ທ່ານ ເລ ມີງ ຮືງ - ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາ ຫຼວງພະບາງ
ທ່ານ ເລ ມີງ ຮືງ - ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ຢ້ຽມຢາມ ແລະ ເຮັດວຽກກັບ
ທະນາຄານຮ່ວມທຸລະກິດລາວຫວຽດ ສາຂາ ຫຼວງພະບາງ
ໃນລະຫວ່າງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ເພື່ອເຂົ້າຮ່ວມກອງປະຊຸມທະວີພາຄີ ລະຫວ່າງທະນາຄານແຫ່ງລັດສອງປະເທດ ຫວຽດນາມ - ລາວ ຈັດຂຶ້ນແຕ່ວັນທີ 14 – 16/02/2017 ຢູ່ແຂວງຫຼວງພະບາງ. ວັນທີ 15/02/2017, ທ່ານ ເລ ມີງ ຮືງ - ກຳມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ພ້ອມດ້ວຍຄະນະການນຳຂັ້ນສູງທະນາຄານແຫ່ງລັດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບທະນາຄານຮ່ວມທຸລະກິດລາວຫວຽດ ສາຂາຫຼວງພະບາງ.
ຕາງໜ້າຄະນະການນຳ ແລະ ພະນັກງານທັງໝົດຂອງທະນາຄານຮ່ວມທຸລະກິດລາວຫວຽດ, ທ່ານ ຫງວຽນ ວັນ ບີ່ງ – ຜູ້ອຳນວຍການໃຫຍ່ ໄດ້ລາຍງານເຖີງການກໍ່ຕັ້ງ ແລະ ເຄື່ອນໄຫວຂອງທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ເຊີ່ງໄດ້ຮັບການສ້າງຕັ້ງຂຶ້ນໃນລະຫວ່າງເດືອນ 06/1999 ບົນພື້ນຖານການປະກອບທຶນຮ່ວມທຸລະກິດຂອງ 02 ທະນາຄານທຸລະກິດລັດຂອງລາວ – ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (BCEL) ແລະ ຫວຽດນາມ – ທະນາຄານຮຸ້ນສ່ວນລົງທຶນ ແລະ ພັດທະນາຫວຽດນາມ (BIDV). ໂດຍຜ່ານການເພີ່ມທຶນຫຼາຍຄັ້ງມາເຖີງປະຈຸບັນທຶນຈົດທະບຽນຂອງ LaoVietBank ບັນລຸ 100 ລ້ານ USD ແລະ ກາຍເປັນທະນາຄານທີ່ມີຂະໜາດທຶນຈົດທະບຽນຫຼາຍສຸດຢູ່ລາວ.
ດ້ວຍພາລະກິດເປັນ “ຜູ້ເຊື່ອມໂຍງສອງພື້ນຖານເສດຖະກິດລາວ - ຫວຽດນາມ” ແລະ “ປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງຫວຽດນາມ ແລະ ລາວ”, ພາຍຫຼັງ 18 ປີແຫ່ງການກໍ່ຕັ້ງ ແລະ ຂະຫຍາຍຕົວ, LaoVietBank ໄດ້ມີບັນດາບາດກ້າວຂະຫຍາຍຕົວຢ່າງເຂັ້ມແຂງ, ກາຍເປັນໜຶ່ງໃນບັນດາທະນາຄານທຸລະກິດເຄື່ອນໄຫວມີໝາກຜົນແຖວໜ້າໃນລາວ, ບັນດາເງື່ອນໄຂດ້ານຂະໜາດ ແລະ ໝາກຜົນທຸລະກິດຂະຫຍາຍຕົວໃນແຕ່ລະປີ; ພ້ອມກັນນັ້ນຍັງສຳເລັດດີເດັ່ນບົດບາດເປັນ “ຂົວຕໍ່ໃນການຊຳລະສະສາງ, ປະກອບສ່ວນຊຸກຍູ້ສາຍພົວພັນການຄ້າ ແລະ ການລົງທຶນລະຫວ່າງສອງປະເທດຫວຽດນາມ-ລາວ.
