ວັນສຸກ, 29/03/2024

.

ທະນາຄານຮ່ວມທຸລະກິດຈັດພິທີຮັບຫຼຽນໄຊແຮງງານຊັ້ນ I ຈາກລັດຖະບານແຫ່ງ ສປປ ລາວ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 20 ປີ

ໃນຕອນແລງວັນທີ 22/06/2019 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ, ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ໄດ້ຈັດພິທີມອບຮັບຫຼຽນໄຊແຮງງານຊັ້ນ I ຈາກລັດຖະບານແຫ່ງ ສປປ ລາວ, ສະເຫຼີມສະຫຼອງວັນສ້າງຕັ້ງຄົບຮອບ 20 ປີ (22/06/1999 - 22/06/2019) ແລະ ພິທີມອບຮັບທຸງແຂ່ງຂັນຈາກທະນາຄານແຫ່ງ ສສ ຫວຽດນາມ ສໍາເລັດຢ່າງຈົບງາມ.

LaoVietBank ຮັບຫຼຽນໄຊແຮງງານຊັ້ນ I

ໃນພິທີດັ່ງກ່າວ, ໄດ້ເປັນກຽດຕ້ອນຮັບບັນດາສະຫາຍຕາງໜ້າໃຫ້ພັກ, ລັດ, ລັດຖະບານແຫ່ງ ສປປ ລາວ ແລະ ຂະແໜງຕ່າງໆຂອງປະເທດ ສສ ຫວຽດນາມກໍ່ໄດ້ເຂົ້າຮ່ວມ.

ຝ່າຍລາວມີທ່ານສະຫາຍ ປານີ ຢາທໍ່ຕູ້ - ກໍາມະການກົມການເມືອງ, ປະທານສະພາແຫ່ງຊາດ, ສະຫາຍ ສົມດີ ດວງດີ - ກໍາມະການສູນກາງພັກ, ຮອງນາຍົກລັດຖະມົນຕີ, ສະຫາຍ ສົມສະຫວາດ ເລັ່ງສະວັດ-ອາດີດກໍາມະການກົມການເມືອງ, ອາດີດຮອງນາຍົກລັດຖະມົນຕີ, ສະຫາຍ ສູນທອນ ໄຊຍະຈັກ - ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດ, ສະຫາຍ ສຸພັນ ແກ້ວມີໄຊ - ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ ແລະ ລົງທຶນ, ສະຫາຍ ຄໍາໝັ້ນ ສຸນວິເລີດ - ກໍາມະການສູນກາງພັກ, ລັດຖະມົນຕີກະຊວງພາຍໃນ, ສະຫາຍ ສອນໄຊ ໄພສິດ - ກໍາມະການສໍາຮອງສູນກາງພັກ, ຜູ້ວ່າການທະນາຄານແຫ່ງ ສປປ ລາວ, ສະຫາຍ ຄໍາພາ ແສງດາລາ - ຫົວໜ້າສານປະຊາຊົນສູງສຸດ,  ພ້ອມທັງຜູ້ຕາງໜ້າໃຫ້ການນໍາບັນດາກະຊວງ, ຂະແໜງຂອງສູນກາງ ແລະ ຕາງໜ້າການນໍາບັນດາທ້ອງຖິ່ນມີສາຂາຂອງ LaoVietBank.

ຕາງໜ້າຝ່າຍຫວຽດນາມມີສະຫາຍ ຫງວຽນ ບ່າ ຮູ່ງ - ເອກອັກຄະລະທູດຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມປະຈໍາຢູ່ລາວ, ສະຫາຍ ຫງວຽນ ຈິ ຢູ້ງ - ກໍາມະການສູນກາງພັກ, ລັດຖະມົນຕີກະຊວງແຜນການ-ລົງທຶນ, ສະຫາຍ ຫງວຽນ ຮຸຍ ຕັງ - ຮອງຫົວໜ້າຄະນະພົວພັນຕ່າງປະເທດ, ສະຫາຍ ດ່າວ ມິນ ຕູ້ - ຮອງຜູ້ວ່າການທະນາຄານແຫ່ງ ສສ ຫວຽດນາມ, ສະຫາຍ ຟານ ດຶກ ຕູ້ - ປະທານສະພາບໍລິຫານທະນາຄານ BIDV. ພ້ອມທັງບັນດາສະຫາຍການນໍາຂະແໜງການຕ່າງໆຂອງຫວຽດນາມ. ຜູ້ຕາງໜ້າຄະນະນໍາທະນາຄານ BIDV, BCEL, ສະພາບໍລິຫານ, ຄະນະບໍລິຫານ, ອາດີດຄະນະນໍາ ແລະ ພະນັກງານໃນແຕ່ລະໄລຍະ ແລະ ພະນັກງານຂອງ LaoVietBank ພ້ອມທັງບັນດາແຂກທີ່ແມ່ນລູກຄ້າ, ຄູ່ຮ່ວມທຸລະກິດຂອງ LaoVietBank.

