ວັນສຸກ, 19/04/2024

.

ທ່ານ ພົນໂທ ໂຕເລິມ – ກຳມະການກົມການເມືອງ, ລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ທະນາຄານຮ່ວມທຸລະກິດລາວຫວຽດ

ທ່ານ ພົນໂທ ໂຕເລິມ – ກຳມະການກົມການເມືອງ, ລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ ທະນາຄານຮ່ວມທຸລະກິດລາວຫວຽດ

ໃນວັນທີ່ 11/05/2016 ຢູ່ທີ່ສຳນັກງານໃຫຍ່ ທະນາຄານຮ່ວມທຸລະກິດລາວຫວຽດ, ໃນໂອກາດການມາ ຢ້ຽມຢາມປະເທດ ສປປ ລາວ ຢ່າງເປັນທາງການ, ສະຫາຍ ໂຕເລິມ - ກຳມະການກົມການເມືອງ, ລັດຖະມົນຕີ ກະຊວງຕຳຫຼວດ ສສ ຫວຽດນາມ – ຮ່ວມກັບຄະນະຜູ້ແທນຂັ້ນສູງ ຈາກກະຊວງຕຳຫຼວດ ສສ ຫວຽດນາມ ມາຢ້ຽມຢາມ ແລະ ເຮັດວຽກຢູ່ທີ່ບັນດາຕົວແທນຂອງ ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV) ຢູ່ລາວ ເຊີ່ງລວມມີ: ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank), ຫ້ອງການຜູ້ຕາງໜ້າ BIDV ຢູ່ລາວ, ບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ (LVI).

ຢູ່ໃນພິທີການຕ້ອນຮັບ, ທ່ານ  ເຈີ່ນ ລຸກ ລາງ – ຮອງຜູ້ອຳນວຍການໃຫຍ່ BIDV ພ້ອມທັງເປັນປະທານ ສະພາບໍລິຫານຂອງ LaoVietBank ໄດ້ຜ່ານບົດລາຍງານໂດຍລວມກ່ຽວກັບ ສະພາບການຮ່ວມມືທາງດ້ານເສດ ຖະກິດ ລະຫວ່າງລາວ ແລະ ຫວຽດນາມ, ໝາກຜົນການເຄື່ອນໄຫວທຸລະກິດຂອງ ສະມາຄົມນັກລົງທຶນ ຫວຽດນາມເຂົ້າມາລາວ (AVIL) ແລະ ໝາກຜົນການເຄື່ອນໄຫວທຸລະກິດ ຂອງບັນດາຕົວແທນ BIDV ຢູ່ລາວ. ເຊີ່ງໃນໄລຍະທີ່ຜ່ານມາ, ການເຄື່ອນໄຫວການຄ້າ ແລະ ການລົງທຶນ ລະຫວ່າງລາວ ແລະ ຫວຽດນາມ ໄດ້ຮັບການ ພັດທະນາຢ່າງໄວວາ ທັງດ້ານຂະໜາດ ແລະ ປະລິມານ. ຄິດໄລ່ຮອດສິ້ນປີ 2015, ຫວຽດນາມມີ 258 ໂຄງການ ໂດຍລວມຍອດທຶນ FDI ມີປະມານ 5,3 ຕື້ໂດລາ. ຫວຽດນາມຢືນຢູ່ໃນອັນດັບ 3 ໃນບັນດາປະເທດທີ່ລົງທຶນ ຢູ່ລາວ ແລະ ປະຈຸບັນນີ້ ປະເທດລາວເປັນປະເທດທີ່ມີ ຈຳນວນວິສາຫະກິດລົງທຶນຕ່າງປະເທດ ຫຼາຍທີ່ສຸດ. ລວມຍອດມູນຄ່າການສົ່ງອອກນຳເຂົ້າສອງທາງ ບັນລຸ 1,123 ຕື້ໂດລາ. ລວມຍອດນັກທ່ອງທ່ຽວສອງທາງ ລາວ-ຫວຽດນາມ ໃນປີ 2010 ບັນລຸ 468,411 ຄັ້ງ, ຮອດປີ 2015 ຕົວເລກນີ້ໄດ້ເພີ່ມຂຶ້ນເປັນ 1,3 ລ້ານຄັ້ງ, ເພີ່ມຂື້ນທົບ 2,8 ເທົ່າທຽບກັບປີ 2010.

ໂດຍສະເພາະແມ່ນເລີ່ມຕົ້ນຈາກ ຄວາມຄິດຊ່ວຍແບ່ງປັນຄວາມທຸກຫຍາກ ຮ່ວມກັບປະຊາຊົນລາວ, ບັນດາ ນັກລົງທຶນຫວຽດນາມ ບໍ່ພຽງແຕ່ລົງທຶນ ແຕ່ຍັງຕັ້ງໜ້າປະຕິບັດ ວຽກງານຊ່ວຍເຫຼືອສັງຄົມ ໃຫ້ແກ່ປະຊາຊົນລາວ. ລວມຍອດມູນຄ່າການຊ່ວຍເຫຼືອສັງຄົມ ທີ່ບັນດາວິສາຫະກິດຫວຽດນາມ ໄດ້ປະຕິບັດຢູ່ລາວ ໃກ້ຄຽງ 70 ລ້ານ ໂດລາ ໂດຍສຸ່ມໃສ່ຂົງເຂດ ສາທາລະນະສຸກ, ການສຶກສາ, ສ້າງທີ່ຢູ່ອາໄສໃຫ້ແກ່ປະຊາຊົນຜູ້ທຸກຫຍາກ ຢູ່ເຂດຫ່າງ ໄກສອກຫຼີກ… ສະເພາະ BIDV ແລະ ບັນດາຕົວແທນ ໄດ້ມອບການຊ່ວຍເຫຼືອຢູ່ລາວ ລວມມູນຄ່າຫຼາຍກ່ວາ 12,5 ລ້ານໂດລາ ເພື່ອຊ່ວຍແກ້ໄຂ່ຄວາມທຸກຫຍາກໃນບາງສ່ວນຂອງປະຊົນລາວ.