ຮອດປີ 2016, LaoVietBank ນອນຢູ່ໃນອັນດັບແຖວໜ້າດ້ານຂະໜາດທຶນຈົດທະບຽນ ແລະ ໝາກຜົນການເຄື່ອນໄຫວທຸລະກິດ ດ້ວຍຂະໜາດຊັບສິນທັງໝົດບັນລຸ ~1,2 ຕື້ USD, ROE ບັນລຸ 13,51%. ຕາໜ່າງການເຄື່ອນໄຫວປະກອບດ້ວຍ 01 ສຳນັກງານໃຫຍ່, 05 ສາຂາ ແລະ 14 ໜ່ວຍບໍລິການ, ລະບົບຕາໜ່າງຂອງ LaoVietBank ແຈກຍາຍຢູ່ 08/18 ແຂວງ ແລະ ເຂດເສດຖະກິດຈຸດສຸມໃນທົ່ວປະເທດ ປະກອບດ້ວຍ: ນະຄອນຫຼວງວຽງຈັນ, ແຂວງອັດຕະປື, ຈຳປາສັກ, ສະຫວັນນະເຂດ, ຄຳມ່ວນ, ຊຽງຂວາງ, ຫຼວງພະບາງ ແລະ ອຸດົມໄຊ. ໃນນັ້ນ, ບໍ່ຢຸດທີ່ຈະເປີດກວ້າງ, ເຊື່ອມໂຍງ ແລະ ບໍລິການໃຫ້ດີກວ່າເກົ່າ ຕາມການຂະຫຍາຍຕົວຂອງເສດຖະກິດ-ສັງຄົມ ໄປພ້ອມໆກັບບັນດາວິສາຫະກິດ, ບຸກຄົນລາວ ແລະ ຫວຽດນາມ ຢູ່ບັນດາທ້ອງຖີ່ນທີ່ມີສຳນັກງານ.
ທະນາຄານຮ່ວມທຸລະກິດລາວຫວຽດ - ສາຂາຫຼວງພະບາງ ໄດ້ຮັບການສ້າງຕັ້ງຂຶ້ນໃນເດືອນ 3/2013, ພາຍຫຼັງ 04 ປີເຄື່ອນໄຫວສາຂາຫຼວງພະບາງ ໄດ້ມີບາດກ້າວຂະຫຍາຍຕົວ ແລະ ບໍ່ຢຸດທີ່ຈະເປີດກ້ວາງໃນແຕ່ລະປີ, ປະກອບສ່ວນເຂົ້າໃນການຂະຫຍາຍຕົວດ້ານເສດຖະກິດ - ສັງຄົມຂອງ ແຂວງຫຼວງພະບາງ ກໍ່ຄືລະບົບຕາໜ່າງ LaoVietBank ໃນທົ່ວປະເທດ. ລວມຍອດຊັບສີນບັນລຸ 37 ລ້ານ USD, ກຳໄລປີ 2016 ບັນລຸ 1,3 ລ້ານ USD.
ຄຽງຄູ່ກັບໜ້າທີ່ທຸລະກິດ, LaoVietBank ປະສານງານກັບ BIDV ຢາມໃດກໍ່ມີບົດບາດເປັນທະນາຄານນຳໜ້າໃນວຽກງານຊ່ວຍເຫຼືອສັງຄົມຢູ່ລາວ ສຸມໃສ່ບັນດາຂົງເຂດຈຸດສຸມທີ່ລາວກຳລັງພົບຄວາມຫຍຸ້ງຍາກເຊັ່ນ: ສາທາລະນະສຸກ, ການສຶກສາ, ຊ່ວຍເຫຼືອຜູ້ທຸກຍາກ ແລະ ອື່ນໆ. ເຊີ່ງຍອດເງິນຊ່ວຍເຫຼືອສັງຄົມທັງໝົດ ສະສົມມາເຖີງປະຈຸບັນ ບັນລຸຫຼາຍກວ່າ 11,5 ລ້ານ USD.
ຕໍ່ບັນດາໝາກຜົນທີ່ທະນາຄານຮ່ວມທຸລະກິດລາວຫວຽດບັນລຸໄດ້, ທ່ານ ເລ ມີງ ຮືງ - ກຳມະການສູນກາງພັກ, ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ກໍ່ໄດ້ຊົມເຊີຍ ແລະ ຕີລາຄາສູງບັນດາຜົນງານ, ໝາກຜົນຂອງທະນາຄານຮ່ວມທຸລະກິດລາວຫວຽດສາຂາຫຼວງພະບາງ ບັນລຸໄດ້ໃນປີຜ່ານມາ. ຈາກໝາກຜົນດັ່ງກ່າວໄດ້ປະກອບສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມູນເຊື້ອ ແລະ ສາຍພົວພັນອັນດີງາມລະຫວ່າງລະບົບທະນາຄານສອງປະເທດຫວຽດນາມ - ລາວ. ຜູ້ວ່າການທະນາຄານແຫ່ງລັດ ສສ ຫວຽດນາມ ກໍ່ໄດ້ໃຫ້ຄຳໂອວາດ ແລະ ອວຍພອນທະນາຄານຮ່ວມທຸລະກິດລາວຫວຽດ, ສາຂາຫຼວງພະບາງ ສືບຕໍ່ຂະຫຍາຍຕົວຢ່າງເຂັ້ມແຂງ, ໝັ້ນຄົງ, ສືບຕໍ່ປະກອບສ່ວນອັນສຳຄັນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງລາວ, ຮັກສາສາຍພົວພັນມູນເຊື້ອລະຫວ່າງທະນາຄານສອງປະເທດ.