ຈາກສອງສາຍຈະໄດ້ແຂ່ງຂັນຊິງທີ່ 3. ຫຼັງຈາກການແຂ່ງຂັນຢ່າງດຸເດືອດ ແລະ ໜ້າຕື່ນເຕັ້ນຜ່ານໄປ 9 ນັດ, ລວມຍອດການຍິງປະຕູໄດ້ເຖິງ 74 ປະຕູ.

ຈາກການແຂ່ງຂັນທີ່ຍອດຢ້ຽມເຮັດໃຫ້ ທີມ LaoVietVank ແລະ Sacombank ໄດ້ເຂົ້າແຂ່ງຂັນໃນນັດຊິງ, ເຊີ່ງເປັນນັດແຫ່ງການແຂ່ງຂັນທີ່ສຸດຈະກົດດັນ ແລະ ໜ້າຕື່ນເຕັ້ນ, ບາງຄັ້ງກໍ່ມີສະຖານະການຮຸ່ນແຮງ ແລະ ຈົບງາມ. ແຕ່ດ້ວຍກົນລະຍຸດການແຂ່ງຂັນ ທີ່ເໝາະສົມ, LaoVietVank ສາມາດເອົາຊະນະ Sacombank ດ້ວຍຄະແນນ 1 - 0 ແລະ ຍາດໄດ້ຂັນຊະນະເລີດ, Sacombank ຍາດໄດ້ທີ່ 2 ຢ່າງສົມກຽດ, ອັນດັບທີ່ 3 ຕົກເປັນຂອງ MB ແລະ BOL ໄດ້ຮັບລາງວັນຊົມເຊີຍ. ສ່ວນອີກ 2 ທະນາຄານທີ່ຍັງເຫຼືອຄື SHB ແລະ VietinBank ເຖິງແມ່ນວ່າຈະບໍ່ໄດ້ຮັບລາງວັນສູງ ແຕ່ກໍ່ໄດ້ເຂົ້າຮ່ວມການແຂ່ງຂັນດ້ວຍນ້ຳໃຈນັກກິລາ ແລະ ໄດ້ອຸທິດຕົນຢ່າງສຸດຄວາມສາມາດ ເຂົ້າໃນການແຂ່ງຂັນ ແລະ ສຳເລັດໜ້າທີ່ຢ່າງຈົບງາມ.