ທ່ານ ສົມດີ ດວງດີ - ຮອງນາຍົກລັດຖະມົນຕີລາວກ່າວໃນພິທີ

ໃນພິທີທ່ານ ສົມດີ ດວງດີ - ຮອງນາຍົກລັດຖະມົນຕີລາວຕາງໜ້າລັດຖະບານລາວຕີລາຄາ: ໃນຕະຫອຼດ ໄລຍະ 20 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ, ທະນາຄານຮ່ວມທຸລະກິດລາວ-ຫວຽດໄດ້ມີ ການຂະຫຍາຍໂຕຢ່າງຕໍ່ເນື່ອງ, ຈຶ່ງສາມາດກາຍເປັນສະຖາບັນການເງິນທີ່ມີຄີວາມໝັ້ນຄົງເຂັ້ມແຂງ ແລະ ມີການເຄື່ອນໄຫວທຸລະກິດທີ່ໄດ້ຮັບໝາກຜົນສູງ.ຢັ້ງຢືນທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ສະແດງໃຫ້ເຫັນ ເຖິງບົດບາດໃນການເປັນຂົວຕໍ່ໃນການຊໍາລະສະສາງລະຫວ່າງລາວ ແລະ ຫວຽດນາມ, ເປັນສູນກາງແລກປ່ຽນເງິນກີບ ແລະ ເງິນດົງ, ຮັບໃຊ້ຫົວໜ່ວຍທຸລະກິດ ແລະ ປະຊາຊົນສອງ ຊາດ. ປະຕິບັດໜ້າທີ່ໃນການປ່ອຍແຫຼ່ງທຶນຊວ່ຍເຫຼືອໃຫ້ແກ່ຫຼາຍໂຄງການ ເປັນຕົ້ນແມ່ນ ໂຄງການກໍ່ສ້າງພື້ນຖານໂຄງລ່າງ ດ້ານການຂົນສົງຄົມມະນາຄົມ, ໂຄງການກໍ່ສ້າງ ໂຮງຮຽນ ແລະ ໂຮງໝ.  ນອກຈາກນັ້ນ ທະນາຄານຮ່ວມທຸລະກິດລາວ-ຫວຽດຍັງສະໜອງຫຼາກຫຼາຍບໍລິການດ້ານການເງິນໃຫ້ແກ່ມວນຊົນຫົວໜ່ວຍທຸລະກິດແລະ ປະຊາຊົນສອງຊາດ, ປະກອບສວ່ນເຂົ້າໃນການຊ່ວຍເຫຼືອດ້ານການຄ້າ, ການລົງທຶນຂອງບັນດາຫົວໜວ່ຍທຸລະກິດຫວຽດນາມທີ່ມາລົງທຶນໃນລາວໄດ້ເປັນຢ່າງດີ. ພ້ອມນັ້ນ ທະນາຄານຮວ່ມທຸລະກິດ ລາວຫວຽດ ຮ່ວມກັບ ທະນາຄານແມ່ BIDV ຍັງເປັນເຈົ້າການປະກອບສ່ວນເຂົ້າໃນການຊຸກຍູ້ສົ່ງ ເສີມລະດົມບັນດາການລົງທຶນເຂົ້າມາລາວໄປພ້ອມໆກັບການປະກອບສ່ວນເຂົ້າໃນວຽກງານການຊ່ວຍເຫຼືອດ້ານສັງຄົມ.

