ວັນສຸກ, 26/04/2024

.

ຍ້ອງຍໍບັນດາລູກຫລານພະນັກງານ LAOVIETBANK ເນື່ອງໃນໂອກາດ ເປີດສົກຮຽນໃໝ່ 2015-2016

ໄດ້​ກາຍ​ເປັນ​ປະ​ເພ​ນີ​ການປະຕິບັດພາຍ​ໃນ​ຂອງ LaoVietBank ໃນ​ແຕ່​ລະ​ປີ, ຄະ​ນະ​ບໍ​ລີ​ຫານ​​ພ້ອມ​ດ້ວຍ​ 03 ອົງ​ການ​ຈັດ​ຕັ້ງ​ມະຫາຊົນຂອງ LaoVietBank ໄດ້​ຈັດ​ພິ​ທີ​ຍ້ອງ​ຍໍ, ລະ​ດົມ​ຈິດ​ໃຈ ແລະ ພົບ​ປະ​ບັນ​ດາ​ຫລານ​ນ້ອຍ​ນັກ​ຮຽນ​ທີ່​ເປັນ​ລູກ​ຫລານ​ຂອງ​ພະ​ນັກ​ງານ​ທີ່ໄດ້​ມີ​ຜົນ​ການ​ຮຽນ​ດີ​ເດັ່ນ ແລະ ເປັນການຕ້ອນ​ຮັບ​ສົກ​ຮຽນ​ໃໝ່.

ກ່າວ​ປາ​ໄສ​ໃນ​ພິ​ທີ​ຍ້ອງ​ຍໍດັ່ງ​ກ່າວ, ທ່ານ ດ່​ວານ ຫວຽດ ນາມ - ຜູ້​ອຳ​ນວຍ​ການ​ໃຫຍ່ LaoVietBank ໄດ້​ຍ້ອງ​ຍໍ​ບັນ​ດາ​ຫລານ​ນ້ອຍ​ທີ່ຍາດ​ໄດ້​ຜົນ​ການ​ຮຽນດີ​ເດັ່ນ, ​ການຝືກ​ຝົນ​ຫຼໍ່ຫຼອມຕົນ​ເອງໃນການສືກ​ສາ​ຮ່ຳ​ຮຽນ ແລະ ອວຍ​ພອນ​ບັນ​ດາ​ລູກ​ຫລານ​ເຂົ້າ​ສູ່​ສົກ​ຮຽນ​ໃໝ່​ດ້ວຍ​ຈິດ​ໃຈ​ເບີກ​ບານມ່ວນຊື່ນ, ຄຳ​ຮູ້, ດຸ​ໝັ່ນ​ກ່​ວາ​ເກົ່າ, ຝືກ​ຝົນ​ຕົນ​ເອງ​ໃຫ້​ດີກວ່າ​ເກົ່າເພື່ອ​ບັນ​ລຸຄະແນນສອບເສັງ 10 ຄະແນນ.  ຜົນ​ງານ​ການ​ຮຽນ​  ຂ​ອງນັກ​ຮຽນ​ແຕ່​ລະ​ຄົນທີ່​ເປັນ​ລູກ​ຫລານພະ​ນັກ​ງານບໍ່​ພຽງ​ແຕ່​ເປັນ​ຄວາມ​ພາກ​ພູມ​ໃຈຂອງ​​ຄອບ​ຄົວ ແຕ່​ຍັງ​ເປັນ​ຄວາມ​ພາກ​ພູມ​ໃຈຂອງ​ພະ​ນັກ​ງານ LaoVietBank ​ທຸກ​ຄົນ. ນີ້​ແມ່ນພາບ​ພົດວັດທະນະທຳ​ອັນ​ດີ​ງາມທີ່​ບັນ​ດາພະ​ນັກ​ງານ​ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ​ຫວຽດ​ ແຕ່​ລະ​ຍຸກ​ແຕ່​ລະ​ສະ​ໄໝທີ່ກຳລັງໄດ້ຮັບການ​ສ້າງສາ ແລະ ເພີ່ມພູນຂຶ້ນເລື້ອຍໆ.