ທະນາຄານຮ່ວມທຸລະກິດລາວຫວຽດ (LaoVietBank) ຈັດພິທີການໝູນລາງວັນແຈກໂຊກຄັ້ງທີ 1 ລາຍການເງິນຝາກລຸ້ນຊັບຮັບໂຊກປະຈໍາປີ 2016
ໃນຕອນເຊົ້າຂອງວັນທີ 25/06/2016, ຢູ່ທີ່ສຳນັກງານໃຫຍ່ LaoVietBank ອາຄານເລກທີ 44 ຖະໜົນລ້ານຊ້າງ, ເມືອງຈັນທະບູລີ, ນະຄອນຫລວງວຽງຈັນ, LaoVietBank ໄດ້ຈັດພິທີການໝູນລາງວັນແຈກໂຊກຄັ້ງທີ 1 ລາຍການເງິນຝາກລຸ້ນຊັບຮັບໂຊກປະຈໍາປີ 2016 ຂຶ້ນ. ໂດຍການເປັນສັກຂີພິຍານຂອງ ຄະນະກໍາມະການເຊີ່ງລວມມີ: ຕາງໜ້າພະແນກການເງິນ, ພະແນກອຸດສາຫະກຳ ແລະ ການຄ້າ, ພະແນກຍຸດຕິທຳ, ປກສ ເມືອງຈັນທະບູລີ.
ເປັນກຽດເຂົ້າຮ່ວມໃນພິທີດັ່ງກ່າວມີ: ທ່ານ ນ ບົວລອນ ວົງດາລາແສງ - ເຈົ້າເມືອງ ເມືອງຈັນທະບູລີ; ທ່ານ ພູວຽງ ແສງດາວົງ - ຮອງຫົວໜ້າຫ້ອງການ ທະນາຄານແຫ່ງ ສປປ ລາວ; ທ່ານ ສຸລິສັກ ທຳນຸວົງ - ຮອງຫົວໜ້າກົມຄຸ້ມຄອງທະນາຄານທຸລະກິດ ທະນາຄານແຫ່ງ ສປປ ລາວ; ທ່ານ ພັນຊະນະ ຄຸນນຸວົງ – ຮອງຜູ້ອຳນວຍການໃຫຍ່ ທະນາຄານການຄ້າຕ່າງປະເທດລາວມະຫາຊົນ (BCEL) ແລະ ທັງເປັນຮອງປະທານສະພາບໍລິຫານ ທະນາຄານຮ່ວມທຸລະກິດລາວຫວຽດ; ບັນດານັກຂ່າວໜັງສືພີມ, ສື່ມວນຊົນພ້ອມດ້ວຍ ບັນດາລູກຄ້າເງິນຝາກຂອງ LaoVietBank ແລະ ປະຊາຊົນໃນຂອບເຂດ ນະຄອນຫລວງວຽງຈັນ.
LaoVietBank ໄດ້ຜັນຂະຫຍາຍລາຍການ ເງິນຝາກລຸ້ນຊັບຮັບໂຊກປະຈໍາປີ 2016 ຄັ້ງທີ 1 ຂຶ້ນເລີ່ມແຕ່ວັນທີ່ 20/01/2016 ເປັນຕົ້ນມາ, ດ້ວຍຈຳນວນລາງວັນທັງໝົດລວມມີ 38 ລາງວັນ ໃນນັ້ນປະກອບມີ: ລາງວັນທີໜຶ່ງແມ່ນ ຄຳແທ່ງໜັກ 50 ບາດ ຈຳນວນ 1 ລາງວັນ, ລາງວັນທີ 2 ແມ່ນຄຳໜັກ 10 ບາດ ຈຳນວນ 2 ລາງວັນ, ລາງວັນທີ 3 ແມ່ນ ຄຳໜັກ 3 ບາດ ຈຳນວນ 5 ລາງວັນ, ລາງວັນທີ 4 ແມ່ນຄຳ ໜັກ 1 ບາດ ຈຳນວນ 10 ລາງວັນ, ລາງວັນທີ 5 ແມ່ນ ຄຳໜັກ 2 ສະຫຼຶງ ຈຳນວນ 20 ລາງວັນ.
