ວັນສຸກ, 26/04/2024

.

ທະນາຄານຮ່ວມທຸລະກິດລາວຫວຽດ ຜັນຂະຫຍາຍ ຫຼັກສູດບຳລຸງພາສາຫວຽດຂັ້ນສູງ ຢູ່ທີ່ຫວຽດນາມ ໃຫ້ແກ່ພະນັກງານທີ່ເປັນຄົນລາວ

ໂດຍປະຕິບັດຕາມທິດຊີ້ນຳຂອງສະພາບໍລິຫານ ກ່ຽວກັບການຍົກສູງຄຸນນະພາບ ຂອງແຫຼ່ງບຸກຄະລາກອນຢ່າງ ຮອບດ້ານ, ໃນນັ້ນລວມມີວຽກງານຍົກລະດັບພາສາຫວຽດ ໃຫ້ແກ່ພະນັກງານ(ຄົນລາວ) ທີ່ໄດ້ຮັບການເອົາໃຈໃສ່ເປັນພິເສດ. ໃນວັນທີ່ 03/06/2016, LaoVietBank ໄດ້ເປີດຫຼັກສູດບຳລຸງພາສາຫວຽດ ຄັ້ງທີ່ 1 ປີ 2016 ຂື້ນຢ່າງເປັນທາງການ ຢູ່ທີ່ມະ​ຫາ​ວິ​ທະ​ຍາ​ໄລ ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ, ປະເທດ ສ​ສ ຫວຽດ​ນາມ. ໂດຍລວມມີພະນັກງານດີເດັ່ນ 11 ສະຫາຍ ທີ່ໄດ້ຄັດເລືອກມາຈາກທົ່ວລະບົບ LaoVietBank, ທີ່ຈະເຕົ້າໂຮມປະຕິບັດການຮໍ່າຮຽນ ແລະ ດຳລົງຊີວິດ ຢູ່ທີ່ ມະ​ຫາ​ວິ​ທະ​ຍາ​ໄລ ທຸ​ລະ​ກິດ ແລະ ເຕັກ​ໂນ​ໂລ​ຊີ ຮ່າ​ໂນ້ຍ (ສາຂາ II, ເມືອງ ຕື່ ເຊີນ, ແຂວງ ບັກນິງ, ຫວຽດນາມ) ​ເປັນ​ເວ​ລາ 06 ເດືອ​ນຢ່າງຕໍ່ເນື່ອງ, ເນື້ອໃນການບຳລຸງຫຼັກໆແມ່ນ ຍົກລະດັບ ແລະ ທັກສະໃນການນໍາໃຊ້ພາສາຫວຽດ ໂດຍລວມມີບັນດາທັກສະ: ຟັງ, ເວົ້າ, ອ່ານ, ຂຽນ. ໂດຍສະເພາະແມ່ນເພື່ອຍົກລະດັບການນຳໃຊ້ ພາສາຫວຽດທາງດ້ານຂະແໜ່ງ ການເງິນການທະນາຄານ.

(ພິທີຕ້ອນຮັບຄະນະເຝິກອົບຮົມ ຢູ່ທີ່ ມະຫາວິທະຍາໄລ ທຸລະກິດ ແລະ ເຕັກໂນໂລຊີ ຮ່າໂນ້ຍ)

ຄຽງຄູ່ກັບການຜັນຂະຫຍາຍການເຝິກອົບຮົມ ພາສາຫວຽດຢ່າງຕໍ່ເນື່ອງ ຢູ່ທີ່ສຳນັກງານທະນາຄານແລ້ວ  ການຜັນຂະຫຍາຍຫຼັກສູດບຳລຸງຢູ່ທີ່ຫວຽດນາມ ຈະຊ່ວຍໃຫ້ພະນັກງານ(ຄົນລາວ) ຍົກລະດັບຄວາມສາມາດໃນການນຳໃຊ້ພາສາຫວຽດ. ບົນພື້ນຖານດັ່ງກ່າວ, ສ້າງເງື່ອນໄຂໃຫ້ພະນັກງານ(ຄົນລາວ) ສາມາດເຂົ້າຮ່ວມຫຼັກສູດເຝິກອົບຮົມ ດ້ານວິຊາສະເພາະ ການເງິນການທະນາຄານອື່ນໆ ຢູ່ທີ່ຫວຽດນາມ ກໍ່ຄື ບັນດາຫຼັກສູກທີ່ BIDV ຈັດຂື້ນ.

(ພະນັກງານຈຳນວນ 11 ສະຫຍາຍທີ່ເຂົ້າຮ່ວມຫຼັກສູດບຳລຸງພາສາຫວຽດນາມ)

ໃນປີ 2015, LaoVietBank ໄດ້ຜັນຂະຫຍາຍການເຝິກອົບຮົມ ທັງພາຍໃນ ແລະ ຕ່າງປະເທດ ຫຼາຍກ່ວາ 16 ຄັ້ງ ໃຫ້ແກ່ພະນັກງານ. ໃນນັ້ນ, ມີຫຼັກສູດເຝິກອົບຮົມ ກ່ຽວກັບຜູ້ນຳທະນາຄານໃນອະນາຄົດຢູ່ທີ່ BIDV, ບໍາລຸງພາສາອັງກິດໃຫ້ແກ່ພະນັກງານຢູ່ທີ່ຫວຽດນາມ, ແຕ່ງຕັ້ງຜູ້ຊ່ຽວຊານຢູ່ຫວຽດນາມມາສອນຢູ່ລາວ …