ທ່ານ ສອນໄຊ ສິດພະໄຊ - ຜູ້ວ່າການທະນາຄານແຫ່ງ ສປປ ລາວ

ທ່ານ ສອນໄຊ ສິດພະໄຊ - ຜູ້ວ່າການທະນາຄານແຫ່ງ ສປປ ລາວຢັ້ງຢືນ ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ-ຫວຽດ ແມ່ນ​ເປັນ​ຕົວ​ແບບ​ທີ່​ດີ​ເລີດຂອງ​ການ​ຮ່ວມ​ມືທາງ​ດ້ານ​ຂະ​ແໜງ​ການ​ທະ​ນາ​ຄານ​ຂອງ​ສອງ​ພັກ-ລັດ​ຖະ​ບານ​ ສ​ປ​ປ ລາວ ແລະ ສ ​ຫວຽດ​ນາມ. ຕະຫຼອດ​ໄລ່​ຍະ 20 ປີ​ຜ່າ​ນ​ມາ, ການ​ເຄື່ອນ​ໄຫວ​ທຸ​ລະ​ກິດ ເຖິງ​ແມ່ນ​ວ່າ ຈະ​ພົບ​ຂໍ້​ສະ​ດວກ ແລະ ສິ່ງ​ທ້າ​ທາຍ ແຕ່​ກໍ່​ມີ​ຜົນ​ສຳ​ເລັດຢ່າງ​ຈົບ​ງາມ​. ທະ​ນາ​ຄານ​ຮ່ວມ​ທຸ​ລະ​ກິດ​ລາວ-ຫວຽດ ໄດ້ມີທຶນຈົດທະບຽນ ເພີ່ມ​ຂື້ນຈາກ 10 ລ້ານ​ໂດ​ລາໃນ ເບື້ອງຕົ້ນ ມາ​ເປັນ 100 ລ້ານ​ໂດ​ລາໃນປະຈຸບັນ (ເປັນທະນາຄານທີ່ມີທຶນຈົດທະບຽນຫຼາຍທີ່ສຸດຢູ່ ສ​ປ​ປ ລາວ); ມີຍອດຊັບສິນ ຈັດຢູ່ອັນດັບທີ 3 ຂອງລະ​ບົບທະນາຄານຢູ່ ສ​ປ​ປ ລາວ; ການ​ດຳ​ເນີນ​ທຸ​ລະ​ກິດ ​ແມ່ນ​ເຄື່ອນ​ໄຫວ​ມີ​ປະ​ສິດ​ທິ​ຜົນ, ມີ​ຜົນ​ກຳ​ໄລຕະຫຼາດ​ມາ ແລະ ເປັນ​ທະ​ນາ​ຄານ ທີ່​ບໍ​ລິ​ຫານ​ສິນ​ເຊື່ອ​ໄດ້​ດີ, ມີ​ໜີ້ເສຍໃນ​ລະ​ດັບ​ຕ່ຳ. ການ​ປະ​ຕິບດ​ລະ​ບຽບ​ຄວາມ​ໝັ້ນຄົງ ແລະ ລະ​ບອບ​ການ​ລາຍ​ງານ​ໃຫ້​ແກ່ ທ​ຫລ ແມ່ນ​ສາ​ມາດ​ປະ​ຕິ​ບັດ​ໄດ້​ດີ ຕາມ​ລະ​ບຽບ​ທີ່ ທ​ຫລ ວາງ​ອອກ.

ຕາງໜ້າລັດຖະບານ ແຫ່ງ ສສ ຫວຽດນາມ, ທ່ານ ຫງວຽນ ບ້າ ຮຸ່ງ - ເອກອັກຄະລະທະທູດຜູ້ມີອໍານາດເຕັມ ແຫ່ງ