ລາຍການເງິນຝາກລຸ້ນຊັບຮັບໂຊກ ຄັ້ງທີ່ 1 ປີ 2016 ນີ້ໄດ້ສິ້ນສຸດລົງໃນວັນທີ 20/06/2016 ດ້ວຍຍອດລະດົມທຶນບັນລຸໄດ້ຫຼາຍກວ່າ 14 ລ້ານໂດລາສະຫະລັດ (ບັນລຸ 74% ຂອງແຜນການທີ່ວາງໄວ້), ຕົວເລກຊິງລາງວັນໄດ້ຈຳໜ່າຍອອກຫຼາຍກວ່າ 1 ແສນຕົວເລກ. ວິທີການ ແລະ ຮູບແບບການໜູນລາງວັນໄດ້ຈັດຂຶ້ນຢ່າງເປັນມືອາຊີບ ແລະ ໂປ່ງໃສ. ສະນັ້ນ ຜົນການອອກລາງວັນແມ່ນມີຄວາມຍຸດຕິທໍາ, ຮັບປະກັນພາວະວິໃສ, ລາງວັນຈະຕົກເປັນຂອງລູກຄ້າຜູ້ໂຊກດີທີ່ສຸດ ແລະ ມີເງື່ອນໄຂຄົບຖ້ວນຕາມລະບຽບການອອກລາງວັນໃນຄັ້ງນີ້.
ລາຍການເງິນຝາກລຸ້ນຊັບຮັບໂຊກຂອງ LaoVietBank ໄດ້ເລີ່ມຜັນຂະຫຍາຍແຕ່ປີ 2013, ເຊີ່ງໄດ້ຮັບຄວາມສົນໃຈ ແລະ ການສະໜັບສະໜູນນັບມື້ນັບເພີ່ມຂຶ້ນ ຈາກລູກຄ້າເງິນຝາກໃນທົ່ວປະເທດ. ດັ່ງນັ້ນ ເພື່ອເປັນການຕອບສະໜອງ ຕາມຄວາມຕ້ອງການຂອງລູກຄ້າ, LaoVietBank ຈິ່ງໄດ້ກໍານົດເອົາລາຍ ການເງິນຝາກລຸ້ນຊັບຮັບໂຊກ ເປັນລາຍການທີ່ປະຕິບັດປະຈຳປີ ດ້ວຍມູນຄ່າຂອງລາງວັນ ແລະ ຈໍານວນລາງວັນນັບມື້ນັບຫລາກຫລາຍ ແລະ ໜ້າດຶງດູດໃຈ. ສະນັ້ນ ພາຍຫຼັງການໜູນລາງວັນຄັ້ງນີ້ ໄດ້ສິ້ນສຸດລົງLaoVietBank ຈະສືບຕໍ່ຜັນຂະຫຍາຍລາຍການ ເງິນຝາກລຸ້ນຊັບຮັບໂຊກຄັ້ງທີ 2 ຂຶ້ນໃນວັນທີ 20-07-2016 ນີ້. LaoVietBank ຫວັງເປັນຢ່າງຍິ່ງວ່າຈະໄດ້ຮັບ ການເອົາໃຈໃສ່ ແລະ ການສະໜັບສະໜູນຢ່າງເລິກເຊິ່ງຈາກລູກຄ້າ ໃນໄລຍະຕໍ່ໄປ.
ຕົວເລກຖືກລາງວັນ ໃນລາຍການເງິນຝາກລຸ້ນຊັບຮັບໂຊກ ຄັ້ງທີ່ 1 ປະຈຳປີ 2016, ລາຍລະອຽດມີດັ່ງນີ້:
ລາງວັນ |
ມູນຄ່າລາງວັນ |
ຕົວເລກຖືກລາງວັນ |
|
01 ລາງວັນທີ 1 |
ຄຳແທ່ງ ໜັກ 50 ບາດ |
AD000736 |
|
02 ລາງວັນທີ 2 |
ຄຳແທ່ງ ໜັກ 10 ບາດ |
AD101886 |
AD017030 |
05 ລາງວັນທີ 3 |
ຄຳແທ່ງ ໜັກ 3 ບາດ |
AD002244 |
|
AD071692 |
AD095444 |
||
AD055533 |
AD009516 |
||
10 ລາງວັນທີ 4 |
ຄຳແທ່ງ ໜັກ 1 ບາດ |
AD082637 |
AD060291 |
AD106184 |
AD041363 |
||
AD100495 |
AD039899 |
||
AD100299 |
AD007219 |
||
AD045823 |
AD091635 |
||
20 ລາງວັນທີ 5 |
ຄຳແທ່ງ ໜັກ 2 ສະຫຼຶງ |
AD100718 |
AD105103 |
AD105075 |
AD102526 |
||
AD101711 |
AD103467 |
||
AD068613 |
AD039772 |
||
AD098090 |
AD082917 |
||
AD065092 |
AD101682 |
||
AD021353 |
AD106197 |
||
AD100028 |
AD104778 |
||
AD106818 |
AD015046 |
||
AD104826 |
AD100560 |