ວັນສຸກ, 19/04/2024

.

ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ​ຫວຽດ ຊ່ວຍ​​ເຫຼືອປະຊາຊົນ​ແຂວງ​ຜົ້ງ​ສາລີ ສ້າງ​ລະບົບ​ນໍ້າ​ລິນ ມູນ​ຄ່າ 177 ລ້ານ​ກີບ

ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ​ຫວຽດ ຊ່ວຍ​​ເຫຼືອປະຊາຊົນ​ແຂວງ​ຜົ້ງ​ສາລີ

ສ້າງ​ລະບົບ​ນໍ້າ​ລິນ ມູນ​ຄ່າ 177 ລ້ານ​ກີບ

(ທ່ານ ເລກົງຫງວຽນ-ຮອງຜູ້ອຳນວຍການ ທລວ, ຕາງໜ້າ ທລວ ໄປມອບເງິນຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນ)

​ໃນ​ລະຫວ່າງ​ວັນ​ທີ 15–17 ມັງກອນ 2015 ທີ່​ຜ່ານ​ມາ ​ເນື່ອງ​ໃນ​ໂອກາດ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາວໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ພາກ​ເໜືອ ອຸດົມ​ໄຊ, ຜົ້ງ​ສາລີ. ທະນາຄານ​ຮ່ວມ​ທຸລະ​ກິດ​ລາວ​ຫວຽດ (LaoVietBank) ກໍ​ໄດ້​ເປັນ​ກຽດ​ຢ່າງ​ສູງ​ ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ຄະນະ ແລະ ​ເພື່ອ​ຜັນ​ຂະຫຍາຍ​ການ​ຊ່ວຍ​ເຫຼືອ​ວຽ​ກງານ​ສັງຄົມ​ຂອງ LaoVietBank ​​ໃຫ້​ນັບ​ມື້​ກວ້າງຂວາງ​ຍິ່ງ​ຂຶ້ນ ທັງ​ເປັນ​ການ​ຊ່ວຍ​ເຫຼືອ​ແກ້​ໄຂ​ຄວາມ​ທຸກ​ຍາກ​ຂອງ​ພໍ່​ແມ່​ປະຊາຊົນ​ຢູ່​ເຂດ​ທ້ອງ​ຖິ່ນ ​ເນື່ອງ​ໃນ​ໂອກາດ​ດັ່ງກ່າວ​ນີ້ LaoVietBank ​ໄດ້​ມອບ​ເງິນ​ຈໍານວນ 177 ລ້ານ​ກີບ​ໃຫ້​ພໍ່​ແມ່​ປະຊາຊົນ ກຸ່ມ​ບ້ານ​ແສນ​ເງິນ, ​ເມືອງ​ໃໝ່, ​ແຂວງ​ຜົ້ງ​ສາລີ ເພື່ອສ້າງ​ລະບົບ​ນໍ້າ​ລິນ. ການ​ຊ່ວຍ​ເຫຼືອ​ຄັ້ງ​ນີ້ໄດ້​ມີ​ຄວາມ​ໝາຍ​ສໍາຄັນ​ປະກອບສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ ຂອງ​ພໍ່​ແມ່​ປະຊາຊົນ​ລາວ​ເວົ້າ​ລວມ, ເວົ້າ​ສະ​ເພາະສະ​ແດງ​​ໃຫ້​ເຫັນຄວາມ​ຮູ້ສຶກ​ທີ່​ດີ​ຂອງ​ຄະນະ​ນໍາ ແລະ ພະນັກງານ LaoVietBank ທຸກ​ທົ່ວ​ໜ້າ​ເພື່ອ​ປະກອບສ່ວນ​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ແຂວງ​ຜົ້ງ​ສາລີ​ໃຫ້​ນັບ​ມື້​ມີ​ຊີວິດ​ດີ​ຂຶ້ນ.  

(ພິທີມອບເຄື່ອງຊ່ວຍເຫຼືອໃຫ້ແກ່ພໍ່ແມ່ປະຊາຊົນແຂວງຜົ້ງສາລີ)

​ໃນ​ໄລຍະ​ຜ່ານ​ມາ ຄຽງ​ຄູ່​ກັບ​ການ​ເຄື່ອນ​ໄຫວ​ທຸລະ​ກິດ​ຢ່າງ​ມີ​ປະສິດທິ​ຜົນ​ແລ້ວ LaoVietBank ຍາມ​ໃດ​ກໍ​ໄດ້​ຕັ້ງໜ້າ​ຊ່ວຍ​ເຫຼືອ​ວຽກ​ງານ​ສັງຄົມຢູ່ ສປປ ລາວ ຢ່າງຈີ​ງຈັງ ແລະ ທ່ວງທັນ​ເວລາ ​ໂດຍ​ຜ່ານການ​ຊ່ວຍ​ເຫຼືອ​​ໃນຫລາຍ​ຂົງ​ເຂດ​ວຽກ​ງານ​ຄື: ວຽກ​ງານ​ສາທາລະນະ​ສຸກ, ການ​ສຶກສາ, ການ​ແກ້​ໄຂ​ຄວາມທຸກ​ຍາກ, ການ​ຟື້ນ​ຟູ​ໄພ​ທໍາ​ມະ​ຊາດ, ​ໄພ​ນໍ້າ​ຖ້ວມ, ມອບ​ຄອມ​ພິວ​ເຕີ້, ປື້​ມຂຽນ​ຕໍາລາ​ຮຽນ ​ແລະ ອື່ນໆ ​​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ບັນດາ​ແຂວງ​, ທ້ອງ​ຖິ່ນໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເພື່ອ​ສະ​ແດງ​ຄວາມ​ຂອບ​ໃຈ​ຕໍ່​ການ​ນໍາ​ພັກ-ລັດ, ພໍ່​ແມ່ປະຊາຊົນ ​ແລະ ລູກ​ຄ້າທີ່​ໄດ້​ເອົາ​ໃຈ​ໃສ່ຊ່ວຍ​ເຫຼືອ LaoVietBank ​ໃຫ້​ນັບ​ມື້​​ເຕີບ​ໃຫຍ່​ຂະຫຍາຍຕົວ​ໃນ​ຕະຫຼອດໄລຍະ​ຜ່ານ​ມາ./.