ສສ ຫວຽດນາມ ປະຈໍາ ສປປ ລາວ ຂໍສະແດງຄວາມ ຊົມເຊີຍບັນດາຜົນງານອັນສໍາຄັນໃນຂະແໜງທະນາຄານທີ່ທະນາຄານຮ່ວມທຸລະກິດລາວຫວຽດ ຍາດມາໄດ້, ໂດຍສະເພາະໄດ້ປະກອບສ່ວນສໍາຄັນໃນການພົວພັນມິດຕະພາບ ແລະ ຮ່ວມມືຮອບດ້ານ ລະຫວ່າງ 2 ປະເທດລາວ ແລະ ຫວຽດນາມ ຕະຫຼອດ 20ປີ ຜ່ານມາ, ເປັນຕົ້ນແມ່ນໃນຂະແໜງ ການເງິນ - ການທະນາຄານເຊິ່ງຜົນງານດັ່ງກ່າວ ໄດ້ຢັ້ງຢືນໃຫ້ເຫັນວ່າ ທະນາຄານຮ່ວມທຸລະກິດລາວ ຫວຽດ ແມ່ນນັກຮົບນໍາໜ້າໃນການຮ່ວມມືໃນຂະແໜງທະນາຄານ ລະຫວ່າງ 2 ປະເທດ. ຕະຫຼອດ 20ປີ ຜ່ານມາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ ໄດ້ສູ້ຊົນຢ່າງຕໍ່ເນື່ອງ ແລະ ຕິດແທດກັບແຜນການ ນະໂຍບາຍຂອງສອງພັກສອງລັດຖະບານ, ຈັດຕັ້ງປະຕິບັດຖຶກຕ້ອງຕາມ ຍຸດທະສາດການຮ່ວມມືທາງ ດ້ານເສດຖະກິດ ລະຫວ່າສອງ2ປະເທດ ເວົ້າລວມ ແລະ ໃນຂະແໜງ ການເງິນເວົ້າສະເພາະ. ນອກ ຈາກນັ້ນ, ທະນາຄານຮ່ວມທຸລະກິດລາວ-ຫວຽດ ກໍໄດ້ປະກອບສ່ວນ ໃນການພັດທະນາເສດຖະກິດ-ສັງຄົມຢູ່ລາວ, ໄດ້ຈັດຕັ້ງປະຕິບັດວຽກງານຊ່ວຍເຫຼືອສັງຄົມ, ນໍາໃຊ້ເຕັກໂນໂລຢີ - ຂ່າວສານເພື່ອຍົກສູງ ຄຸນນະພາບການບໍລິການໃຫ້ລູກຄ້າ ແລະ ໃນຕໍ່ໜ້າຫວັງວ່າ ທະນາຄານຮ່ວມທຸລະກິດລາວຫວຽດ ຈະສືບຕໍ່ກາຍເປັນຕົວແບບເພື່ອຮັກສາ ແລະ ເສີມຂະຫຍາຍບົດບາດເປັນຫົວຈັກ, ຕົວແບບບໍ່ວ່າໃນການ ຮ່ວມມືໃນຂະແໜງທະນາຄານ ເຊິ່ງຍັງເສີມ ຂະຫຍາຍບົດບາດຂອງຕົນ, ໂດຍສະເພາະໃນການແຂ່ງຂັນ ກັບບັນດາທະນາຄານຢູ່ລາວ; ປະກອບ ສ່ວນໃນການຄົ້ນຄວ້າ, ໃຫ້ຄໍາປຶກສາແກ່ລັດຖະບານລາວ ໃນການແກ້ໄຂຄວາມຫຍຸ້ງຍາກ ທາງດ້ານ ເສດຖະກິດ-ການເງິນໃນປັດຈຸບັນ ແລະ ສືດຕໍ່ເປັນຂົວຕໍ່ ໃຫ້ແກ່ບັນດາວິສະຫະກິດຂອງສອງປະເທດ, ເປັນຕົ້ນແມ່ນບັນດາວິສະຫະກິດຫວຽດນາມ ທີ່ກໍາລັງເຂົ້າ ມາລົງທຶນ ແລະ ດໍາເນີນທຸລະກິດຢູ່ ສປປ ລາວ.

ຕາງໜ້າຄະນະນໍາ LaoVietBank, ສ/ຫ ແກັກ ຮຸ່ງ ຫຽບ - ປະທານສະພາບໍລິຫານທະນາຄານ LaoVietBank

ສະແດງຄວາມຂອບໃຈມາຍັງການນໍາ 2 ລັດຖະບານ ຫວຽດນາມ ແລະ ລາວທີໄດ້ຊີ້ນໍາ, ຊ່ວຍເຫຼືອ ແລະ ອໍານວຍຄວາມສະດວກໃຫ້ແກ່ LaoVietBank ຕະຫຼອດໄລຍະທີ່ເວລາຜ່ານມາ. ພ້ອມກັນນັ້ນທ່ານກໍໄດ້ຢັ້ງຢືນວ່າ ຈະສືບຕໍ່ຈັດຕັ້ງປະຕິບັດໜ້າທີ່ເປັນຂົວຕໍ່ໃນການຊໍາລະລະຫວ່າງ2 ພື້ນຖານເສດຖະກິດ ຫວຽດນາມ ແລະ ລາວ, ໂດຍສະເພາະແມ່ນການສະໜອງທຶນໃຫ້ແກ່ບັນດາວິສະຫະກິດຫວຽດນາມເຂົ້າມາລາວ, ກໍຄືການສະໜອງການບໍລິການສິນເຊື່ອ, ຮັບໃຊ້ການຜະລິດ, ການດໍາເນີນທຸລະກິດ, ປະກອບສ່ວນໃນການສ້າງສາ ແລະ ພັດທະນາເສດຖະກິດຢູ່ລາວ.

ສ/ຫ ຫງວຽນ ວັນ ບິ່ງ - ສະມາຊິກສະພາບໍລິຫານ, ຜູ້ອໍານວຍການໃຫຍ່ທະນາຄານສະຫຼຸບຜົນງານທີ່ຍາດມາໄດ້

ພາຍຫຼັງ 20 ປີ ແຫ່ງການສ້າງສາ ແລະ ພັດທະນາ, ມາຮອດປັດຈຸບັນ LaoVietBank ໄດ້ມີ 7 ສາຂາ ແລະ 17 ໜ່ວຍບໍລິການປົກຄຸ້ມບັນດາແຂວງທີ່ມີການພັດທະນາຂອງລາວຄື: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ອຸດົມໄຊ, ຊຽງຂວາງ, ບໍລິຄໍາໄຊ, ຄໍາມ່ວນ, ສະຫວັນນະເຂດ, ຈໍາປາສັກ ແລະ ອັດຕະປື. ຈາກທຶນຈົດທະບຽນເບື້ອງຕົ້ນມີພຽງແຕ່ 10 ລ້ານໂດລາສະຫະລັດ, ມາຮອດວັນທີ 31/12/2018 ລວມຍອດຊັບສົມບັດບັນລຸຫຼາຍກວ່າ 1,134 ຕື້ໂດລາສະຫະລັດ, ເພີ່ມຂຶ້ນຫຼາຍກວ່າ 1.000 ເທົ່າ ແລະ ຢັ້ງຢືນວ່າເປັນ 1 ໃນ 3 ທະນາຄານທີ່ໃຫຍ່ກທີ່ສຸດຢູ່ລາວ, ໃນປີ 2018 ລວມຍອດໜີ້ສິນເຊື່ອບັນລຸຫຼາຍກວ່າ 809 ລ້ານໂດລາສະຫະລັດ, ລວມຍອດລະດົມທຶນບັນລຸຫຼາຍ 661 ລ້ານໂດລາສະຫະລັດ, ມອບເຂົ້າງົບປະມານຂອງລາວ ກວ່າ 31 ລ້ານໂດລາສະຫະລັດ ແລະ ໃຫ້ການຊ່ວຍເຫຼືອສັງຄົມໂດຍມີມູນຄ່າຫຼາຍກວ່າ 2 ລ້ານໂດລາສະຫະລັດ.

ດ້ວຍຜົນງານດີເດັ່ນໃນການອອກແຮງງານ,ປະດິດສ້າງ, ປະກວບສ່ວນໃນການຈັດຕັ້ງປະຕິບັດໜ້າທີ່ເປັນຂົວຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ ລາວ-ຫວຽດນາມ ເວົ້າລວມ ແລະ ການຊຸກຍູ້ການພັດທະນາເສດຖະກິດ-ສັງຄົມຢູ່ລາວ ເວົ້າສະເພາະ, LaoVietBank ໄດ້ຮັບບັນດາການຍ້ອງຍໍທີລໍ້າຈາກລັດຖະບານ 2 ປະເທດ ຫວຽດນາມ-ລາວ. ເນື່ອງໃນໂອກາດນີ້, LaoVietBank ກໍໄດ້ຮັບມອບຫຼຽນໄຊແຮງງານຊັ້ນ 1 ຈາກລັດຖະບານລາວ, ທະນາຄານແຫ່ງ ສສ ຫວຽດນາມໄດ້ມອບທຸງແຂ່ງຂັນ, ສ່ວນບຸກຄົນຕ່າງໆໄດ້ຮັບມອບຫຼຽນໄຊແຮງງານຊັ້ນ 2, 3 ແລະ ຫຼຽນໄຊມິດຕະພາບຂອງລັດຖະບານລາວ.

ການຍ້ອງຍໍດັ່ງກ່າວແມ່ນຜົນງານອັນໃຫຍ່ຫຼວງ ແລະ ມີຄວາມໝາຍໃຫ້ແກ່ການນໍາ ແລະ ພະນັກງານທຸກຄົນໃນທົ່ວລະບົບ LaoVietBank ແມ່ນການຮອງຮັບຄວາມພະຍາຍາມເປັນການກ້າວຂະໂດດ, ການປະກອບສ່ວນສໍາຄັນຂອງLaoVietBank ໃນບົດບາດເປັນຂົວຕໍ່ລະຫວ່າງ 2 ພື້ນຖານເສດຖະກິດ ລາວ-ຫວຽດນາມ ແລະ ການຊູກຍຸ້ການພັດທະນາເສດຖະກິດ-ສັງຄົມຢູ່ລາວ. ພ້ອມກັນນັ້ນ, ກໍເປັນກໍາລັງໃຈເພື່ອເຮັດໃຫ້ການນໍາ ແລະ ພະນັກງານທຸກຄົນຂອງ LaoVietBank ສືບຕໍ່ອອກແຮງສູ້ຊົນ, ສືບຕໍ່ຂຽນປະຫວັດສາດຢ່າງສະຫງ່າງາມໃຫ້ການເຕີບໃຫຍ່ຢ່າງເຂັ້ມແຂງຂອງຫົວໜ່ວຍທີ່ດີເດັ່ນ.