ນອກນັ້ນ, ໃນຊຸມປີຜ່ານມາ ການເຄື່ອນໄຫວຂອງບັນດາຕົວແທນ BIDV ຢູ່ລາວເຊັ່ນວ່າ:​ ທະນາຄານ ຮ່ວມທຸລະກິດລາວຫວຽດ (1999), ບໍລິສັດປະກັນໄພລາວ-ຫວຽດ (2008) ໄດ້ປະກອບສ່ວນຊຸກຍູ້ ຕະຫຼາດການ ເງິນ, ເງິນຕາ, ການປະກັນໄພຢູ່ລາວ.

        ໃນປີ 2015, LaoVietBank ໄດ້ສຳເລັດ ແລະ ປະຕິບັດໄດ້ເກີນຄາດ ກ່ຽວກັບບັນດາຄາດໝາຍທຸລະກິດ ທີ່ວາງອອກທັງໝົດ, ເຊີ່ງເປັນທະນາຄານທີ່ມີລະດັບການຂະຫຍາຍຕົວສູງ, ຂະໜາດຂອງກຳໄລ ແລະ ປະສິດທິຜົນ ເກີດກຳໄລ ໄດ້ຖືກຈັດຢູ່ໃນກຸ່ມທີ່ສູງສຸດ ຢູ່ໃນລາວ: ລວມຍອດຊັບສິນບັນລຸຫຼາຍກ່ວາ 949 ລ້ານໂດລາ, ທົບ 95 ເທົ່າທຽບກັບໄລຍະເລີ່ມສ້າງຕັ້ງ, ROE ບັນລຸ 15.27%/ປີ.

      ສຳລັບບໍລິສັດຮ່ວມທຸລະກິດປະກັນໄພລາວ-ຫວຽດ, ໝາກຜົນການເຄື່ອນໄຫວທຸລະກິດ ປີ 2015 ກໍ່ສາ ມາດຍາດແຍ່ງໄດ້ຫຼາຍໝາກຜົນທີ່ໜ້າເພີ່ງພໍໃຈ, ໂດຍລວມຍອດລາຍຮັບຈາກຄ່າທຳນຽມປະກັນໄພ ບັນລຸ 12,5 ລ້ານໂດລາ, ກຳໄລກ່ອນອາກອນບັນລຸ 1,9 ລ້ານໂດລາ, ອັດຕາສ່ວນ ROE ບັນລຸ 26%. ສ່ວນແບ່ງຕະຫຼາດ ປະກັນໄພ ນັບມື້ນັບເພີ່ມຂຶ້ນ, ຄວາມໜ້າເຊື່ອຖືຂອງເຄື່ອງໝາຍການຄ້າ LVI ໄດ້ເພີ່ມພູນ ແລະ ເປີດກ້ວາງຂຶ້ນ.

      ຕໍ່ກັບໝາກຜົນທີ່ຍາດມາໄດ້ດັ່ງກ່າວ, ສະຫາຍ ໂຕເລິມ - ກຳມະການກົມການເມືອງ, ລັດຖະມົນຕີກະຊວງ ຕຳຫຼວດ ໄດ້ສະແດງຄວາມຊົມເຊີຍຕໍ່ກັບ ການປະກອບສ່ວນຂອງ BIDV ໃນຕໍາແໜ່ງປະທານ AVIL ທີ່ໄດ້ ເສີມຂະຫຍາຍພາລະບົດບາດ ເປັນອົງກອນທີ່ນຳພາ, ຊ່ວຍເຫຼືອຢ່າງຕັ້ງໜ້າ ແລະ ມີປະສິດທິຜົນໃຫ້ແກ່ບັນດາ ນັກລົງທຶນຫວຽດນາມຢູ່ລາວ. ຊົມເຊີຍຕໍ່ບັນດາໝາກຜົນ ຂອງທະນາຄານຮ່ວມທຸລະກິດລາວຫວຽດ, ບໍລິສັດຮ່ວມ ທຸລະກິດປະກັນໄພລາວ-ຫວຽດ, ຫ້ອງການຜູ້ຕາງໜ້າ BIDV ຢູ່ລາວ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນ ວຽກງານພັດທະນາເສດຖະກິດຂອງລາວ. ນັບມື້ນັບເສີມຂະຫຍາຍບົດບາດ ເປັນແສງສະຫວ່າງ, ພົ້ນເດັ່ນທີ່ສຸດໃນ ສາຍພົວພັນອັນເປັນມູນເຊື້ອ, ຄວາມຮູ້ບຸນຄຸນ, ຄວາມສາມັກຄີ, ປະສິດທິຜົນ, ຍຸດທະສາດຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ.